ລ້ຽງງົວເປັນສິນຄ້າ ແມ່ນທາງເລືອກໜຶ່ງຂອງການແກ້ໄຂຄວາມທຸກຍາກ

ໂດຍ: ສິນທະວົງ ນາກກາລະສິນ

  ປະຈຸບັນການລ້ຽງງົວເປັນສິນຄ້າແມ່ນທາງເລືອກໜຶ່ງສຳລັບປະຊາຊົນ ແລະ ຜູ້ປະກອບການເປັນປັດໃຈຕັດສິນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກເຊິ່ງພັກແລະລັດຖະບານຍາມໃດກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໂດຍຫັນຈາກການຜະລິດແບບທຳມະຊາດໄປສູ່ການຜະລິດເປັນສິນຄ້າດ້ວຍການນຳໃຊ້ເຕັກນິກວິທະຍາສາດເຂົ້າໃນການຜະລິດອີກອັນໜຶ່ງແມ່ນເໝາະສົມກັບໂອກາດທີ່ພັກ-ລັດຖະບານ ເຮົາໄດ້ເຊັນສັນຍາການຄ້າກັບ ສປ ຈີນກ່ຽວກັບການຮັບຊື້ງົວຈາກ ສປປ ລາວ ປີໜຶ່ງ 500.000 ກວ່າໂຕອັນນີ້ເປັນໂອກາດດີຂອງປະຊາຊົນລາວເຮົາທີ່ຈະສ້າງຄວາມຮັ່ງມີດ້ວຍການລ້ຽງງົວຂາຍເປັນສິນຄ້າ ແລະກໍມີຫຼາຍຄອບຄົວໄດ້ລົງມືຈັດຕັ້ງປະຕິບັດທີ່ມີຜົນຕອບຮັບອັນໜ້າພໍໃຈຄືດັ່ງຄອບຄົວຂອງທ່ານຄຳພຸ່ງພອນປະດິດທີ່ມີຊີວິດການເປັນຢູ່ອຸດົມສົມບູນຍ້ອນການເຮັດຟາມລ້ຽງງົວຂາຍເປັນສິນຄ້າ.

  ທ່ານ ຄຳພຸ່ງ ພອນປະດິດ ອາຍຸ 51 ປີ, ປະຈຸບັນຢູ່ບ້ານດົງຂ່າ, ເມືອງຊະນະຄາມ, ແຂວງວຽງຈັນໄດ້ໃຫ້ຮູ້ວ່າ: ຄອບຄົວມີຢູ່ 4 ຄົນ, ຍິງ 2 ຄົນ. ກ່ອນຈະມາຢຶດຖືອາຊີບການລ້ຽງສັດໃຫຍ່ເປັນສິນຄ້າແມ່ນພາຍຫຼັງຮຽນຈົບວິຊາຊີບປ່າໄມ້ຊັ້ນກາງ, ພາກກາງ, ແຂວງບໍລິຄຳໄຊໃນປີ 1993-94 ແມ່ນໄດ້ມາປະກອບອາຊີບເຮັດໄຮ່ເຮັດ ນາບວກກັບອາຊີບຄ້າຂາຍຄື: ຊື້-ຂາຍເປັດ, ໄກ່, ໝູ, ງົວຄວາຍ ແລະຊື້-ຂາຍໝາກກ້ວຍ, ມັນດີບ, ມັນແຫ້ງສົ່ງອອກປະເທດໃກ້ຄຽງ. ມາຮອດ ປີ 2014 ໄດ້ສ້າງຕັ້ງເປັນບໍລິສັດພຸ່ງທະວີສັກສົ່ງເສີມກະສິກຳຂາເຂົ້າ-ຂາອອກຈຳກັດຜູ່ດຽວ;ຫຼັງຈາກນັ້ນ, ກໍເກີດມີແນວຄວາມຄິດຢາກລ້ຽງສັດເນື່ອງຈາກວ່າຄວາມຕ້ອງການຂອງຕະຫຼາດມີສູງບວກກັບທ່າແຮງພາຍໃນຄອບຄົວ ແລະຄວາມມັກຮັກໃນອາຊີບດັ່ງກ່າວ. ມາຮອດປີ 2015 ຈຶ່ງໄດ້ ຕັດສິນໃຈຫັນມາລ້ຽງງົວໂດຍເອົາເງິນເກັບຂອງຄອບຄົວໄປຊື້ງົວມາລ້ຽງຈຳນວນ 10 ໂຕຕໍ່ມາໄດ້ມີໂຄງການຈະເລີນອາຫານຂອງພອນສັກໄດ້ນຳເອົາແມ່ພັນງົວ 34 ໂຕ ມາມອບໃຫ້ຄອບຄົວຂອງຂ້າພະເຈົ້າພ້ອມທັງສ້າງຕັ້ງກຸ່ມລ້ຽງ ງົວ,ມາຮອດປີ 20 19 ໄດ້ປັບປຸງຂະຫຍາຍຄອກງົວເພື່ອທອມຂາຍ (ຂຸນງົວຂາຍ), ທ້າຍປີ 20 20 ຫາ 2021 ກໍໄດ້ທົດລອງລ້ຽງງົວທອມຂາຍຈຳນວນຢູ່ 37 ໂຕ, ເປັນງົວ ເຖິກຊື້ຕາມບ້ານເພື່ອມາທອມຂາຍ. ປັດຈຸບັນນີ້ມີງົວທັງໝົດ 80 ກວ່າໂຕ ປະກອບມີ 3 ສາຍພັນຄື: ງົວພື້ນບ້ານ, ງົວລູກປະສົມບາມັນສະໂລລີ ແລະມີງົວຂີວ; ສຳລັບງົວແມ່ພັນມີ 46 ໂຕ, ເກີດລູກປະມານ 80% ຂອງຈຳນວນງົວແມ່ພັນ,ສະເພາະການຂາຍງົວແມ່ນມີລາຄາຂ້ອນຂ້າງສູງເພາະວ່າງົວຂ້າພະເຈົ້າເປັນງົວທີ່ມີເກຼດດີແດ່ ໂດຍຊື້ ງົວຈ່ອຍລາຄາທີ່ວ່າອ່າວຕໍ່າຢູ່ນຳບ້ານ ມາທອມປະມານ 2 ເດືອນ, 3 ເດືອນ ໂຕໃດພໍມີກຳໄລກະຖືວ່າຂາຍອອກ ແລ້ວກະຊື້ໃໝ່ເຂົ້າມາໝູນວຽນໄປເລື້ອຍໆສ່ວນຕະຫຼາດຈຳໜ່າຍແມ່ນຂາຍພາຍໃນບ້ານ, ເມືອງ, ແຂວງເຂົາເຈົ້າມາຊື້ໄປລ້ຽງ ແລະຊື້ໄປເຮັດງານບຸນເຮັດງານດອງ, ນອກຈາກນັ້ນຍັງມີພໍ່ຄ້າມາແຕ່ຫຼວງພະບາງ, ອຸດົມໄຊມາຊື້ໂດຍຈະຊື້ເປັນກິໂລ, ໂຕໜຶ່ງ 270 ກິໂລຂຶ້ນໄປຈະຂາຍໃນລາຄາ 31.000 ກີບຕໍ່ໂລ. ຈໍານວນໜຶ່ງຂາຍປ້ອນຕະຫຼາດທາງນະຄອນຫຼວງວຽງຈັນ, ສ່ວນໂຕທີ່ຍັງນ້ອຍແມ່ນເອົາສືບຕໍ່ລ້ຽງໄວ, ປີ 2021 ນີ້ມີລາຍຮັບ ຈາການຂາຍງົວປະມານ 70 ລ້ານກີບ ແລະ ຂາຍງົວທອມ 40 ລ້ານກີບລວມລາຍຮັບເຂົ້າຄອບຄົວ 110 ລ້ານກີບຕໍ່ປີເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນມີລາຍຮັບໄດ້ບໍຫຼາຍແຕ່ວ່າມີຄວາມໝັ້ນຄົງສາມາດຖົມຄ່າໃຊ້ຈ່າຍທຸກເດືອນໄດ້, ເຮັດໃຫ້ຊີວິດການເປັນຢູ່ໃນຄອບຄົວດີຂື້ນມາເລື້ອຍໆ.

