ເກັບໄດ້ 50 ຕື້ກວ່າກີບ ລາຍຮັບດ່ານພາສີສາກົນປາກຊັນ

  2021 ຍັງເປັນປີທີ່ທ້າທາຍຫຼາຍປະການຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເນື່ອງຈາກພະຍາດໂຄວິດ-19 ຍັງຄົງສືບຕໍ່ລະບາດຮອບໃໝ່ປະກອບກັບສະພາບບັນຫາເສດຖະກິດ-ການເງິນພາຍໃນອັນໄດ້ສົ່ງຜົນໂດຍກົງຕໍ່ຫຼາຍແຜນການຂອງລັດໂດຍສະເພາະກໍແມ່ນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດແມ່ນໄດ້ຖືກກະທົບຢ່າງຫຼີກລ່ຽງບໍ່ໄດ້ແຕ່ດ້ວຍຄວາມເອົາໃຈໃສ່ຂອງຄະນະ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຮັດໃຫ້ການຈັດເກັບລາຍຮັບ 3 ເດືອນຕົ້ນປີຂອງດ່ານສາກົນປາກຊັນ ແຂວງບໍລິຄຳໄຊ ສາມາດບັນລຸໄດ້ແລ້ວ 50 ຕື້ກວ່າກີບ.

ຕາມການເປີດເຜີຍຂອງທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານພາສີສາກົນປາກຊັນເມື່ອບໍ່ດົນນີ້ວ່າ: ປີ 2021 ໄດ້ຮັບມອບໝາຍຕົວເລກການຈັດເກັບລາຍຮັບຈາກຂັ້ນເທິງຈໍານວນ 361,27  ຕື້ກີບ ທັງນີ້ຄະນະຮັບຜິດຊອບໄດ້ແບ່ງອອກເປັນ 4 ງວດຕາມໄຕມາດ, ງວດລະ 90 ຕື້ກວ່າກີບ ຜ່ານການຈັດຕັ້ງປະຕິບັດ ງວດທີ 1 ໄລ ຍະເດືອນມັງກອນ, ກຸມພາ ແລະມີນາໄດ້ແລ້ວ 50,2 ຕື້ກີບ, ທຽບໃສ່ແຜນການປີເທົ່າກັບ 13,90%, ຖ້າທຽບໃສ່ແຜນງວດເທົ່າກັບ 55,62% ແລະຖ້າທຽບໃສ່ໄລຍະດຽວກັນໃນປີ 2020 ເທົ່າກັບ 89,81%.

  ສາເຫດທີ່ບໍ່ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການໃນງວດທຳອິດຂອງປີນີ້ແມ່ນເກີດຈາກຫຼາຍປັດໄຈເປັນຕົ້ນການວາງໂຕເລກຈັດເກັບລາຍຮັບມອບ ໝາຍຈາກຂັ້ນເທິງສູງເກີນໄປຖ້າທຽບໃສ່ຖານລາຍຮັບຕົວຈິງຂອງດ່ານ, ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າມີຄວາມຫຍຸ້ງຍາກ ຊັກຊ້າ ແລະຫຼຸດລົງ, ການປ່ຽນແປງ ແລະຍົກເວັ້ນພາສີອາກອນບາງລາຍການສິນຄ້າ ແລະ ການຫຼຸດຜ່ອນການເກັບພາສີ, ອາກອນນຳເຂົ້າບາງປະເພດສິນຄ້າໃນຂອບສັນຍາອາຊຽນໂດຍການຈັດເກັບລາຍຮັບພາຍໃນດ່ານຕົ້ນຕໍແມ່ນໄດ້ຈາກການນຳເຂົ້ານໍ້າມັນເຊື້ອໄຟ, ເຄື່ອງເອເລັກໂຕນິກ, ເຄື່ອງອຸປະໂພກ-ບໍລິໂພກ ແລະການບໍລິການ.

  ສຳລັບທິດທາງແຜນການໃນຕໍ່ໜ້າທ່ານ ໄຊຊະນະ ວົງຊົມພູ ເປີດເຜີຍວ່າ: ສະເພາະເດືອນເມສານີ້ຈະເກັບໃຫ້ໄດ້ 30 ຕື້ກວ່າກີບ ເພື່ອປະກອບສ່ວນເຮັດໃຫ້ຕົວເລກແຜນປີບັນລຸແຜນການທີ່ວາງໄວ້ທັງນີ້ຄະນະຮັບຜິດຊອບດ່ານຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ພະນັກງານລັດຖະກອນເປັນປົກກະຕິຕໍ່ເນື່ອງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຈັນຍາບັນ, ຈັນຍາທໍາ, ໂປ່ງໃສໂດຍອີງໃສຂໍ້ຫ້າມ, ກົດໝາຍທີ່ກ່ຽວຂ້ອງ, ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງຕາມສາຍຕັ້ງ ແລະສາຍຂວາງ, ອຳນວຍຄວາມສະດວກການບໍລິການນຳເຂົ້າ-ສົ່ງອອກໃຫ້ມີຄວາມວ່ອງໄວ.

ໂດຍດ່ານພາສີສາກົນປາກຊັນປະກອບມີ 3 ໜ່ວຍງານ ແລະ 3 ດ່ານປະເພນີ້ຂຶ້ນກັບຄືດ່ານປະເພນີບ້ານທວາຍ, ດ່ານປະເພນີປາກກະດິງ ແລະດ່ານປະເພນີທ່າສະອາດລວມມີພະນັກງານທັງໝົດເກືອບ 30 ທ່ານ.