ໝາກເຂືອຫຳມ້າ ຊ່ວຍກະຕຸ້ນ ການ ໄຫຼວຽນຂອງເລືອດ

ຮຽບຮຽງໂດຍ: ຟ້າ

  ໝາກເຂືອຫຳມ້າ ເປັນໄດ້ທັງຢາ ແລະອາຫານ ຈຶ່ງມີປະໂຫຍດຫຼາຍເພາະເປັນຜັກທີ່ກິນໄດ້ທັງແບບສົດເຊັ່ນ: ລວກຈໍາແຈ່ວ ແລະແບບປຸງສຸກຍິ່ງເມື່ອຜ່ານຄວາມຮ້ອນເນື້ອຂອງໝາກເຂືອຫຳມ້າຈະນຸ່ມ, ນ້ຳລົດຫວານ ແລະມີກິ່ນຫອມຈົນຕິດໃຈໃນລົດຊາດຂອງໝາກເຂືອຫຳມ້າ ນອກຈາກນີ້ໝາກເຂືອຫຳມ້າຍັງມີສັບພະຄຸນທາງ ຢາອີກຫຼວງຫຼາຍຫຼາຍຢ່າງທີ່ບໍ່ຢາກຈະເຊື່ອວ່າຈະມີຄຸນປະໂຫຍດຫຼວງຫຼາຍຂະໜາດນີ້.

  1. ສາມາດຊ່ວຍຫຼຸດລະດັບໄຂ ມັນໃນເລືອດ.
  2. ຊ່ວຍເສີມສ້າງຄວາມແຂງແຮງຂອງຫຼອດເລືອດໄດ້.
  3. ຊ່ວຍຫຼຸດໄຂ້.
  4. ຊ່ວຍກະຕຸ້ນການໄຫຼວຽນເລືອດ.
  5. ບັນເທົາອາການປວດ ແລະຫຼຸດບວມ.
  6. ຊ່ວຍຫຼຸດຄໍເລດເຕີຣໍໃນເລືອດ ແລະຂັບຍ່ຽວ.