   ທ່ານ ຄໍາພຸ່ງ ພອນປະດິດ ຍັງໄດ້ກ່າວຕື່ມອີກວ່າ: ການບົວລະບັດຮັກສາດູແລຟາມຕົ້ນຕໍກະແມ່ນທຳຄວາມສະອາດການປ່ຽນນໍ້າ ແລະອະນາໄມຄອກສັກຢາກັນພະ ຍາດສັກຢາບຳລຸງສະເພາະໂຕທີ່ເກີດລູກໃໝ່ງົວບໍ່ສົມບູນສັກຢາກັນພະຍາດປາກເປື່ອຍລົງເລັບເຕົ້າໂຮມເລືອດຊຶ່ງໃນປີນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກທາງຫ້ອງ ການກະສິກຳ-ປ່າໄມ້ເມືອງໄດ້ມາສັກຢາໃຫ້ເນື່ອງໃນວັນສັກຢາກັນພະຍາດແຫ່ງຊາດສິ່ງສຳຄັນແມ່ນໄດ້ຮັບການເອົາໃຈໃສ່ໃກ້ຊິດຕິດແທດຈາກວິຊາການຂອງເມືອງ, ຂັ້ນແຂວງ ແລະກະຊວງມາໂດຍຕະຫຼອດພ້ອມທັງໄດ້ລົງມາຊຸກຍູ້ຕິດຕາມແນະນຳທາງດ້ານຄວາມຮູ້ວິຊາການຢ່າງເປັນປະຈຳ, ນອກຈາກນັ້ນທາງກະຊວງກະສິກຳກໍໄດ້ເອົາຂ້າພະເຈົ້າໄປຝຶກອົບຮົມເຕັກນິກການລ້ຽງສັດຢູ່ສູນລາວເກົາຫຼີຫຼາຍຄັ້ງພ້ອມທັງມີໃບຢັ້ງຢືນກ່ຽວກັບການປູກ-ການລ້ຽງໃຫ້ພ້ອມ, ຫຼັງຈາກຝຶກອົບຮົມແລ້ວກໍໄດ້ເອົາມາປະຕິບັດຕົວຈິງ ແລະຄາດວ່າໃນທ້າຍປີນີ້ຈະມີລາຍຮັບຈາກການຂາຍງົວເພີ່ມຂຶ້ນ.

   ທ່ານ ອາດຸນ ສາລີຢາ ຫົວໜ້າໜ່ວຍງານລ້ຽງສັດ ແລະການປະມົງເມືອງຊະນະຄາມໄດ້ຢັ້ງຢືນວ່າ: ຄອບຄົວຂອງ ທ່ານ ຄຳພຸງ ພອນປະດີດ ແມ່ນຄອບຄົວໜຶ່ງທີ່ມີຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດມີຄວາມສະດຸ້ງໄວ,ູ້ໝູນໃຊ້ທ່າແຮງຂອງຕົນກໍຄືສະພາບຈຸດພິເສດຂອງເມືອງ ເຂົ້າໃນການສ້າງເສດຖະກິດຄອບຄົວຖ້າຫາກວ່າທຸກຄອບຄົວພາຍໃນເມືອງເຮັດໄດ້ຄືດັ່ງຄອບຄົວດັ່ງກ່າວເຊື່ອໝັ້ນວ່າປະຊາຊົນພາຍໃນເມືອງຊະນະຄາມຈະມີຊີວິດການເປັນຢູ່ດີຂຶ້ນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງແນ່ນອນ.

