ສ ເກົາຫຼີກຽມເປີດໃຫ້ບໍລິການລະບົຍ 5 ຈີ

  ສ ເກົາຫຼີ ກຽມເປີດໃຫ້ບໍລິ ການເຄືອຂ່າຍລະບົບ 5 ຈີ ເຕັມຮູບ ແບບເປັນປະເທດທຳອິດໃນໂລກ ໃນທ້າຍເດືອນນີ້ ຫວັງດຶງດູດລູກ ຄ້າ.ຕາມຂ່າວຕ່າງປະເທດລາຍ ງານວ່າ ບັນດາຜູ້ໃຫ້ບໍລິການໂທລະ ສັບມືຖືຂອງ ສ ເກົາຫຼີ ເຊັ່ນ ເຄທີ, ເອສເຄ ເທເລຄອມ ແລະແອລຈີ ຢູ ພລັດ ຈະເລີ່ມໃຫ້ບໍລິການ 5 ຈີ ທີ່ໃຊ້ໄດ້ກັບສະມາດໂຟນຈາກຜູ້ຜະ ລິດມືຖືລາຍໃຫຍ່ເຊັ່ນ ຊໍາຊຸງ, ອິເລັກໂຕນິກຢ່າງວ່ອງໄວທີ່ສຸດໃນໄລຍະທ້າຍເດືອນນີ້, ຄວາມເຄື່ອນໄຫວນີ້ ຈະເຮັດໃຫ້ ສ ເກົາຫຼີ ເປັນປະເທດ ທຳອິດໃນໂລກທີ່ເປີດໃຫ້ບໍລິສັດ ລະບົບ 5 ຈີ ແບບຄວບຄຸມ ແຊງ ໜ້າອາເມລິກາທີ່ຍັງໃຫ້ບໍລິການ 5 ຈີໃນວົງຈຳກັດສະເພາະພື້ນທີ່ບາງແຫ່ງເທົ່ານັ້ນ, ລະບົບ 5 ຈີຂອງສ ເກົາຫຼີ ມີຄວາມໄວກວ່າລະບົບ 4 ຈີ ເຖິງ 100 ເທົ່າ ຢູ່ທີ່ 20 ກິກະບິດ ຕໍ່ວິນາທີ ແລະຍັງຖືເປັນການເປີດ ໂອກາດໃໝ່ສຳລັບຂະແໜງທຸລະ ກິດ.

 ຢ່າງໃດກໍຕາມ ມາດຕະຖານ ດ້ານ 5 ຈີ ຈະຖືເປັນຮາກຖານຂອງ ເຕັກໂນໂລຊີໃນຍຸກອຸດສາຫະກຳ 4.0 ທີ່ນໍາມາຊຶ່ງການຜະລິດແບບ ອັດສະລິຍະ ແລະອັດຕະໂນມັດທີ່ ຫຼາຍຝ່າຍຄາດວ່າ ຈະສ້າງຜົນປະ ໂຫຍດ ທາງເສດຖະກິດປະມານ 5,4 ຕື້ໂດລາສະຫະລັດ ໃນປີ 2030.

 ນສພ ເສດຖະກິດ-ສັງຄົມ