ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງຍ້ອນມີພັກນໍາພາ

ຂ່າວ: ວັດທະນາ

   ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມ ແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງເມື່ອວັນທີ 18 ມີນາ 2021 ນີ້ວ່າ: ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ທີ່ຈະມາເຖິງນີ້, ຂ້າພະເຈົ້າຂໍຕີລາຄາວ່າ: ຕະຫຼອດໄລຍະ 66 ປີ ແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວທີ່ສະຫຼາດສ່ອງໃສ ແລະປີຊາສາມາດ, ຊຶ່ງພັກຍາດໄດ້ຜົນງານອັນໃຫຍ່ຫຼວງໃນຫຼາຍດ້ານເປັນຕົ້ນ: ໄດ້ນຳພາປວງຊາຊົນລາວທັງຊາດຕໍ່ສູ້ຕ້ານພວກລ່າເມືອງຂື້ນທັງແບບເກົ່າ ແລະ ໄໝ່ໄດ້ຢ່າງມີໄຊ ແລະ ສະຖາປະນາເປັນປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ 2 ທັນວາ ປີ 1975 ແລະພັກເຮົາໄດ້ສືບຕໍ່ພາລະກິດປ່ຽນແປງໄໝ່ຮອບດ້ານຢ່າງມີຫຼັກການຂອງພັກເພື່ອນໍາພາປວງຊົນລາວບັນດາເຜົ່າເຮັດໜ້າທີ່ປົກປັກຮັກສາ ແລະພັດທະນາປະ ເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອນເປັນແຕ່ລະໄລຍະມາຕະຫຼອດໄລຍະ 66 ປີ ຜ່ານມາພັກໄດ້ຊີ້ນໍາ-ນໍາພາເຮັດໃຫ້ລະບອບການເມືອງທີ່ຄວາມໜັກແໜ້ນ, ປະ ເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະມີຜົນງານຫຼາຍດ້ານທີ່ພວກເຮົາບໍ່ສາມາດພັນລະນາໄດ້ໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນ, ດ້ານພື້ນຖານໂຄງລ່າງທະໜົນຫົນທາງ, ໄຟຟ້ານໍ້າປະປາແລະສິ່ງເອື້ອອໍານວຍອື່ນໆ ໄດ້ເກີດຂື້ນຢ່າງຫຼວງຫຼາຍເມື່ອທຽບໃສ່ກ່ອນທີ່ບໍ່ທັນມີພັກນໍາພາ.

  ທ່ານນາງ ບຸນນານ ບຸນນະແສງ ໄດ້ກ່າວຕື່ມວ່າ: ສຳລັບແຂວງອັດຕະປືຂອງພວກເຮົາພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງໄດ້ຊີ້ໃຫ້ເຫັນວ່າ: ຕະຫຼອດໄລຍະ 5 ປີທີ່ຜ່ານມານີ້ເຖິງວ່າແຂວງຂອງພວກເຮົາຈະໄດຮັບຜົນກະທົບຫຼາຍຢ່າງທັງໃນຕົວ ແລະນອກຕົວແຕ່ເຖິງຢ່າງໃດກໍ່ຕາມພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະ ນະພັກແຂວງເຮັດໃຫ້ແຂວງອັດຕະປືຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບຮຽບຮ້ອຍໂດຍພື້ນຖານການພັດທະນາເສດຖະກິດ-ສັງຄົມຂອງແຂວງກໍ່ມີການຂະຫຍາຍຕົວຕາມຄາດໝາຍການລົງທຶນຂອງຕ່າງປະເທດກໍ່ເພີ່ມຂຶ້ນ,ຄອບຄົວທຸກຍາກໄດ້ຫຼຸດລົງເທື່ອລະກ້າວ, ບ້ານພັດທະນາໄດ້ມີການເພີ່ມຂື້ນ, ວຽກງານຂົງເຂດວັດທະນະທໍາ-ສັງຄົມກໍ່ເຫັນວ່າໄດ້ຮັບການພັດທະນາ ແລະມີຜົນສໍາເລັດຫຼາຍ.

  ເນື່ອງໃນໂອກາດຄົບຮອບ 66 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວໃນປີນີ້ຢູ່ແຂວງອັດຕະປືພວກເຮົາກໍໄດ້ສໍາເລັດມີຫຼາຍຂະບວນການສໍາຄັນເປັນຕົ້ນ: ໄດ້ສໍາເລັດ ການດໍາເນີນກອງປະຊຸມໃຫຍ່ອົງ ຄະນະພັກແຂວງ ຄັ້ງທີ XI, ສໍາ ເລັດບັ້ນເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນແຂວງຊຸດທີ II, ພິເສດໃນປີນີ້ຄະນະປະຈໍາພັກແຂວງໄດ້ຕົກລົງເຫັນດີໃຫ້ມີການຈັດຂະບວນຄາລາວານຕາມຮອຍຖານທີ່ໝັ້ນປະຕິວັດເຂດໃຕ້ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 66 ປີ ແລະວັນຄຽດແຄ້ນຂອງປະຊາຊົນລາວ,ວັນເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 75 ປີຄື: ວັນທີ 21 ມີນາ ປີ 1946 ຫາ 21 ມີນາ ປີ 2021, ທັງນີ້ກໍ່ເພື່ອເປັນການສຶກສາອົບຮົມມູນເຊື້ອປະຕິວັດປູກຈິດສໍານຶກປູກຈິດໃຈຮັກຊາດຂອງຄົນຮຸ້ນໃໝ່ ແລະ ເປັນການສົ່ງເສີມຂະບວນການລາວທ່ຽວລາວໃນວິກກິດຂອງການແຜ່ລະບາດຂອງພະຍາດໂຄວິດ 19.

  ທ່ານ ນາງ ບຸນນານ ບຸນນະແສງ ຍັງໄດ້ຕາງໜ້າໃຫ້ການນຳຂອງແຂວງ ແລະພໍ່ແມ່ປະຊາຊົນບັນດາເຜົ່າແຂວງອັດຕະປືຂໍອວຍພອນໄຊໃຫ້ການນຳພັກ-ລັດທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງມີພາລານາໄມທີ່ສົມບູນສືບຕໍ່ນຳພາປະເທດຊາດໃຫ້ມີການພັດທະນາຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.