   ທ່ານ ສະຖຽນ ຄໍາຈະເລີນ ເປັນເລຂາພັກບ້ານນາຍບ້ານໆດົງຂ່າໄດ້ຢັ້ງຕື່ມອີກວ່າບ້ານດົງຂ່າເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານໂນນສະຫວັນມີ 409 ຫຼັງຄາເຮືອນ, 370 ຄອບຄົວ, ມີພົນລະເມືອງທັງໝົດ 1.725 ຄົນ, ຍິງ 883 ຄົນ, ປະຊົນຊົນສ່ວນຫຼາຍມີອາຊີບປູກຝັງ-ລ້ຽງສັດທ້າຍປີ 2013 ຖືວ່າມີ 2 ກຸ່ມທີ່ເກີດຂື້ນຄື: ກຸ່ມລ້ຽງ ໝູ ແລະກຸ່ມລ້ຽງງົວ; ກຸ່ມລ້ຽງໝູຖື ວ່າພົ້ນເດັ່ນ ທຳອິດມີ 12 ຄອບຄົວ ມາຮອດປະຈຸບັນມີ 50 ຄອບຄົວ ແລະ ກຸ່ມລ້ຽງງົວ ມີ 3 ຄອບຄົວ, ສຳລັບຄອບຄົວຂອງ ທ່ານ ຄຳພຸ່ງ ພອນປະດິດ ແມ່ນຄອບຄົວໜຶ່ງໃນກຸ່ມລ້ຽງງົວເປັນຫົວໜ້າກຸ່ມລ້ຽງງົວ ແລະທັງເປັນຮອງນາຍບ້ານ; ເປັນຄອບຄົວໜຶ່ງທີ່ຖືເອົາການຜະລິດກະສິກໍາ ຄື: ການປູກ ຝັງ-ລ້ຽງສັດ ເປັນສິນຄ້າສ້າງລາຍຮັບເຂົ້າສູ່ຄອບຄົວ, ຄວາມສໍາເລັດດັ່ງ ກ່າວ ໄດ້ມາກໍຍ້ອນພາຍໃນຄອບຄົວມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ມີຄວາມອົດທົນສູງມີຄວາມເປັນເຈົ້າກາໃນການຊອກຮູ້ຮໍ່າຮຽນເອົາສິ່ງໃໝ່ໆ ແລະຮູ້ໝູນໃຊ້ທ່າແຮງບົ່ມຊ້ອນທີ່ຕົນເອງມີສ້າງເສດຖະກິດຄອບຄົວເຮັດໃຫ້ຊີວິດການເປັນຢູ່ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ທັງເປັນແບບຢ່າງໃຫ້ແກ່ປະຊາຊົນຜູ່ອື່ນໆຕ່າງໜ້າໃຫ້ອຳນາດການປົກຄອງບ້ານຂໍຢັ້ງຢືນວ່າ: ຄືຄອບຄົວຂອງທ່ານ ຄຳພຸ່ງ ເປັນຄອບ ຄົວຕົວແບບໃນການລ້ຽງງົວຖືວ່າເປັນຕົວແບບທີ່ດີ, ດັ່ງນັ້ນຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນພາຍໃນບ້ານ, ເມືອງພວກເຮົາມາຖອດຖອນບົດຮຽນ, ມາເບີ່ງເອົາ ເປັນຕົວຢ່າງໄດ້ເພື່ອນຳໄປໝູນໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວໃຫ້ເຮົາມີຢູ່ມີກິນເພາະວ່າການລ້ຽງສັດເປັນອາຊີບທີ່ໄດ້ສືບທອດມາແຕ່ດຶກດຳບັນພໍ່ແມ່ປະຊາຊົນເຮົາຈົ່ງຖືເອົາມູນເຊື້ອດັ່ງກ່າວມາເພີ່ມພູນຄູນສ້າງໂດຍຫັນມາປູກຝັງ-ລ້ຽງສັດຂາຍເປັນສິນຄ້າເພື່ອສ້າງເສດຖະກິດຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.