ຮ້ານພິມສຸດາຈິວເວີ່ຣີ້ ເນັ້ນຄຸນນະພາບ ຄວາມຊື່ສັດ ສັງຄົມຍອມຮັບ

  ຮ້ານຈິວເວີ່ຣີ້ ຖືວ່າເປັນຮ້ານເພັດຢູ່ລະດັບແຖວໜ້າເມືອງລາວທີ່ເພິ່ນນຳເອົາປະສົບການສານຕໍ່ທຸລະກິດຈາກຄອບຄົວທີ່ເຄີຍມີຊື່ສຽງໃນລາວມາກ່ອນຈົນມາຮອດປະຈຸບັນ ທີ່ເພິ່ນເອົາໃຈໃສ່ ແລະເນັ້ນການບໍລິການດ້ວຍຄວາມຊື່ສັດເຮັດໃຫ້ຄວາມນິຍົມ ແລະເປັນທີ່ຮູ້ຈັກກັນດີໃນສັງຄົມຮ້ານເພັດພິມສຸດາຈິວເວີ່ຣີ້.

  ທ່ານນາງ ສິລິພອນ ທຳມະຈັນ ເຈົ້າຂອງຮ້ານພິມສຸດາຈິວເວີ່ຣີ້ ໃຫ້ສຳພາດນັກຂ່າວພວກເຮົາຮູ້ວ່າ: ການທີ່ມາເປີດຂາຍບໍລິການຮ້ານເຮົາໄດ້ແຮງບັນດານໃຈຫລັກໆແມ່ນມາຈາກຜູ້ເປັນແມ່ຂອງພວກຂ້າພະເຈົ້າທີ່ເພິ່ນມີຄວາມມັກຮັກໃນທຸລະກິດດ້ານນີ້ແລະໄດ້ດຳເນີນທຸລະກິດດ້ານນີ້ມາແຕ່ສະໄໝກ່ອນເຊິ່ງສິ່ງດັ່ງກ່າວໄດ້ກາຍເປັນປະສົບການອັນເປັນຄວາມຮູ້ພື້ນຖານໃຫ້ແກ່ລູກໆຫລານໆພາຍໃນຄອບຄົວພວກພະເຈົ້າໄດ້ສານຕໍ່ທຸລະກິດ.

 ສຳລັບການເປີດບໍລິການຮ້ານພິມສຸດາເລີ່ມສ້າງຕັ້ງຂຶ້ນຢ່າງເປັນທາງການມາແຕ່ປີ 2009 ໃນໄລຍະເວລາ 10 ກວ່າປີຜ່ານມານີ້ຖືວ່າແມ່ນໄດ້ຮັບຜົນຕອບຮັບເປັນຢ່າງດີຈາກສັງຄົມ, ລູກໄດ້ໃຫ້ຄວາມເຊື່ອໝັ້ນຜະລິດຕະພັນຂອງຮ້ານພິມສຸດາຫລາຍຂຶ້ນ ແລະມີລູກຄ້າຫລາຍກຸ່ມໄດ້ເດີນທາງມາອຸດໜຸນຜະລິດຕະພັນຂອງຮ້ານພິມສຸດາ.

  ຄຳວ່າ “ພິມສຸດາ” ແມ່ນມີທີ່ມາຈາກຊື່ຫລານສາວຂອງພວກຂ້າພະເຈົ້າທີ່ເກີດກ່ອນມື້ກໍ່ຕັ້ງຮ້ານເລີຍເລືອກຊື່ນີ້ທີ່ເປັນນິມິດໝາຍແຫ່ງຄວາມເປັນສິຣິມຸງຄຸນ.


  ຈຸດພິເສດໂດດເດັ່ນຮ້ານເຮົາແມ່ນຢູທີ່ຄວາມເຊື່ອສັດຕໍ່ລູກຄ້າ, ການອອກແບບມີຄວາມທັນສະໄໝ ແລະມີຮູບແບບທີ່ຫລາກຫລາຍເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃນຫລາຍໆກຸ່ມ, ສິ່ງດັ່ງກ່າວຈະສາມາດຊຸກດັນທຸລະກິດດ້ານນີ້ໃຫ້ກ້າວໄປໄວທີ່ສຸດ.

  ສິ່ງທີ່ໄດ້ຮັບຄວາມພົ້ນເດັ່ນທີ່ສຸດຂອງຜະລິດຕະພັນພາຍໃນຮ້ານຂອງພວກຂ້າພະເຈົ້າແມ່ນຈະຢູ່ທີ່ຄວາມໂດດເດັ່ນໃນຮູບແບບຂອງລວດລາຍທີ່ອອກແບບໂດຍແນວຄິດສ້າງສັນຂອງເຈົ້າຂອງຮ້ານທີ່ຈະບໍ່ຊໍ້າແບບໃຜ, ພິເສດແມ່ນອອກແບບຕາມຄວາມຕ້ອງການຂອງລູກຄ້າ, ລວດລາຍໃນແຕ່ລະລາຍຈະເປັນເອກະລັກສະເພາະຂອງຮ້ານພິມສຸດາທີ່ເປັນການປະສົມປະສານລະຫວ່າງລວດລາຍພື້ນເມືອງລາວກັບລວດລາຍສາກົນໃຫ້ເປັນຮູບແບບລວດລາຍສະເພາະຂອງຮ້ານພິມສຸດາຢ່າງລົງຕົວທີ່ສຸດ. ອັນຍະມະນີປະເພດເພັດແມ່ນຈະມາຈາກປະເທດເບວຢ້ຽມເຊິ່ງເປັນປະເທດທີ່ຂຶ້ນຊື່ເລື່ອງການຜະລິດເພັດອັນດັບຕົ້ນໆຂອງໂລກ; ສ່ວນອັນຍະມະນີປະເພດພອຍແມ່ນຈະນຳເຂົ້າຈາກບັນດາປະເທດເພື່ອນບ້ານຂອງເຮົາ.

  ທາງຮ້ານແມ່ນບໍ່ຈຳແນກລູກຄ້າ,ລູກຄ້າທຸກຄົນທີ່ສົນໃຈຜະລິດຕະພັນຂອງຮ້ານພິມສຸດາຈິວເວີ່ຣີ້ແມ່ນສາມາດມາຢ້ຽມຊົມຜະລິດຕະພັນຂອງຮ້ານໄດ້,ໃນນີ້ລູກຄ້າສ່ວນ ໃຫຍ່ທີ່ໃຫ້ຄວາມນິຍົມຊົມຊອບຜະລິດຕະພັນຂອງຮ້ານພິມສຸດາຈິວເວີ່ຣີ້ແມ່ນໄດ້ແກ່ລູກຄ້າທີ່ເປັນໄວເຮັດວຽກຫາໄວທີ່ມີຊົງຄຸນນະວຸດແລ້ວ ແລະທີ່ພິເສດສຸດແມ່ນກຸ່ມລູກ ຄ້າທີ່ກຳລັງຈະສ້າງຄອບຄົວທີ່ເປັນລູກຄ້າປະຈຳຂອງທາງຮ້ານ.

  ຮ້ານຈິວເວີ່ຣີ້ ມາຮອດປະຈຸບັນຖືວ່າລູກຄ້າແມ່ນຮູ້ຈັກກັນດີສະນັ້ນທ່ານໃດສົນໃຈກໍ່ສາມາດລອງໂທສອບຖາມເພິ່ນໄດ້ເບີ 02055442666 ຫຼື 02078998456.