ເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ໃຫ້ ຫົວໜ່ວຍທຸລະກິດໄມ້ເມືອງນານ

 ວັນທີ 19 ມີນາ ຜ່ານມານີ້ຫ້ອງການກະສິກໍາ-ປ່າໄມ້ ເມືອງນານ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງໃໝ່ໃຫ້ບັນດາຫົວໜ່ວຍທຸລະກິດໄມ້ຢູ່ພາຍໃນເມືອງນານຂຶ້ນຢູ່ທີ່ຫ້ອງປະຊຸມຂອງຫ້ອງການກະສິກໍາ-ປ່າໄມ້ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງ-ເມືອງນານ, ມີທ່ານສຸ ລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ,ມີຮອງຫົວໜ້າຫ້ອງການ,ຫົວໜ້າໜ່ວຍງານພະນັກງານພາຍໃນຫ້ອງການ, ພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

  ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງໃໝ່ໄດ້ເວົ້າເຖິງບັນດາຂໍ້ຫ້າມ ແລະມາດຕະການຕ່າງໆຕໍ່ຜູ້ລະເມີດກົດໝາຍດັ່ງກ່າວ ແລະລະບຽບການຄຸ້ມຄອງຈັກຕັດໄມ້ຢູ່ພາຍ ໃນເມືອງ, ການນໍາເອົາໄມ້ເຂົ້າໂຮງເລື່ອຍ ແລະໂຮງເຟີນີເຈີຈາກນັ້ນທ່ານ ພອນສັກ ສິດທິວົງ ຫົວໜ້າໜ່ວຍງານກວດກາປ່າໄມ້ໄດ້ຂຶ້ນຜ່ານຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ ປີ 2016 ກ່ຽວກັບການເຄື່ອນຍ້າຍໄມ້, ຜະລິດຕະພັນໄມ້, ການຂົນສົ່ງອອກໄມ້ ແລະຜະລິດຕະພັນໄມ້ສໍາເລັດຮູບທີ່ປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງນານກ່ຽວກັບການປັບໃໝ່ໄມ້ ແລະຈັກຕັດໄມ້.

  ຈາກນັ້ນກໍໄດ້ເປີດໂອກາດໃຫ້ບັນດານັກທຸລະກິດຜູ້ປະກອບການໂຮງເລື່ອຍ ແລະໂຮງເຟີນີເຈີ, ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ມີຄວາມຄິດເຫັນແລກປ່ຽນ ແລະຂໍ້ສະເໜີຕ່າງໆເຫັນວ່າແຕ່ລະພາກສ່ວນແມ່ນໄດ້ສະແດງຄວາມຄິດເຫັນດ້ວຍບັນຍາກາດທີ່ມີຄວາມໝາຍ ແລະສອດຄ່ອງກັບລະບຽບກົດໝາຍ.