ຫລາຍພາກສ່ວນຮ່ວມສ້າງຮູບເງົາກາຕູນເຄື່ອນໄຫວເລື່ອງ “ Save Ralph “ ເພື່ອປູກຈິດສໍານຶກຢຸດການທົດລອງນຳສັດເພື່ອເຮັດເຄື່ອງສຳອາງ

ວັນອັງຄານທີ 07 ເມສາ 2021 ຜູ້ສ້າງຮູບເງົາ ແລະດາລານັກສະແດງຫຼາຍຄົນຂອງຮໍລີວູດໄດ້ຮ່ວມແຮງນຳ Humane Society International ໄດ້ຜະລິດຮູບເງົາກາຕູນເຄື່ອນໄຫວສັ້ນທີ່ມີປະສິດຕິພາບ, Save Ralph,ເພື່ອຢຸດການນຳສັດມາທົດລອງເພື່ອເຮັດເຄື່ອງສຳອາງທົ່ວໂລກເຖິງວ່າ 40 ປະເທດໄດ້ມີກົດໝາຍຕ້ອງຫ້າມໄປແລ້ວກໍຕາມ, ແຕ່ການທົດລອງກໍ່ຍັງຖືກກົດໝາຍໃນຫຼາຍປະເທດ ແລະ ມີການກັບມາທົດລອງຄືນໃນບາງສວ່ນຂອງໂລກ. ສັດຫຼາຍພັນໂຕຕ້ອງຖືກທໍລະມານ ແລະຕາຍລົງໂດຍບໍ່ຈຳເປັນໂດຍທີ່ເລື່ອງມັນບໍ່ໄດ້ກ່າວເຖີງ.

  Taika waititi, Ricky Gervais, Zac Efron, Olivia Munn, Pom Klementieff, Tricia Helferແລະຄົນອື່ນໆໄດ້ມາຮ່ວມກັນຊ່ວຍ HSI ປ່ຽນແປງໂດຍໃຫ້ສຽງເພື່ອເລືອງ SaveRalph,ໂດຍມີເປົ້າໝາຍທີ່ຈະສ່ອງແສງຂອງການອົດທົນຂອງສັດທີ່ກຳລັງທໍລະມານ ແລະເຂົ້າເຖິງຜູ້ຊົມໃຊ້ ແລະຜູ້ໃຫ້ນະໂຍ ບາຍໃນພາລະກິດ HSI ໃນການຢຸດການກະທຳ. ນັກຂຽນ ແລະຜູ້ກໍາກັບຮູບເງົບ Spencer Susser (Hesher, the Greatest Showman) ແລະຜູ້ສ້າງໜັງ, Jeff Vespa (Voices of Parkland) ໄດ້ຮ່ວມມືກັນນຳ Arch Model Studio of puppet maker supreme Andy Gent ໃນການສ້າງ ແລະນຳ ຣາບ (Ralph) ໃຫ້ມີຊີວິດ. ຮູບເງົບໄດ້ອອກມາໃນພາສາປອກຕຸຍການ,ຝຣັ່ງ ແລະຫວຽດນາມນຳ Rodrigo Santoro,Denis Villeneu ແລະຄົນອື່ນໆ ໃນການໃຫ້ສຽງໂຕລະຄອນໃນເລືອງໃນພາສານັ້ນໆ ແລະ Maggie Q ໄດ້ຕອບສະໜອງການສະໜັບສະໜຸນໂດຍວິດີໂອຂໍ້ຄວາມ.

 ຄົ້ນຫາຮູບເງົາສັ້ນ ແລະຂໍ້ມູນກ່ຽວກັບການທົດລອງນຳສັດໃນປະຈຸບັນແລະເຈົ້າສາມາດເບິ່ງໄດ້ທີ່ hsi.org/Ralph

Jeffrey Flocken, ປະທານຂອງ Humane Society lnternational ໄດ້ເວົ້າວ່າ’’Save Ralph ແມ່ນການປຸກໃຫ້ຮູ້ວ່າສັດຍັງຖືກທໍລະມານເພື່ອເຄື່ອງສຳອາງ ແລະຕອນນີ້ແມ່ນໄດ້ເວລາທີ່ພວກເຮົາຄວນມາຮ່ວມມືກັນເພື່ອຫ້າມບໍ່ໃຫ້ມີການທົດລອງທົ່ວໂລກ. ທຸກມື້ນີ້ເຮົາມີຫຼາຍວິທີການເພື່ອຮັບປະກັນຄວາມປອດໄພຂອງສິນຄ້າທີ່ບໍ່ຕ້ອງທົດລອງນຳສັດ, ດັ່ງນັ້ນຈື່ງບໍ່ມີຂໍ້ອ້າງນໍາໃຊ້ສັດຄືຣາບຕ້ອງມາທໍລະມານໃນກັບການທົດລອງເຄຶ່ອງສຳອາງຫຼືສ່ວນປະສົມຂອງເຄື່ອງສຳອາງ.

