ກັກຜູ້ລັກລອບນຳເຂົ້າສິນຄ້າ 2 ກວ່າໂຕນ

  ໃນວັນທີ 6 ເມສາ 2021, ເຈົ້າໜ້າທີ່ຕໍາຫຼວດພະແນກຕໍາຫຼວດປ້ອງກັນເສດຖະກິດຫ້ອງຕໍາຫຼວດ ປກສ ນວ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ຈະມີການລັກລອບຂົນສົ່ງອາຫານທະເລຈາກປະເທດເພື່ອບ້ານ (ປະເທດໄທ)ຢູ່ເຂດທ່ານາ ບ້ານສໍາພັນນາ ເມືອງສັງທອງ ນວ. ຊຶ່ງເປັນການລະເມີດຕໍ່ແຈ້ງການຂອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າວ່າດ້ວຍການຫ້າມນໍາເຂົ້າອາຫານທະເລຊົ່ວຄາວ ສະບັບເລກ ທີ 1194/ອຄ.ກຂອ ລົງວັນທີ 23 ທັນວາ 2020 ແລະກະທໍາຜິດໃນຂໍ້ຫາການນໍາເຂົ້າ ຫຼືສົ່ງອອກສິນຄ້າໂດຍບໍ່ຖືກ ຕ້ອງຕາມປະມວນກົດໝາຍມາດຕາ 284 (ສະບັບປັບປຸງປີ 2017) ເຈົ້າໜ້າທີ່ຕໍາຫຼວດພະແນກຕໍາຫຼວດປ້ອງກັນເສດຖະກິດຈຶ່ງໄດ້ລົງພື້ນທີ່ກວດກາສະຖານທີ່ດັ່ງກ່າວ ແລະໄດ້ພົບເຫັນທ້າວ ທັດສະດາພອນ ອາຍຸ 43 ປີ ອາຊີບຄ້າຂາຍຢູ່ບ້ານດອນນົກຄຸ້ມ ເມືອງສີສັດຕະນາກ ນວ ແລະທ້າວ ບຸນລ້ຽງ ອາຍຸ 37 ປີ (ຂັບຂີ່) ອາຊີບຄ້າຂາຍຢູ່ບ້ານທ່ານາສາ ເມືອງສັງທອງ ນວ ກຳລັງ ຂົນສິນຄ້າ (ອາຫານທະເລ) ຈໍານວນ 2.000 ກວ່າກິໂລກຣາມ ຂຶ້ນຈາກທ່າໄປຂາຍຕໍ່, ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ກັກຕົວພວກກ່ຽວມາສອບສ່ວນ.

  ຜ່ານການສືບສວນ-ສອບສວນ ພວກກ່ຽວທັງ 2 ຄົນ ໄດ້ໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ຕໍາຫຼວດວ່າ: ສິນຄ້າຈໍານວນດັ່ງກ່າວເເມ່ນຂອງພວກກ່ຽວແທ້; ຊຶ່ງໃນເວລາ 18:00 ໂມງ ຂອງວັນທີ 6 ເມສາ 2021 ພວກກ່ຽວໄດ້ພາກັນລັກລອບຂົນສິນຄ້າ (ອາຫານທະເລ) ໂດຍໃສ່ລົດຕູ້ໂຕໂຢຕ້າສີປອນເງິນແກ່ສິນຄ້າປະເພດອາຫານທະເລແຊ່ແຂງມຸ່ງໜ້າເຂົ້າສູ່ ນວ ມີຄື: ກຸ້ງຈໍານວນ 19 ແກັດນໍ້າໜັກ 791 ກິໂລກຣາມ, ປາມຶກສົດ 26 ແກັດ ນໍ້າໜັກ  1.149 ກິໂລກຣາມ, ປູ 22 ກິໂລກຣາມ, ຫອຍແຄງ 6 ເປົາ, ລວມນໍ້າໜັກທັງໝົດ 2.262 ກິໂລກຣາມ ມາຈາກປະເທດໄທການນໍາເຂົ້າແມ່ນບໍ່ຖືກຕ້ອງໂດຍຂົນສົ່ງຜ່ານທາງເຮືອຫາງຍາວເຂດບ້ານສໍາພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ ເພື່ອມາຈໍາໜ່າຍໃນນະຄອນຫຼວງວຽງຈັນ.

  ຕໍ່ກັບເຈົ້າຂອງລົດ ແລະຜູ້ຂັບຂີ່ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະປັບໃໝຕາມລະບຽບກົດໝາຍ, ເພື່ອຮັບປະກັນບໍ່ໃຫ້ສິນຄ້າດັ່ງກ່າວຖືກຈໍາໜ່າຍຊື້-ຂາຍໃນຕະຫຼາດ ຊຶ່ງຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ-19 ແລະພະຍາດອື່ນໆ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດລົດ ແລະພ້ອມທັງສິນຄ້າດັ່ງກ່າວໄປທໍາລາຍຖິ້ມຢູ່ສູນບໍາບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ.