ທກສ ສາຂາຄໍາມ່ວນປ່ອຍສີນເຊື່ອໄດ 35 ຕື້ກວ່າກີບ

     ທ່ານ ບຸນອ້ອມອິນທະວົງສາຫົວໜ້າສາຂາທະນາຄານສົ່ງ ເສີມກະສິກໍາ (ທສກ) ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ: ທະນາຄານສົ່ງເສີມກະສິກໍາສາຂາຄໍາມ່ວນປະຈຸບັນມີພະນັກງານທັງໝົດ 63 ຄົນ, ຍິງ 33 ຄົນ, ປະກອບ ມີ 5 ໜ່ວຍບໍລິການຄື:ໜ່ວຍບໍລິການເມືອງໜອງບົກ, ມະຫາໄຊ, ນາກາຍ, ເຊບັ້ງໄຟ, ຫີນບູນ. ມີ 6 ຂະແໜງຄື: ຂະແໜງຈັດຕັ້ງ-ພະນັກງານ, ຂະແໜງຫ້ອງການບໍລິຫານ, ຂະແໜງກວດກາ, ຂະແໜງບັນຊີ, ຂະແໜງສິນເຊື່ອແລະຂະແໜງເຕັກໂນໂລຊີ. ດ້ານຂອດບໍລິການແມ່ນມີຫຼາຍຜະລິດຕະພັນໃຫ້ບໍລິການເຊັ່ນ: ATM, SMS, ອີຊີແທັກ, ປະກັນໄພ, ບໍລິ ການໂອນເງິນພາຍໃນແລະຕ່າງ ປະເທດ, ໂອນຄ່ານໍ້າປະປາ, ຄ່າ ໄຟຟ້າ, ຄ່າໂທລະສັບ, ຊໍາລະຄ່າ ທາງ, ຮັບຝາກເງິນ, ໃຫ້ສິນເຊື່ອແລະອື່ນໆ ...

    ໃນປີ 2018 ແຜນການລະ ດົມເງິນຝາກຕັ້ງໄວ້ 303,49 ຕື້ ກີບ, ການຈັດຕັ້ງປະຕິບັດຮອດ ເດືອນ 9 ທຽບໃສ່ແຜນການໄດ້ 96%, ການປ່ອຍເງິນກູ້ເຂົ້າໃນແຕ່ ລະຂະແໜງເສດຖະກິດປະຕິບັດ ໄດ້ຮອດເດືອນບັນລຸ 35,74 ຕື້ກີບ ປະຕິບັດໄດ້ 94%, ສ່ວນວ່າເປົ້າໝາຍໃນການສະໜອງເງິນກູ້ແມ່ນປ່ອຍໃຫ້ 5 ຂະແໜງການຫຼັກຄື: ຂະແໜງອຸດສາຫະກໍາ-ຫັດຖະກໍາ 200 ລ້ານກີບ ເທົ່າກັບ 0,55%, ຂະແໜງກະສິກໍາ-ປ່າໄມ້ 18,85 ຕື້ກີບ ເທົ່າກັບ 51,53%, ຂະແໜງ ການຄ້າ-ບໍລິການ 2,16 ຕື້ກີບ ເທົ່າກັບ 5,91%, ຂະແໜງກໍ່ສ້າງ, ຊື້ພາຫະນະ 15,34 ຕື້ກີບ ເທົ່າກັບ 42,24% ແລະອື່ນໆ 20,37 ລ້ານກີບ ເທົ່າກັບ 51,53%. ຊຶ່ງ ຄວາມແຕກຕ່າງແຕ່ລະພາກສ່ວນ ລະຫວ່າງບຸກຄົນ ແລະກຸ່ມແມ່ນ ແບ່ງອອກເປັນ 3 ໄລຍະຄື: ພາກ ສ່ວນໄລຍະສັ້ນບໍ່ເກີນ 1 ປີ, ວົງເງິນກູ້ 50 ລ້ານກີບຂຶ້ນໄປຕໍ່ຄົນ, ດອກເບ້ຍປະຕິບັດຕາມແຈ້ງການແຕ່ລະໄລຍະທີ່ມີການປ່ຽນແປງ, ຖ້າເປັນລາຍກຸ່ມແມ່ນວົງເງິນ 20 ລ້ານກີບລົງມາຕໍ່ຄົນ, ອັດຕາດອກເບ້ຍແມ່ນປະຕິບັດຕາມແຈ້ງການທີ່ກໍານົດອອກໃນແຕ່ລະຊ່ວງ, ໂດຍເລັ່ງໃສ່ໃນຂະແໜງກະສິກໍາ-ຫັດຖະກໍາ, ລ້ຽງສັດນ້ອຍ, ປູກ ເຂົ້ານາແຊງ, ນາປີແລະເປັນທຶນ ໝູນວຽກເກັບຊື້ຜົນຜະລິດ. ພາກສ່ວນໄລຍະກາງແມ່ນ 5 ປີລົງ ມາ, ວົງເງິນກູ້ 50 ລ້ານກີບຂຶ້ນ ໄປຕໍ່ຄົນ, ອັດຕາດອກເບ້ຍແມ່ນປະຕິບັດຕາມແຈ້ງການທີ່ກໍານົດອອກໃນແຕ່ລະຊ່ວງ, ຖ້າເປັນລາຍ ກຸ່ມແມ່ນອະນຸມັດບໍ່ເກີນ 30 ລ້ານ ກີບຕໍ່ສະມາຊິກ 1 ຄົນ, ສ່ວນອັດຕາດອກເບ້ຍແມ່ນປະຕິບັດຕາມ ແຈ້ງການທີ່ກໍານົດອອກໃນແຕ່ລະໄລຍະໂດຍເລັ່ງໃສ່ເປົ້າໝາຍບຸກເບີກເນື້ອທີ່ນາ, ປູກພືດທຸກຊະນິດແລະອື່ນໆໃນຂະແໜງກະສິກໍາ, ພາກສ່ວນໄລຍະຍາວວົງເງິນກູ້ 50 ລ້ານກີບຂຶ້ນໄປຕໍ່ຄົນ, ຖ້າເປັນລາຍກຸ່ມແມ່ນວົງເງິນ 30 ລ້ານກີບ ຕໍ່ສະມາຊິກ 1 ຄົນ, ອັດຕາດອກເບ້ຍແມ່ນປະຕິບັດຕາມແຈ້ງການທີ່ກໍານົດອອກໃນແຕ່ລະຊ່ວງ, ໂດຍເລັ່ງໃສ່ໃນຂະແໜງກະສິກໍປູກຝັງ-ລ້ຽງສັດ.

    ຕະຫຼອດຜ່ານມາ 9 ເດືອນທະ ນາຄານສົ່ງເສີມກະສິກໍາດໍາເນີນທຸລະກິດມີຂໍ້ສະດວກຫຼາຍດ້ານ ເປັນຕົ້ນດ້ານອົງການຈັດຕັ້ງພັກ-ລັດແມ່ນໃຫ້ກາສະໜັບສະໜູນ, ໃຫ້ຄວາມສະດວກໃນການດໍາເນີນທຸລະກິດບໍ່ວ່າຈະເປັນຂອດການບໍລິການທາງດ້ານເງິນກູ້, ທາງດ້ານ ເງິນຝາກ, ການລະດົມແຫຼ່ງທຶນແລະໃນດ້ານການແກ້ໄຂວຽກງານໜີ້ສິນຂອງທະນາຄານສົ່ງເສີມກະ ສິກໍາ, ຫຼາຍພາກສ່ວນຂອງລັດແມ່ນໃຫ້ການຮ່ວມມື. ຄຽງຄູ່ກັບຂໍ້ສະດວກກໍ່ຍັງມີຂໍ້ຫຍຸ້ງຍາກໃນໄລຍະຜ່ານມາການດໍາເນີນທຸລະກິດສັງເກດເຫັນວ່າຍັງມີຫຼາຍດ້ານທີ່ບໍ່ປະສົບຜົນສໍາເລັດເຊັ່ນ:ດ້ານອໍານາດລັດທີ່ກ່ຽວພັນກັບການດໍາເນີນທຸລະກິດເຊັ່ນ:ພະແນກຍຸຕິທໍາການດໍາເນີນວຽກ ງານດ້ານການຟ້ອງສານຍັງຊັກຊ້າແກ່ຍາວ, ບໍ່ເດັດຂາດ, ການຊໍາ ລະດ້ານແຫຼ່ງທຶນງົບປະມານແມ່ນ ບໍ່ໄດ້ຕາມແຜນທີ່ລູກຄ້າໄດ້ລົງທຶນ ໄປ, ລູກຄ້າຈໍານວນໜຶ່ງແມ່ນບໍ່ມີຄວາມຈິງໃຈໃນການແກ້ໄຂໜີ້ສິນແກ່ຍາວເວລາ, ຮ້ອງຟ້ອງແລະ ອື່ນໆ.

    ທ່ານບຸນອ້ອມອິນທະວົງສາໄດ້ກ່າວຕື່ມວ່າ:ຄາດໝາຍສູ້ຊົນຍອດລະດົມເງິນຝາກປະຕິບັດໝົດປີ ໄດ້ 104%, ການປ່ອຍສິນເຊື່ອແຜນປີແມ່ນ 38,16 ຕື້ກີບ ທຽບໃສ່ປີ 2017 ແມ່ນເພີ່ມຂຶ້ນ 290%. ໃນນັ້ນແຜນການແມ່ນໃຫ້ເພີ່ມຂຶ້ນໂດຍສະເພາະແມ່ນຂະແໜງກະສິກໍາໃຫ້ໄດ້ 80% ຂອງແຜນການທີ່ວາງໄວ້. ສໍາລັບ ການສູ້ຊົນໃນ 3 ເດືອນທ້າຍປີ 2018 ທະນາຄານໄດ້ວາງແຜນ ໄວ້ຄື: ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ພະນັກງານມີແນວຄິດອຸ່ນອ່ຽນຕໍ່ການນໍາພາຂອງພັກ-ລັດ, ສືບຕໍ່ລະດົມເງິນ ຝາກໃຫ້ໄດ້ເກີນແຜນທີ່ວາງໄວ້, ສືບຕໍ່ປ່ອຍສິນເຊື່ອເຂົ້າໃນຂະແໜງ ກະສິກໍາໃຫ້ໄດ້ 80% ຂອງຍອດ ສິນເຊື່ອທັງໝົດ, ສືບຕໍ່ແກ້ໄຂ ໜີ້ໃນຜັງ-ນອກຜັງໃຫ້ໄດ້ຕາມ ແຜນການທີ່ວາງໄວ້ (ໃຫ້ໄດ້ 20% ຂອງຍອດໜີ້ທັງໝົດ ).