ເຊກອງ ຖືການຜະລິດເປັນສິນຄ້າຕໍ່ຍອດເສດຖະກິດສ້າງລາຍຮັບ

ຂ່າວ: ສັນຍາ

   ແຂວງເຊກອງໄດ້ຍົກສູງປັບປຸງຊີວິດການເປັນຢູ່ຂອງປະຊາຊົນດ້ວຍການຊຸກຍູ້ຢ່າງແຂງແຮງໃນການພັດທະນາເສດຖະກິດໂດຍຖືເອົາການຜະລິດເປັນສິນຄ້າສົ່ງເສີມຫົວຄິດປະດິດສ້າງຂອງປະຊາຊົນ,ປຸກລະດົມແນວຄວາມຄິດເພີ່ງຕົນເອງ,ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອແນໃສ່ໃຫ້ເສດຖະກິດຂະຫຍາຍຕົວໄດ້ຢ່າງຕໍ່ເນື່ອງໄປພ້ອມກັບດ້ານຕ່າງໆ.

   ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງໃຫ້ສໍາພາດວ່າ: ໃນປີ 2020 ຜ່ານມາເຊກອງຖືວ່າເປັນອີກແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພາຍໃຕ້ການນໍາພາຂອງອົງຄະນະພັກແຂວງກໍ່ສາມາດຍາດໄດ້ຜົນງານຫຼາຍດ້ານ ສຳລັບການພັດທະນາເສດຖະກິດໄດ້ຍົກສູງປັບປຸງຊີວິດການເປັນຢູຂອງປະຊາຊົນດ້ວຍການຊຸກຍູ້ຢ່າງແຂງແຮງໃນການພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການ ຊຸກຍູ້ການຜະລິດເປັນສີນຄ້າ, ສົ່ງເສີມຫົວຄິດປະດິດສ້າງຂອງປະຊາຊົນ, ປຸກລະດົມແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງແນໃສ່ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໄປພ້ອມກັບດ້ານຕ່າງໆເປັນຕົ້ນວຽກງານກະສິກຳ ແລະປ່າໄມ້.

  ສໍາລັບວຽກການຜະລິດໃນ 2020 ຜ່ານມາສາມາດປູກເຂົ້າໄດ້ 12.388 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 42.536 ໂຕນ, ສະເລຍເຂົ້າກິນໃສ່ຫົວຄົນໄດ້ 302,7 ກິໂລຕໍ່ຄົນຕໍ່ປີ; ປູກພືດເປັນສິນຄ້າໄດ້ 5.174 ເຮັກຕາ, ເກັບຜົນ ຜະລິດ 36.366 ໂຕນ ແລະປູກພືດ ເປັນສິນຄ້າໄດ້ 23.741 ເຮັກຕາເກັບກູ້ຜົນຜະລິດໄດ້ 337.951 ໂຕນ, ເຮັດໃຫ້ສາມາດສົ່ງອອກຜະລິດຕະພັນກະສິກໍາທັງພາຍໃນ ແລະຕ່າງປະເທດໄດ້ທັງໝົດ 17.142 ໂຕນຄິດເປັນມູນຄ່າເກືອບ 10 ລ້ານໂດລາ. 

  ໄປພ້ອມໆກັນບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດຕ່າງໆໄດ້ຮັບການຄຸ້ມຄອງ ແລະກວດກາປົກກະຕິ, ການພັດທະນາພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະກໍ່ສ້າງໃໝ່ນັບມື້ດີຂຶ້ນເປັນກ້າວໆເຊິ່ງປະຈຸບັນທົ່ວແຂວງມີເສັ້ນທາງ 286 ເສັ້ນຍາວ2 ພັນກວ່າກິໂລແມັດມີບ້ານທີ່ມີເສັ້ນທາງເຂົ້າເຖິງ 195 ບ້ານກວມເອົ  98,9% ຂອງບ້ານທັງໝົດທົ່ວແຂວງ, ໄດ້ຂະຫຍາຍຕາຂ່າຍໄຟຟ້າເຂົ້າຫາບ້ານໃນທົ່ວແຂວງ ແລະຂົງເຂດອື່ນໆກໍມີທ່າຂະຫຍາຍຕົວ.

   ສຳລັບການພັດທະນາໃນປີ 2021 ທ່ານ ຂັນຕີ ສີລະວົງສາ ໄດ້ເວົ້າວ່າ: ແຂວງໄດ້ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ັນລຸໄດ້ 1.863 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 4% ແລະມູນຄ່າ (GDP) ຕໍ່ຫົວຄົນ ໃຫ້ໄດ້14,26 ລ້ານກີບ ຫຼືເທົ່າກັບ 1.761 ໂດລາຕໍ່ຄົນຕໍ່ປີ, ໃນນັ້ນ ຜະລິດຕະພັນກະສິກໍາ-ປ່າໄມ້ເພີ່ມຂຶ້ນ 7% ກວມເອົາ 41%; ຂະແໜງອຸດສາຫະກໍາເພີ່ມຂຶ້ນ 4,5% ກວມເອົາ 23% ແລະຂະແໜງບໍລິການເພີ່ມຂຶ້ນ 3,2% ກວມເອົາ 36% ຂອງ GDP.