 ໃນໜັງປູກຈິດສໍານຶກຂອງ HSI ຈຸດເດັ່ນຂອງຕົວລະຄອນກະຕ່າຍ, ຣາບ ໃຫ້ສຽງໂດຍ TaikaWaititi, ກຳລັງຖືກສຳພາດຄືລາວເຮັດກິດຈະກຳປະຈຳວັນຂອງລາວຄື  ‘’ ໂຕທົດລອງ’’ ໃນສູນທົດລອງເຄມີ. ການປູກຈິດສໍານຶກຂອງ HSI’s #SaveRalph ຈັດການກັບບັນຫາີ່ລົບກວນຂອງການທົດລອງນຳສັດໃນຕົວຈິງ ແລະແບບທີ່ບໍ່ຕັ້ງໃຈ--ນຳໃຊ້ເລື່ອງຂອງກະຕ່າຍໂຕໜຶ່ງເພື່ອສອ່ງແສງໃຫ້ເຫັນໃນຄວາມລຳບາກຂອງກະຕ່າຍ ແລະສັດອື່ນໆທີ່ທໍລະມານໃນສູນທົດລອງຕອນນີ້ຢູ່ທົ່ວໂລກ. ໃຫ້ຜູ້ຊົມມີສ່ວນຮ່ວມໃນການຫ້າມບໍ່ໃຫ້ເຄື່ອງສຳອາງທົດລອງນຳສັດຕະຫຼອດໄປ.

  Spencer Susser, ຜູ້ກຳກັບຮູບເງົາ, ໄດ້ເວົ້າວ່າ ‘’ການທົດລອງນຳສັດໃນຫ້ອງທົດລອງຂອງເຄື່ອງສຳອາງບໍ່ມີທາງເລືອກ ແລະແມ່ນຄວາມຮັບຜິດຊອບຂອງເຮົາທີ່ຈະຕ້ອງເຮັດອັນໃດອັນໜຶ່ງ. ເມື່ອມີໂອກາດຂື້ນມາທີ່ຈະເຮັດການປູກຈິດສໍານຶກໃໝ່ໃຫ້ Humane Society International, ຂ້ອຍຮູ້ສຶກວ່າເພື່ອຢຸດເຄື່ອນ ໄຫວການສົ່ງຂໍ້ຄວາມແມ່ນດີທີ່ສຸດ. ເວລາເຈົ້າເຫັນຄວາມເປັນຕາຢ້ານໂຕຈິງໃນການທີ່ສັດຖືກທົດລອງ, ເຮົາຈະບໍ່ສາມາດເບິ່ງຂ້າມມັນໄປໄດ້ອັນທີ່ຂ້ອຍຫວັງໃນການເຮັດໜັງເລື່ອງນີ້ແມ່ນເພື່ອສ້າງອັນໃດອັນໜຶ່ງທີ່ສົ່ງຄວາມໝາຍໂດຍທີ່ບໍ່ຮຸນແຮງເກີນໄປ. ຂ້ອຍຫວັງວ່າຜູ້ຊົມຈະຫຼົງຮັກກັບ Rຣາບແລະມີຄວາມຕ້ອງການທີ່ຈະສູ້ເພື່ອລາວ ແລະສັດອື່ນໆຄືລາວ, ດັ່ງນັ້ນເຮົາສາມາດຫ້າມບໍ່ໃຫ້ມີການທົດລອງນຳສັດຕະຫຼອດໄປ.

   Claudia Dang Tsi Psuong Tsao, ຜູ້ຈັດການໂຄງການປູກຈິດສໍານຶກດັ່ງກ່າວຂອງ Humane Society International ASEAN ເວົ້າວ່າ ‘’ລາວມີບົດບາດສຳຄັນໃນການຊ່ວຍເຂດອາຊຽນໃຫ້ກາຍເປັນເຂດຕະຫຼາດເຄື່ອງສຳອາງທີ່ປາສະຈາກຄວາມຮຸນແຮງ ແລະ ປະຊາຊົນລາວເຮັດໃຫ້ເຫັນຫວາເຂົາຢາກໃຫ້ມີການປ່ຽນແປງ. ບໍ່ພຽງແຕ່ການທົດລອງນຳສັດໃນເຄື່ອງສຳອາງຍັງຖືກກົດໝາຍໃນສີ່ຂອງຫ້າປະເທດໃນໂລກ, ລວມທັງຫລາຍປະເທດໃນຕະເວັນອອກສ່ຽງໃຕ້ນຳ, ແຕ່ການທົດລອງໄດ້ມີເພິ່ມຂື້ນໂດຍໄດ້ປ່ຽນມາເອີ້ນວ່າການປະເມີນທາງສານເຄມີ. ໃນປີ 2019 Humane Society International ໄດ້ເຮັດການສຳຫຼວດໂດຍ Ipsos ໄດ້ເຫັນວ່າຄົນສວ່ນຫຼາຍສະໜັບສະໜຸນໃນການຫ້າມການທົດລອງນຳສັດຂອງເຄື່ອງສຳອາງໃນທົ່ວອາຊຽນ, 98%.ໃນລາວສະໜັບສະໜຸນ ແລະ 87%ໂດຍສະເລ່ຍສະໜັບສະໜຸນທົ່ວປະເທດໃນອາຊຽນ. #SaveRalph ແມ່ນການສະໜັບສະໜຸນໂດຍສາທາລະນະໃນທົ່ວໂລກແລະການສ້າງຄວາມຮັບຮູ້ຂອງການລົນນະລົງທີ່ມີເປົ້າໝາຍເພື່ອເຮັດໃຫ້ເຫັນຄວາມໂຫດຮ້າຍຂອງການທໍລະມານທີ່ສັດຕ້ອງໄດ້ທົນໃນການທົດລອງແລະເປັນການເຕືອນຜູ້ທີ່ເຮັດກົດໝາຍວ່າເຮົາຢາກໃຫ້ມີຂໍ້ຫ້າມທີ່ເດັດຂາດໃນກົດໝາຍເພາະບໍ່ຄວນມີສັດໂຕໃດຄວນມາທໍລະມານຫຼືຕາຍໃນນາມຂອງຄວາມງາມ.’’

ນັກສະແດງ Maggie Q, ໄດ້ເວົ້າວ່າ ຂ້ອຍເຊື່ອໃນຄົນ. ຂ້ອຍຮູ້ສຶກວ່າຖ້າພວກເຂົາໄດ້ຮູ້ເຖິງຄວາມທຸກທໍລະມານອັນມະຫາສານທີ່ເກີດຂື້ນນຳສັດໃນນາມຂອງຄວາມງາມ-ພວກເຂົາຊິຮຽກຮ້ອງຕ່າງອອກໄປ. ການທົດລອງນຳສັດເພື່ອເຄື່ອງສຳອາງຍັງຖືກກົດໝາຍໃນຫຼາຍປະເທດທົ່ວໂລກ, ລວມປະເທດໃນຕະເວັນອອກຊຽນໃຕ້. ຂ້ອຍສົ່ງເສີມຜູ້ຊົມໃຊ້ຢູ່ໃນເຂດນີ້ໃຫ້ຄິດທົບທວນວ່າຈະໃຊ້ເງີນເຈົ້າຢູ່ໃສ. ສຳລັບຂ້ອຍ, ຂ້ອຍຮູ້ວ່າຂ້ອຍບໍ່ຕ້ອງການສີນຄ້າທີ່ມີຄວາມໂຫດຮ້າຍທີ່ຈະງາມ. ແລະ ເຈົ້າກໍ່ບໍ່ຄວນຄືກັນແມ່ນບໍ! ໃຫ້ເຮົາເຮັດການປະກາດນຳກັນ!!

