ໄຊຍະບູລີ ຖືກຮັບຮອງເປັນເມືອງປະຕິບັດຄອບຄົວ ແລະບ້ານສາມັກຄີປອງດອງ

ຂ່າວ: ສົມພົງສີສະຫວັດ

  ພິທີປະກາດເມືອງໄຊຍະບູລີ ເປັນເມືອງປະຕິບັດການສ້າງຄອບຄົວ ແລະບ້ານສາມັກຄີປອງດອງຊຶ່ງເປັນເມືອງທີ 6 ຂອງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 31 ມີນາ 2021 ທີ່ເດີ່ນສະໜາມຫຼວງຂອງແຂວງໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ,ທ່ານ ຄຳສີ ແພງສະຫັວນ ປະທານແນວລາວສ້າງຊາດແຂວງ, ມີອະດີດການນຳຂອງແຂວງຫົວໜ້າ,ຮອງຫົວໜ້າພະແນກການຂອງແຂວງ,ອົງການ, ກົມກອງ, ຫົວໜ້າຮອງຫົວໜ້າຫ້ອງ ການຂອງເມືອງ, ພະນັກງານຫຼັກແຫຼ່ງຂອງແຂວງ, ຂອງເມືອງ, ຜູ້ອາວຸໂສບຳນານ, ນາຍບ້ານ 78 ບ້ານ, ປະທານແນວລາວສ້າງຊາດບ້ານ,ນັກທຸລະກິດ, ຜູ້ປະກອບ, ຄູ-ອາຈານ, ນ້ອງນ້ອຍນັກຮຽນ ແລະປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມ.

ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ ໄດ້ກ່າວເປີດພິທີຢ່າງເປັນທາງການ, ຈາກນັ້ນທ່ານ ສົມບັດ ຈະເລີນມີໄຊ ປະທານແນວລາວສ້າງເມືອງໄດ້ຂຶ້ນຜ່ານບົດລາຍ ງານການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງຂອງແນວລາວສ້າງຊາດເມືອງບາງຕອນໃຫ້ຮູ້ວ່າ: ເມືອງໄຊຍະບູລີ ຕັ້ງຢູ່ໃຈກາງເທສະບານຂອງແຂວງມີເນື້ອທີ່ 3.000ກວ່າກິໂລຕາແມັດ,ມີ 78 ບ້ານ,ມີ 15.441 ຄອບຄົວ,ມີ 1.373 ໜ່ວຍຜະລິດ,ມີພົນລະເມືອງ 81.890 ຄົນ, ຍິງ 40.420 ຄົນ ປະກອບມີ 8 ເຜົ່າຄື: ເຜົ່າລາວ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າອິວມຽນ, ເຜົ່າຍວນ, ເຜົ່າໄທດຳ,ເຜົ່າລື້ ແລະເຜົ່າໄປຣ,ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ

ແລະບ້ານສາມັກຄີປອງດອງຂອງແນວລາວສ້າງຊາດເມືອງໄຊຍະບູລີ ວາງອອກເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນການປະຕິບັດໂຄງການພັດທະນາກ້ອນກຳລັງມະຫາສາມັກຄີທົ່ວປວງຊົນຂອງແນວລາວສ້າງຊາດແຂວງໄຊຍະບູລີວາງອອກເລີ່ມແຕ່ປີ 2012 ຫາປີ 2017 ໄດ້ປະຕິບັດຕາມ 2 ຂັ້ນຕອນ 4 ບາດກ້າວ ແລະ2 ມາດຖານ, ໄລຍະທີ 2 ເປັນໄລຍະການຈັດຕັ້ງປະຕິບັດການສ້າງຄອບຄົວ ແລະບ້ານສາມັກຄີປອງດອງຂອງສູນກາງແນວລາວສ້າງຊາດວາງອອກ, ການປະເມີນການສ້າງຄອບຄົວສາມະຄີປອງດອງແມ່ນປະຕິບັດຕາມ 4 ມາດຕະຖານ,ຜ່ານການປະເມີນປີ 2020 ມີ 14.946 ຄອບຄົວ,ສາມາດຮັບຮອງເປັນຄອບຄົວສາມັກຄີປອງດອງ 13.871 ຄອບຄົວ ກວມເອົາ 92.81%, ການປະເມີນບ້ານສາມັກຄີປອງດອງແມ່ນປະຕິບັດຕາມ 5 ມາດຕະຖານ, ບ້ານທີ່ໄດ້ຮັບການປະເມີນມີ 78 ບ້ານສາມາດຮັບຮອງເປັນບ້ານສາມັກຄີປອງດອງ ແລະໄດ້ຮັບໃບຢັ້ງຢືນແລ້ວ 73 ບ້ານເທົ່າກັບ 93,59%, ບ້ານທີ່ບໍ່ທັນໄດ້ມີ 5 ບ້ານເທົ່າກັບ6,41%.

  ຈາກນັ້ນໃນພີທີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີກໍ່ໄດ້ມອບໃບຢັ້ງຢືນເມືອງໄຊຍະບູລີເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະບ້ານສາມະຄີປອງດອງພ້ອມທັງລັ່ນຄ້ອງ 9 ບາດຕັດລິບປີນ ແລະເປີດປ້າຍເມືອງໄຊຍະບູລີເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງຢ່າງເປັນທາງ ການ.