ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກສ້າງຄວາມປະທັບໃຈຕໍ່ນັກທ່ອງທ່ຽວ

  ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ແຂວງສາລະວັນ ເປັນທີ່ນິຍົມຊົມຊອບຂອງນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍທັງພາຍໃນແລະຕ່າງປະເທດ, ຊຶ່ງພາຍຫຼັງທີ່ໄດ້ເປີດໃຫ້ບໍລິການນັບແຕ່ປີ 2017 ເປັນຕົ້ນມາຈົນມາເຖິງປະຈຸບັນມີນັກທ່ອງທ່ຽວຫຼັງໄຫຼມາທ່ຽວຊົມຢ່າງຕໍ່ເນື່ອງ ແລະ ນັບມື້ນັບຫຼາຍຂຶ້ນເພື່ອສຳຜັດບັນຍາກາດຄວາມສວຍງາມຂອງທຳມະຊາດກໍ່ຄືຄວາມງາມຖໍ້າພູຜາສຸກທີ່ມີຫີນຍ້ອຍ, ຫີນງອກເປັນຊັ້ນເຫຼື້ອມຍິບຍັບຫຼາຍຮູບຫຼາຍສີ, ນັກທ່ອງທ່ຽວທີ່ມາຈາກຫຼາຍແຫຼ່ງຍັງໄດ້ສະແດງຄວາມດີໃຈ, ປະທັບໃຈທີ່ໄດ້ມາທ່ຽວຊົມນຳອີກ.

  ທ່ານ ວອນ ເດີນດາວົງ ຮອງຫົວໜ້າຂະແໜງທ່ອງທ່ຽວຜູ້ລົງທົດລອງຈັດຕັ້ງປະຕິບັດກົນໄກການຄຸ້ມຄອງການທ່ອງທ່ຽວໃຫ້ສຳພາດທ້າຍອາທິດຜ່ານມານີ້ວ່າພາຍ ຫຼັງໄດ້ເປີດບໍລິການແຕ່ປ 2017 ເປັນຕົ້ນມາກໍ່ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຕໍ່ເນື່ອງເຮັດໃຫ້ມີບັນຍາກາດຄືກຄື້ນໃນແຕ່ລະປີປະຈຸບັນນີ້ນັກທ່ອງທ່ຽວໄດ້ນິຍົມຊົມຊອບ, ເຂົ້າມາທ່ຽວຊົມຫຼາຍຂຶ້ນເລື້ອຍໆ, ອາທິດໜຶ່ງຫຼາຍກວ່າ 500 ຄົນ ໂດຍສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນເຊັ່ນ: ທ່ຽວຊົມຖໍ້າພູຜາສຸກ, ຫຼິ້ນນໍ້າ, ກິນ ເຂົ້າປ່າ ແລະ ກິດຈະກຳອື່ນໆ. ນອກນັ້ນເພື່ອຮອງຮັບນັກທ່ອງທ່ຽວທີ່ຈະມາຢ້ຽມຢາມ, ທ່ຽວຊົມແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ແຂວງສາລະວັນ ໃນໄລຍະບຸນປີໃໝ່ລາວທີ່ຈະມາເຖີງນີ້ໍ່ຍັງໄດ້ປັບປຸງທາງຍ່າງພາຍໃນຖໍ້າສ້ອມແປງຂັນໃດ, ຕິດດອກໄຟ,ຕິດປ້າຍຕ່າງໆ, ນອກນັ້ນຍັງໄດ້ສ້າງຈຸດຊົມວິວ, ຈຸດຖ່າຍຮູບ, ສະຖານທີ່ພັກ ຜ່ອນ ແລະອະນາໄມສະຖານທີ່ອື່ນໆ ເຮັດໃຫ້ມີຄວາມສວຍງາມໂດຍສະເພາະແມ່ນໄດ້ທົດລອງປະຕິບັດກົນໄກການຄຸ້ມຄອງການທ່ອງທ່ຽວຮ່ວມກັບບ້ານປາກປົ່ງຄຳທອງ ແລະບ້ານຕາແຫຼວແນໃສ່ສ້າງຄວາມເປັນລະບຽບ, ສະຫງົບ, ປອດໄພ ແລະເຮັດໃຫ້ຊຸມຊົນມີສ່ວນຮ່ວມຫຼາຍຂຶ້ນ.

   ທ່ານ ບົວໄຂ ສຸພາອອນ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ ແລະ ນັກທ່ອງທ່ຽວຕ່າງກໍ່ໄດ້ສະແດງຄວາມຮູ້ສຶກວ່າ: ແຫຼ່ງທ່ອງທ່ຽວແຫ່ງນີ້ມີຄວາມສວຍສົດງົດງາມຫຼາຍ ແລະມີຄວາມເປັນເອກະລັກສະເພາະໂດຍສະເພາະຖໍ້າພູຜາສຸກທີ່ມີຫີນຍ້ອຍ, ຫີນງອກໃນຮູບແບບສີສັນຕ່າງໆ ແລະມີຄວາມປະທັບໃຈກັບຄວາມມະຫັດສະຈັນແຫຼ່ງທ່ອງທ່ຽວດັ່ງກ່າວທີ່ທຳມະຊາດສ້າງຂຶ້ນ.  

ໂດຍວິໄລວອນ ສິດທິໄຊ