 Troy Seidle, ຮອງປະທານຝ່າຍຄົ້ນຄ້ວາ ແລະພະແນກສານພິດຂອງ HSI , ໄດ້ເວົ້າວ່າ’’ງ່າຍທີ່ຈະຄິດວ່າບໍລິສັດແມ່ນບັນຫາ, ແຕ່ຄວາມຈິງແລ້ວເຂົາແມ່ນສ່ວນສຳຄັນໃນການແກ້ບັນຫາ. ກົດໝາຍຕ້ອງມີການປ່ຽນແປງ ແລະເຈົ້າຂອງບໍລິສັດຊັ້ນນຳຄື Lush, Unilever, P&G, LOreal, ແລະ Avon ແມ່ນເຮັດວຽກນຳພວກເຮົາເພື່ອປະກັນການຫ້າມບໍ່ໃຫ້ມີການທົດລອງນຳສັດທີ່ມີຄຸນຄ່າໃນຫຼາຍໆ ຜູ້ທີ່ມີອິດທິພົນໃນຕະຫຼາດເຄື່ອງສຳອາງ ແລະຄວາມງາມພວກເຮົາໄດ້ຊັກຊວນຣາບໃຫ້ມາເປັນຜູ້ຕາງໜ້າເພື່ອຊ່ວຍໃຫ້ກົດໝາຍໄປຮອດເສັ້ນໄຊ.’’

  ການລົນນະລົງແມ່ນສຸມໃສ່ 16 ປະເທດຫຼັກໆຄື: ບຣາຊິວ, ການນາດາ, ຊີລີ, ແມັກຊິໂກ, ອາຟິກກາໃຕ້ ແລະ 10 ປະເທດທີ່ອາຊີຕະເວັນອອກສ່ຽງໃຕ້ ແລະຮວ່ມມືນຳອົງກອນ,Humane Society ຂອງສະຫະລັດອາເມລິກາ ແລະກອງທຶນ Humane Society ແມ່ນສຸມໃສ່ນິຕິບັນຢັດໃນສະຫະລັດອາເມລິກາ. HSI ແມ່ນຍັງຢືນຕໍ່ສູ້ເພື່ອການຫ້າມທີ່ມີແລ້ວກໍ່ຕາມ, ຄືຢູ່ທີ່ຢູໂລບທີ່ເຈົ້າໜ້າທີພະຍາຍາມຫາຜົນປະໂຫຍດໃນຊ່ອງວ່າງຂອງກົດໝາຍດ້ວຍການຮຽກຮ້ອງການທົດລອງສ່ວນປະ ກອບເຄື່ອງສຳອາງໃໝ່ໃຫ້ຢູ່ພາຍໃຕ້ກົດໝາຍຂອງສານເຄມີ, Save Ralph ຈະສ່ອງແສງຈຸດເດັ່ນຂອງທຸກໆປະເທດເລົ່ານີ້, ດ້ວຍການພັກດັນພວກເຂົາໄປສູ່ການປາ ສະຈາກຄວາມໂຫດຮ້າຍໃນອະນາຄົດທີ່ສາທາລະນະ ແລະຜູ້ຊົມໃຊ້ໄດ້ຄາດຫວັງໄວ້.

 ຂໍ້ເທັດຈິງ:

 ຜົນຂອງການສຳຫຼວດຄັ້ງລ່າສຸດໄດ້ເຫັນວ່າ 98% ຂອງພົນລະເມືອງລາວສະໜັບສະໜູນຫ້າມບໍ່ໃຫ້ຜູ້ຜະລິດເຄື່ອງສຳອາງເຮັດການທົດລອງນຳສັດ.

