ມອບ-ຮັບ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ

  ຂປລ: ໃນຕອນບ່າຍວັນທີ 6 ເມສາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານລະຫວ່າງ ທ່ານ ທັນສະໄໝ ກົມມະສິດ (ຜູ້ເກົ່າ) ແລະທ່ານ ບໍ່ວຽງຄຳ ວົງດາລາ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາພະ ນັກງານຫລັກແຫລ່ງ-ນຳພາ, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນກະຊວງດັ່ງກ່າວເຂົ້າຮ່ວມ.
 
  ໃນພິທີດັ່ງກ່າວ,ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫລຸບລາຍງານຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາວຽກງານໄປສະນີ,ໂທລະຄົມມະນາຄົມ ແລະການສື່ສານໃນໄລຍະ 5ປີ ຜ່ານມາ (2016-2020) ຂອງຂະແໜງເຕັກໂນໂລຊີ ແລະການສື່ສານ ເປັນຕົ້ນການຫັນວຽກງານເຕັກໂນໂລຊີ ແລະການສື່ສານໃຫ້ກາຍເປັນອຸດສາຫະກຳ ແລະທັນສະໄໝ, ເປັນເຄື່ອງມືທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ, ຢືນຢົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ແລະທິດທາງວຽກງານແຜນການໃນຕໍ່ໜ້າ.
 
  ໂອກາດນີ້, ທ່ານ ທັນສະໄໝ ກົມມະສິດ ກໍໄດ້ຕີລາຄາສູງ, ສະແດງຄວາມຊົມເຊີຍ ແລະເຊື່ອໝັ້ນຕໍ່ການມາຮັບໜ້າທີ່ໃໝ່ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ. ຂະນະດຽວກັນ,ທ່ານ ບໍ່ວຽງຄຳ ວົງດາລາ ກໍໄດ້ສະແດງຄວາມຂອບໃຈ ແລະຮູ້ບຸນ ຄຸນຕໍ່ພັກ-ລັດ, ຂັ້ນເທິງ ທີ່ໄດ້ມອບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນໃຫ້ມາຮັບໜ້າທີ່ໃໝ່ ແລະໃຫ້ຄຳໝັ້ນສັນຍາວ່າຈະສຸມທຸກເຫື່ອແຮງ ແລະສະຕິປັນຍານຳພາ-ຊີ້ນຳວຽກທີ່ຖືກມອບໝາຍໃຫ້ສຳເລັດ ຜົນ, ພ້ອມທັງສະແດງຄວາມຊື່ນຊົມສັນລະເສີນຄຸນງາມຄວາມດີຂອງອະດີດເລຂາຄະນະພັກ, ລັດຖະມົນຕີຜູ້ເກົ່າ.
 
  ໃນໂອກາດທີ່ມີຄວາມໝາຍນີ້, ທ່ານ ບຸນທອງ ຈິດມະນີ ກໍໂອ້ລົມຫລາຍບັນຫາສຳຄັນ ແລະໄດ້ຍ້ອງຍໍຊົມເຊີຍຜົນງານການປະກອບສ່ວນຂອງ ທ່ານ ທັນສະໄໝ ກົມມະສິດ ຕໍ່ການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ແລະກົດລະບຽບຂອງພັກ 1 ສະໄໝ ທີ່ຜ່ານມາຢ່າງມີຄວາມຮັບຜິດຊອບສູງ ແລະ ດ້ວຍຜົນສຳເລັດຫລາຍດ້ານ ທັງດ້ານມະຫາພາກ ແລະຈຸລະພາກຂອງວຽກງານເຕັກໂນໂລຊີ ແລະການສື່ສານ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຊິ່ງເປັນຜົນສຳເລັດທີ່ໜ້າຊື່ນຊົມຂອງຄະນະພັກແຕ່ລະຂັ້ນ.
 
   ພ້ອມນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ຮຽກຮ້ອງໃຫ້ລັດຖະມົນຕີຜູ້ໃໝ່ ແລະ ທຸກສະຫາຍພາຍໃນຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານໃຫ້ສືບຕໍ່ຊີ້ນຳການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີບົດບາດສໍາຄັນ ໃນການຂັບເຄື່ອນໂດຍສຸມໃສ່ສ້າງບັນດາໂປຣແກຣມການຫັນການບໍລິຫານ ແລະບໍລິການຂອງລັດໃຫ້ທັນສະໄໝດ້ວຍລະບົບດີຈິຕອນ, ຂະຫຍາຍລະບົບສື່ສານຄວາມໄວສູງໃຫ້ທົ່ວທຸກໝູ່ບ້ານທົ່ວປະເທດ ແລະສ້າງລະບົບປ້ອງກັນໄອຊີທີ/ດີຈິຕອນ ໃຫ້ມີຄວາມປອດໄພສູງ.
 
ຂ່າວ-ພາບ: ສິງຄຳ