ຫວຽດນາມລົງທືນຂະແໜງກະສິກໍາໃນກໍາປູເຈຍ

 

    ກຸ່ມບໍລິສັດ VRG ຂອງ ສສ ຫວຽດນາມ ໄດ້ລົງທຶນໃນຂົງເຂດ ປູກຝັງ, ບົວລະບັດ, ຂຸດຄົ້ນ ແລະ ປຸງແຕ່ງຢາງພາລາຢູ່ 19 ຈຸດ ຢູ່ກໍາ ປູເຈຍ ດ້ວຍລວມມູນຄ່າປະຕິບັດ ຮອດທ້າຍປີ 2018 ບັນລຸປະມານ 750 ລ້ານໂດລາສະຫະລັດ.

   ຕາມຂ່າວຕ່າງປະເທດລາຍ ງານວ່າ ທີ່ກອງປະຊຸມສະຫຼຸບການ ລົງທຶນປູກຢາງພາລາຂອງບັນດາ ບໍລິສັດລູກຂອງກຸ່ມບໍລິສັດອຸດສາ ຫະກໍາຢາງພາລາຫວຽດນາມ (VRG) ແລະບໍລິສັດເອກະຊົນ ຫວຽດນາມຢູ່ກໍາປູເຈຍ ຈໍານວນ ໜຶ່ງ ທີ່ດໍາເນີນໃນວັນທີ 28 ກຸມພາ - 1 ມີນາ ຢູ່ນະຄອນພະນົມເປັນ, ໂດຍການນໍາກໍາປູເຈຍ ໄດ້ຕີລາຄາ ສູງການເຂົ້າຮ່ວມຂອງບັນດານັກ ລົງທຶນຫວຽດນາມ ທີ່ໄດ້ປະກອບ ສ່ວນເຂົ້າໃນການຊຸກຍູ້ພື້ນຖານ ເສດຖະກິດຂອງປະເທດນີ້. ທ່ານ Yim Chlayly  ຮອງນາຍົກລັດຖະ ມົນຕີ ທັງເປັນປະທານສະພາຟື້ນ ຟູ ແລະພັດທະນາກະສິກໍາກໍາປູ ເຈຍ ໃຫ້ຂໍ້ສັງເກດວ່າ, ໂຄງການ ປູກຢາງພາລາດ້ວຍເນື້ອທີ 100.000 ເຮັກຕາ ຂອງຫວຽດ ນາມ ໄດ້ປະກອບສ່ວນຫຼາຍພໍສົມ ຄວນເຂົ້າໃນພາລະກິດພັດທະນາ ເສດຖະກິດຂອງກໍາປູເຈຍ. ກຸ່ມບໍ ລິສັດ VRG ໄດ້ລົງທຶນໃນຂົງເຂດ ປູກຝັງ, ບົວລະບັດ, ຂຸດຄົ້ນ ແລະ ປຸງແຕ່ງຢາງພາລາ ຢູ່ 19 ຈຸດ ຢູ່ ກໍາປູເຈຍ ດ້ວຍລວມມູນຄ່າປະຕິ ບັດຮອດທ້າຍປີ 2018 ບັນລຸປະ ມານ 750 ລ້ານໂດລາ.

   ໂຄງການດັ່ງກ່າວໄດ້ຊ່ວຍ ສ້າງວຽກເຮັດງານທໍາໃຫ້ແກ່ປະ ຊາຊົນກໍາປູເຈຍ, ສ້າງພື້ນຖານໂຄງ ລ່າງຄືໂຮງຮຽນ, ສຸກສາລາ, ລະ ບົບນໍ້າສະອາດ, ຕາໜ່າງໄຟຟ້າ ແລະຖະໜົນຫົນທາງ... ທັງນີີ້ ໄດ້ ປະກອບສ່ວນຕັ້ງໜ້າເຂົ້າໃນວຽກ ງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາ ຊົນຢູ່ບັນດາເຂດປູກຢາງພາລາ.

 ນສພ ເສດຖະກິດ-ສັງຄົມ