ທ່າແຕງສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບັນລຸ 7,5%

ຂ່າວ: ສະຫຍາມ ຈັນທະສອນ.

  ຄາດໝາຍສູ້ຊົນໃນການພັດທະນາເສດຖະກິດຢູ່ເມືອງທ່າແຕງ ແຂວງເຊກອງ ຕ້ອງໄດ້ສຸມໃສ່ຫຼາຍໜ້າວຽກເພື່ອຮັບປະກັນໃຫ້ຈັງຫວະການຂະຫຍາຍຕົວຂອງເສດຖະ ກິດບັນລຸ 7,5 % ໃນປີ 2021 ຊຶ່ງມີຄວາມຕ້ອງການທຶນທັງໝົດ 43,62 ຕື້ກີບ ຈາກ 4 ແຫຼ່ງທຶນເຊັ່ນ: ທຶນຈາກງົບປະມານລັດໂດຍກົງ 6,56 ຕື້ກີບທຶນຊ່ວຍ ເຫຼືອຫຼ້າ ແລະກູ້ຢືມ 2,44 ຕື້ກີບ, ທຶນເອກະຊົນພາຍໃນ ແລະຕ່າງປະເທດ 11,32 ຕື້ກີບ ແລະທຶນສິນເຊື່ອທະນາຄານ 23,30 ຕື້ກີບ.

  ທ່ານນາງ ໜູກອນ ໄຊສະຫ່ງາ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງທ່າແຕງໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ແລະ ບັນລຸເປົ້າ ໝາຍທີ່ວາງໄວ້ແມ່ນໄດ້ກຳນົດຫຼາຍໜ້າວຽກເຊັ່ນ: ຈັດສັນເຂດການຜະລິດກະສິກຳທີ່ເໝາະສົມໂດຍການກຳນົດ ແລະແບ່ງເຂດການນໍາໃຊ້ທີ່ດິນໂດຍສະເພາະເຂດປູກກາເຟ, ເຂດປູກເຂົ້າ, ພືດອຸດສາຫະກຳ, ເຂດລ້ຽງສັດໃຫ່ຍ, ສັດປີກ, ສັດນໍ້າ ແລະເຂດປູໄມ້, ໂດຍຫັນເອົາການລ້ຽງສັດແບບທຳມະຊາດໄປສູ່ການລ້ຽງແບບເປັນຟາມເຊັ່ນ: ໝູ, ງົວ, ສັດປີກ ແລະປາໄປພ້ອມກັບການປັບປຸງເນື້ອທີ່ທົ່ງຫຍ້າສຳລັບການລ້ຽງງົວ, ຄວາຍ ແລະແບ້ໃຫ້ເຂົ້າສູ່ລະບົບເຕັກນິກພັດທະນາພື້ນຖານໂຄງລ່າງດ້ານຊົນລະປະທານ ແລະສ້າງເຂດຈຸດສຸມຊົນລະກະເສດເປັນຕົ້ນສຸມໃສ່ເຂດຈຸດສຸມການຜະລິດເຂົ້າເປັນບູລິມະສິດໂດຍການຍົກສູງຄຸນນະພາບການນໍາໃຊ້ຊົນລະປະທານໃຫ້ຄຸ້ມຄ່າ ແລະສ້າງເງື່ອນໄຂໃນການຊຸກຍູ້-ສົ່ງເສີມໃຫ້ບັນດາວິສາຫະກິດຂະໜາດນ້ອຍ, ຂະໜາດກາງມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະຍືນຍົງ.

 

  ພ້ອມນີ້ກໍຕອ້ງຊຸກຍູ້ສົ່ງເສີມເອກະຊົນພາຍໃນລົງທຶນໃສ່ການຜະລິດ ແລະການບໍລິການຕ່າງໆໂດຍສະເພາະການຜະລິດເປັນສິນຄ້າແນໃສ່ເພື່ອຮັບໃຊ້ພາຍໃນ ແລະສົ່ງ ອອກໄປຄຽງຄູ່ກັບການດຶງດູດ ແລະສົ່ງເສີມນັກລົງທຶນເອກະຊົນພາຍໃນ ແລະຕ່າງປະເທດລົງທຶນເຂົ້າໃສ່ຂະແໜງກະສິກຳປຸງແຕ່ງ ແລະຂະແໜງການທ່ອງທ່ຽວໃຫ້ ມີການບໍລິການຄົບວົງຈອນປັບປຸງສະຖານທີ່ພັກເຊັ່ນ: ໂຮງແຮມ, ເຮືອນພັກ, ຣີສອດ, ຮ້ານອາຫານໃຫ້ໄດ້ມາດຕະຖານ ແລະສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ, ອຳນວຍຄວາມສະດວກ ແລະຊຸກຍູ້ສົ່ງເສີມໃຫ້ການຜະລິດຕິດພັນກັບການຈຳໜ່າຍຕະຫຼາດພາຍໃນ ແລະຕ່າງປະ ເທດແຕ່ຫົວທີ.