ໂຮງຮຽນ ມສ ນາບໍ່ ແຂ່ງຂັນສີລະປະ-ວັນນະຄະດີ

  ເມື່ອບໍ່ດົນມານີ້ຢູ່ໂຮງຮຽນ ມສ ນາບໍ່ ເມືອງເຊໂປນ ໄດ້ຈັດກິດຈະກໍາຈັດງານແຂ່ງຂັນສີລະປະ-ວັນນະຄະດີຂອງໂຮງຮຽນລະຫວ່າງຫ້ອງຕໍ່ຫ້ອງປະຈຳປີ 2021 ຂື້ນ ໂດຍການເປັນປະທານເປີດງານທ່ານ ຫຼາວຄຳ ສີອໍ່າໄພ ຜູ້ອຳນວຍການໂຮງຮຽນ ມສ ນາບໍ່ ມີບັນດາແຂກຖືກເຊີນຜູ້ປົກຄອງນັກຮຽນ, ຄູ-ອາຈານນ້ອງນັກຮຽນ ພາຍ ໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

 ໃນການແຂ່ງຂັນແມ່ນແຕ່ຫ້ອງ 1 ຫາ 7, ໃນການແຂ່ງຂັນແມ່ນໄດ້ມີການແຂ່ງຂັນເດີນແບບເສື້ອຜ້າລີໄຊ້ເຄີ້ນແບບປະຍຸກໂດຍການນຳເອົາວັດສະດຸປະເພດຖົງຢາງພາລາສະຕິກ, ເຈ້ຍໜັງສືພິມ,ເຊືອກຟາງ ແລະວັດສະດຸອື່ນໆນຳມາລີຊາຍເຄີ້ນເປັນຊຸດໃນການເຂົ້າປະກວດແຂ່ງຂັນໃນເທື່ອນີ້ນອກຈາກນັ້ນ, ກໍ່ຍັງໄດ້ມີການແຂ່ງຂັນບົດຟ້ອນແຕ່ລະຫ້ອງກໍ່ໄດ້ມີການປະດັບປະດາໃຫ້ບົດຟ້ອນຂອງຕົນມີຄວາມສວຍງາມ ແລະໂດດເດັ່ນ. 

  ການແຂ່ງຂັນເປັນອັນປະກົດວ່າຫ້ອງທີ່ຊະນະເລີດໄດ້ອັນດັບທີ 1 ແມ່ນຫ້ອງ 7/1 ດ້ຮັບເປັນຂອງຂວັນລາງວັນເງິນສົດ 4 ແສນກີບ, ອັນດັບທີ 2 ແມ່ນຫ້ອງ 6/1  ໄດ້ຮັບຂອງຂວັນລາງວັນເປັນເງິນສົດ 3,5 ແສນກີບ, ອັນດັບທີ 3 ແມ່ນຫ້ອງ 5/1 ໄດ້ຮັບຂອງຂວັນລາງວັນເປັນເງິນສົດ 3 ແສນກີບ ແລະລາງວັນຊົມເຊີຍແມ່ນ 1 ແສນກີບ ໃຫ້ກຽດມອບຂອງຂວັນລາງວັນໂດຍທ່ານ ຫຼາວຄຳ ສີອໍ່າໄພ ຜູ້ອຳນວຍການໂຮງຮຽນ ມສ ນາບໍ່.