ໃນສ່ວນໜື່ງຂອງໂລກ,ກະຕ່າຍຄືຣາບແມ່ນຖືກລັອກຄໍ ແລະໃຊ້ເຄື່ອງສຳອາງແລະສ່ວນປະກອບຢອດໃສ່ຕາຂອງເຂົາ ແລະຢອດໃສ່ໜັງບ່ອນທີ່ຂົນຖືກແຖທາງຫຼັງຂອງເຂົາ. ໜູສະເພົາ ແລະໂຕໜູແມ່ນຖືກສານເຄມີສີດໃສ່ໜັງທີ່ຖືກແຖຫລືໃສ່ຫູຂອງເຂົາສັດເລົ່ານີ້ບໍ່ມີໂຕໃດໄດ້ຮັບຢາແກ້ປວດ, ແລະໃນສຸດທ້າຍສັດທຸກໆໂຕຈະຖືກຂ້າ.
ການທົດລອງນຳສັດເພື່ອເຄື່ອງສຳອາງແມ່ນຕ້ອງຫ້າມເປັນທາງການໃນ 40 ປະເທດແລ້ວ.HSI ແລະພັນທະມິດເປັນເຄືອງມືໃນການປະກັນການຫ້າມໃຊ້ໃນປະ ເທດອິນເດຍ, ໃຕ້ຫວັນ, ນິວຊີແລນ, ເກົາຫລີໃຕ້, ອົດສະຕຣາລີ ແລະ 10 ລັດໃນບຣາຊິວ. ການທົດລອງແບບນີ້ແມ່ນຖືກຫ້າມຄືກັນໃນປະເທດຕວກກີ,ອິດສະລາເອວ, ນໍເວ, ໄອສ໌ແລນ, ສະວິດສແລນ, ແລະຢູ່ໃນສະຫະລັດອາເມລິກາ.  ລັດຄາລິຟໍເນຍ, ລັດອີລິນອຍ, ລັດເນວາດາແລະລັດເວີຈິເນຍ.
ມີຫລາຍກ່ວາ 2000 ຍີ່ຫໍ້ຂອງເຄື່ອງສຳອາງທີ່ປາສະຈາກຄວາມໂຫດຮ້າຍແມ່ນມີຂາຍທົ່ວໂລກ ລວມເຖິງ Lush, Garnier, Dove, Herbal Essences ແລະ H&M.  ສິນຄ້າຂອງບໍລິສັດເລົ່ານີ້ແມ່ນສິນຄ້າທີ່ປອດໄພໂດຍໃຊ້ສວ່ນປະກອບທີ່ມີປະຫວັດໃນຄວາມປອດໄພທີ່ໃຊ້ນຳກັນກັບເຄື່ອງມືທີ່ທັນສະໄໝໃນການປະເມີນຜົນທີ່ປອດການທົດລອງນຳສັດ. ຍັງບໍ່ທັນມີຄູ່ມືຂອງສີນຄ້າສຳລັບທົ່ວໂລກ, ແຕ່ HSI ຮັບຮູ້ວ່າ LeapingBunny.org ເປັນສູນຂໍ້ມູນທີ່ດີ.
HSI ເຕືອນວ່າແມແຕ່ເຄື່ອງສຳອາງທີ່ບໍ່ມີຄວາມໂຫດຮ້າຍແມ່ນຢູ່ໃນອັນຕະລາຍຖ້າກົດໝາຍຄວາມປອດໄພຂອງສານເຄມີໄດ້ດຳເນີນຮຽກຮ້ອງໃຫ້ສ່ວນປະກອບໃໝ່ຂອງເຄື່ອງສຳອາງທົດລອງນຳສັດໄດ້. ສະນັ້ນການລົນນະລົງ #SaveRalph ຈັດລຳດັບຄວາມສຳຄັນຂອງການໄດ້ຮັບການຫ້າມ ແລະການປ້ອງກັນຢ່າງເຂັ້ມງວດ.
ນອກຈາກການຕິດຕາມນຳກົດໝາຍການຫ້າມ, HSI ແລະພັນທະມິດກຳລັງເຮັດວຽກຮ່ວມກັນເພື່ອສ້າງໂຄງການການເຝິກອົບຮົມໃນການປະເມີນຄວາມປອດໄພໂດຍບໍ່ນຳໃຊ້ສັດເພື່ອສະໜັບສະໜູນບໍລິສັດທີ່ນ້ອຍ ແລະ ເຈົ້າຫນ້າທີ່ອົງກອນລັດໃນການຫັນຈາກໃຊ້ສັດໃນການທົດລອງມາໃຊ້ວິທີການທີ່ທັນສະໄໝໂດຍບໍ່ໃຊ້ສັດ, ເຊິ່ງພ້ອມແລ້ວແລະຮັບປະກັນຄວາມປອດໄພຂອງມະນຸດດີກ່ອນການທົດລອງນຳສັດທີ່ເຂົາໄດ້ປ່ຽນມາໃຊ້.

 
ກ່ຽວກັບ Humane Society International

  ຢູ່ໃນຫຼາຍກ່ວາ 50 ປະເທດ, Humane Society International ເຮັດວຽກອອ້ມໂລກເພື່ອສົ່ງເສີມຄວາມຜູກພັນລະຫວ່າງຄົນກັບສັດ, ຊ່ວຍເຫຼືອ ແລະປ້ອງກັນໝາແລະແມວ, ປັບປຸງການເປັນຢູ່ຂອງສັດລ້ຽງທີ່ຢູ່ຟາມ, ປ້ອງກັນສັດປ່າ, ສົ່ງເສີມບໍ່ໃຫ້ມີສັດໃນການທົດລອງແລະຄົ້ນຄ້ວາ, ຕອບສະໜອງຕໍ່ໄພພິບັດຈາກທຳມະຊາດແລະປະເຊີນໜ້ານຳການໂຫດຮ້າຍທີ່ເຮັດຕໍ່ສັດໃນທຸກຮູບແບບ.