ປະທານປະເທດ ປາໄສໃນກອງປະຊຸມ ໂບອາວ

 ໃນວັນທີ 20 ເມສາ 2021, ກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ແຂວງຫາຍໜານ ສປ ຈີນ ພາຍໃຕ້ຫົວຂໍ້: “ທ່າມກາງການປ່ຽນແປງຂອງໂລກ: ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນ ທາງຊຶ່ງເປັນປີຄົບຮອບ 20 ປີ ການສ້າງຕັ້ງເວທີດັ່ງກ່າວ,ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງຈາກ ສປ ຈີນ, ບັນດາປະມຸກລັດ ແລະຫົວໜ້າລັດຖະບານຈາກ 29 ປະເທດທົ່ວທະວີບອາຊີຜ່ານລະບົບອອນລາຍ, ກອງປະຊຸມໃນຄັ້ງນີ້ໄດ້ເຊື້ອເຊີນພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ແລະກ່າວຄຳປາໄສໃນພິທີເປີດກອງປະຊຸມຢ່າງເປັນທາງການຜ່ານລະບົບອອນລາຍ.

  ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນອັນດີງາມພາຍໃນພາກພື້ນອາຊີ ແລະແນໃສ່ປຶກສາຫາລືກ່ຽວກັບແຜນ ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປໃນທົ່ວໂລກຊຶ່ງໃນນັ້ນພາກພື້ນອາຊີ-ປາຊີຟິກ ກໍ່ແມ່ນພາກພື້ນໜຶ່ງທີ່ມີຄວາມສ່ຽງສູງ, ດັ່ງນັ້ນເພື່ອສະກັດກັ້ນການແຜ່ລະບາດ ແລະຟື້ນຟູເສດຖະກິດການສືບຕໍ່ຮ່ວມມື ແລະການວາງມາດຕະການຕ່າງໆຈຶ່ງເປັນສິ່ງຈຳເປັນທີ່ສຸດໃນການຄວບຄຸມ ແລະແກ້ໄຂບັນຫາຕ່າງໆໃນພາກພື້ນນອກຈາກນີ້ຍັງໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆເຊັ່ນ: ການຊ່ວງຊິງຜົນປະໂຫຍດຂອງປະເທດມະຫາອຳນາດຜົນກະທົບດ້ານເສດຖະ ກິດ, ການຖ່າຍໂອນອຳນາດ ແລະການຈັດລະບຽບໂລກ.

  ກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີໃນຄັ້ງນີ້ເປັນຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆ ແລະແລກປ່ຽນທັດສະ ນະຮ່ວມກັບບັນດາປະມຸກລັດ,  ນັກຄົ້ນຄວ້າ, ນັກວາງນະໂຍບາຍເພື່ອຊອກຫາວິທີທາງອອກ ແລະ ເພີ່ມທະວີຂອບການຮ່ວມມືໃນດ້ານຕ່າງໆເຊັ່ນ: ການເຊື່ອມໂຍງເສດຖະກິດ, ໂຄງລ່າງພື້ນຖານດ້ານ ICT ແລະການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ, ດັ່ງນັ້ນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຈຶ່ງມີບົດບາດສຳຄັນໃນການພັດທະນາເສດຖະກິດ ແລະຂ້າມຜ່ານຂໍ້ຈຳກັດດ້ານພູມສັນຖານຂອງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນທີ່ກຳລັງປະເຊີນຊະຕາກຳ ອັນດຽວກັນມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມັກຄີກັນເພື່ອຮ່ວມກັນເອົາຊະນະສິ່ງທ້າທາຍທັງປວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ສ້າງອະນາຄົດທີ່ສົດໃສໃຫ້ແກ່ໂລກຂອງພວກເຮົາ.

ຂ່າວກົມການຂ່າວ