ຄ້າຍຄຸມຂັງ ສະຫຼຸບແຂ່ງຂັນກີລາສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ

  ວັນທີ 5 ເມສາ 2021 ູ່ຄ້າຍຄຸມຂັງແກ້ງຄັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາການແຂ່ງຂັນກີລາໂດຍການເຂົ້າຮ່ວມຂອງ ທ່ານ ພັທ ບຸນເລີດ ຄະທຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງພ້ອມດ້ວຍພະນັກງານຕຳຫຼວດໃນຄ້າຍຄຸມຂັງແລະນັກກີລາເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

 ສຳລັບທີມນັກກີລາເຂົ້າຮ່ວມການແຂ່ງຂັນປີນີ້ປະກອບມີນັກກີາຈາກຄ້າຍຄຸມຂັງແກ້ງຄັນ, ກອງບັນຊາການ ປກສ ເມືອງນອງ, ກອງບັນຊາການ ປກສ ເມືອງເຊໂປນ, ກອງບັນຊາການ ປກສ ເມືອງພີນ, ກອງບັນຊາການ ປກສ ເມືອງວິລະບູລີ, ເຈົ້າໜ້າທີ່ຕຳຫຼວດດ່ານສາກົນແດນສະຫວັນ, ທີມນັກກີລາ ບ້ານນາບໍ່, ໂຮງງານນໍ້າກ້ອນ, ນໍ້າດື່ມດາວມິກຊີ, ໂຮງງານນໍ້າກ້ອນກັນນິພອນ ແລະມີກີລາປະເພດຕ່າງໆຄື: ກີລາບານເຕະ, ບານສົ່ງ, ເປຕັງ. 

ຈຸດປະສົງໃນການແຂ່ງຂັນກີລາໃນຄັ້ງນີ້ກໍ່ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນທີ່ໄດ້ໝູນວຽນມາຄົບຮອບ 60ປີ (5 ເມສາ 1961–5 ເມສາ 2021) ໃນການແຂ່ງຂັນກີລາ ແມ່ນໄດ້ເລີ່ມ ແຂ່ງຂັນແຕ່ວັນທີ 25 ມີນາ 2021 ຈົນມາຮອດວັນທີ 5 ເມສາ 2021 ຊຶ່ງໃນການແຂ່ງຂັນສະຫຼຸບໄດ້ວ່າກີລາເປຕັງທີ 1 ແມ່ນທີມ ປກສ ເມືອງເຊໂປນ ໄດ້ຮັບຂັນ 1 ໜ່ວຍເງິນສົດ5 ແສນກີບ, ທີ2 ທີມດ່ານແດນສະຫວັນໄດ້ຮັບລາງວັນເງິນສົດ 3 ແສນກີບ ແລະທີມ ທີ3 ແມ່ນທີມ ປກສ ເມືອງນອງ  ໄດ້ຮັບລາງວັນເງິນສົດ1 ແສນ ກີບ, ບານສົ່ງທີມທີ1 ໂຮງງານ ນໍ້າກ້ອນກັນນິພອນ ໄດ້ຮັບຂັນ 1 ໜ່ວຍ ເງິນສົດ 5 ແສນກີບ, ທີມທີ2 ຄ້າຍຄຸມຂັງໄດ້ຮັບລາງເງິນສົດ 3 ແສນກີບ ແລະທີມທີ3 ບ້ານນາບໍ່ ໄດ້ຮັບລາງວັນເງິນສົດ 1 ແສນກີບກີລາບານເຕະ ທີມທີ1 ແມ່ນ ປກສ ເມືອງພີນ ໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 1,5 ລ້ານກີບ, ທີ2 ບ້ານໃຫຍ່ນາບໍ່ໄດ້ຮັບລາງວັນເງິນ ສົດ 1 ລ້ານກີບ, ທີ3 ຄ້າຍຄຸມຂັງໄດ້ຮັບລາງວັນເງິນສົດ 3,5 ແສນກີບແລະກີລາບານເຕະທີມອາວຸໂສທີ່ໄດ້ທີ 1 ຄ້າຍຄຸມຂັງໄດ້ຮັບລາງວັນຂັນ 1 ໜ່ວຍ ພ້ອມເງິນສົດ 5 ແສນກີບທີ2 ທີມເຕະບານ ປກສ ເມືອງເຊໂປນໄດ້ຮັບລາງວັນເງິນສົດ 3 ແສນກີບແລະລາງວັນຊົມເຊີຍອີກຈຳນວນໜຶ່ງ.