ມອບ-ຮັບ ອາຄານຮຽນໂຮງຮຽນມັດທະຍົມຕົ້ນທົ່ງປາງ

  ວັນທີ 7 ເມສາຜ່ານມາທີ່ໂຮງຮຽນມັດທະຍົມຕົ້ນທົ່ງປາງ ບ້ານທົ່ງປາງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອາຄານຮຽນໂຮງຮຽນ ມັດ ທະຍົມຕົ້ນຢ່າງເປັນທາງການໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ ອະດີດລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່,ທ່ານ ຈັນສອນ ແສນບຸດ ຕະລາດ ຮອງລັດຖະມົນກະຊວງພະລັງງານ ແລະບໍ່ແຮ່, ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ,ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ, ຕາງໜ້າ ພະແນກສຶກສາທິການ ແລະກີລາແຂວງ, ຄະນະຫ້ອງການສຶກສາທິການ ແລະກີລາເມືອງ, ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນບ້ານທົ່ງປາງ ແລະບ້ານໃກ້ຄຽງ ຕະຫຼອດຮອດຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ທ່ານ ສີຍານ ແກ້ວຄຳບາງ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງກ່າວວ່າ: ການກໍ່ສ້າງໂຮງຮຽນແມ່ນໄດ້ເລີ່ມແຕ່ວັນທີ4 ມິຖຸນາ 2020 ຮອດວັນທີ 29 ກັນຍາ 2020 ແມ່ນສຳເລັດການກໍ່ສ້າງມີອາຄານ 1 ຫຼັງ, ມີຂະໜາດ 8 ແມັດ ຄູນ 35 ແມັດ, ມີ 4 ຫ້ອງຮຽນ, 1 ຫ້ອງການ, ໂຕະຕັ່ງຄູ 6 ຊຸດ, ໂຕະຕັ່ງນັກຮຽນ 60ຊຸດ, ກະດານ 5 ແຜ່ນ, ຕິດຕັ້ງໝໍ້ແປງໄຟຟ້າ 1 ໜ່ວຍ, ພ້ອມດຶງສາຍໄຟ, ເຈາະບາດານ 1 ບໍ່, ພ້ອມຕິດຕັ້ງໃດໂປມນໍ້າ 1 ໜ່ວຍ, ຕິດຕັ້ງດອກໄຟໃນໂຮງຮຽນ ແລະຫ້ອງນໍ້າຈຳນວນ15 ດອກ, ຕິດຕັ້ງພັດລົມຈຳນວນ 10 ຊຸດ, ກໍ່ສ້າງຫ້ອງນໍ້າ 1 ຫຼັງ, ມີສອງຫ້ອງ ພ້ອມຕິດຕັ້ງອ່າງລ້າງມື 2 ຊຸດ, ກໍ່ສ້າງຖານເສົາທຸງ1 ຖານ, ແລະກໍ່ສ້າງປ້າຍທາງເຂົ້າໂຮງຮຽນພ້ອມຂຽນປ້າຍຊື່ໂຮງຮຽນ 2 ຝາ ແລະພ້ອມທັງປັບເດີນໂຮງຮຽນງົບປະມານກໍ່ສ້າງດັ່ງກ່າວແມ່ນໄດ້ມາຈາກການລະດົມຂອງຄອບຄົວການນຳຂັ້ນສູງກໍ່ຄືຄອບຄົວທ່ານ  ບຸນຍັງ ວໍລະຈິດ ປະທານປະເທດ ແລະຄອບຄົວ ທ່ານ ຄຳມະນີ ອິນທິລາດ ອະດີດລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ຊຶ່ງລະດົມ ທຶນນຳບໍລິສັດ ພີທີ (pT) ຈຳກັດ ຜູ້ດຽວ ຈຳນວນທັງທັງໝົດ 820 ລ້ານກວ່າກີບ, ມີທຶນປະກອບສ່ວນຂອງຊຸມຊົນບ້ານທົ່ງປາງ ແລະບ້ານໃໝ່ໂພສີ  ໃນການກໍ່ສ້າງຄັ້ງນີ້ມີໄມ້ຄໍ້າແບບຈຳນວນໜຶ່ງພ້ອມທັງປັບເດີ່ນ ແລະ ເຮັດຮົ້ວຮອບເດີ່ນຊຶ່ງລວມມູນຄ່າ 23 ລ້ານກວ່າກີບລວມມູນຄ່າກໍ່ສ້າງທັງໝົດຈຳນວນ 844 ລ້ານກວ່າກີບ.

  ທ່ານ ຄຳມະນີ ອິນທິລາດ ກໍ່ໄດ້ເປັນກຽດກ່າວມອບອາຄານຮຽນໂຮງຮຽນມັດທະຍົມຕົ້ນທົ່ງປາງ ແລະໃຫ້ກຽດກ່າວຮັບໂດຍທ່ານ ນາງ ດວງແກ້ວ ລາຊາວົງສີ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງໂດຍຊ່ອງໜ້າກັບບັນດາແຂກທີ່ເຂົ້າຮ່ວມເພື່ອເປັນສັກຂີພິຍານ, ຫຼັງຈາກນັ້ນໃນພິທີກໍ່ມອບເງິນປະກອບສ່ວນຈາກທ່ານ ວົງສະ ຫວັນ ວໍລະຈິດ ປະທານບໍລິສັດ ວົງສະຫວັນໂລຈິດຕິກເພື່ອສ້ອມແປງເສັ້ນທາງພາຍໃນເມືອງທ່າປາງທອງ ຈຳນວນ 100 ລ້ານກີບ ໂດຍຕາງໜ້າມອບຂອງ ທ່ານ ຄຳມະນີ ອິນທິລາດ ພ້ອມທັງມອບອຸປະກອນການຮຽນ, ການສອນ ແລະອຸປະກອນກີລາ ມູນຄ່າ 39 ລ້ານກີບ ແລະທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ກໍ່ໄດ້ມອບເງິນສົດຈຳນວນ 10 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານບໍລິຫານຂອງເມືອງພ້ອມດຽວກັນນີ້ໃນພິທີກໍ່ໄດ້ມອບໃບສັນ ລະເສີນຂອງທ່ານເຈົ້າເມືອງເພື່ອຕອບສະໜອງຕໍ່ຜົນງານຄຸນງາມຄວາມດີໂດຍເປັນກຽດມອບຂອງທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ.