ເມືອງເງິນ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງຫຼາຍຕໍາແໜ່ງງານ

 ໃນວັນທີ 12 ເມສາ ຜ່ານມາທີ່ຫ້ອງປະຊຸມໃຫຍ່ເມືອງເງິນ, ແຂວງໄຊຍະບູລີ ໄດ້ມີພິທີປະກາດການຈັດຕັ້ງ ແລະມອບ-ຮັບໜ້າທີ່ລະຫວ່າງເລຂາພັກເມືອງ,ເຈົ້າເມືອງຜູ້ເກົ່າ ແລະວ່າການເລຂາພັກເມືອງ, ວ່າການເຈົ້າເມືອງຜູ້ໃໝ່ຂຶ້ນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານ ຄໍາແພງ ຕັດສະຫວັດ ເຈົ້າເມືອງ-ເມືອງເງິນ, ມີການນໍາຂອງເມືອງພ້ອມດ້ວຍພະນັກງານວິຊາການ, ລັດວິສາຫະກິດ, ນາຍບ້ານທົ່ວ ເມືອງເຂົ້າຮ່ວມ.

  ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ 7 ສະບັບ ແລະມະຕິຕົກລົງຂອງຄະນະປະຈໍາພັກແຂວງໄຊຍະບູລີ 4 ສະບັບ, ຄະນະປະຈໍາພັກແຂວງ, ເຈົ້າແຂວງໄຊຍະບູລີ ຕົກລົງເຫັນດີໃຫ້ທ່ານ ບຸນສົດ ອິນທະປັນຍາ ຮອງເລຂາຄະນະບໍລິຫານງານພັກເມືອງປະທານກວດກາພັກ-ລັດເມືອງ ແລະທ່ານ ສອນສຸກ ພວງແກ້ວ, ຮອງເລຂາຄະນະບໍລິຫານງານພັກເມືອງພັກການເພື່ອລໍຖ້າຮັບອຸດໜູນບໍານານ; ຍົກຍ້າຍທ່ານ ຄໍາແພງ ຕັດສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄປຮັບໜ້າທີ່ໃໝ່ຢູ່ພະແນກການຕ່າງປະເທດ; ແຕ່ງຕັ້ງທ່ານ ທະວີສັກ ໄຊຍະວົງ ຮອງເລຂາພັກເມືອງ ຂຶ້ນວ່າການ ເລຂາພັກເມືອງ, ວ່າການເຈົ້າເມືອງ; ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ສີທະນົນໄຊ ທອງເທພາ ກໍາມະການປະຈໍາພັກເມືອງ ແລະທ່ານ ນາງ ສີຈົມ ບຸນມານະທໍາ ກໍາມະການປະຈໍາພັກເມືອງຂຶ້ນເປັນຮອງເລຂາພັກເມືອງ;ບົ່ງຕົວແຕ່ງຕັ້ງທ່ານ ຄອນສະຫວັນ ຟອງປະດິດ ເປັນກໍາມະການພັກເມືອງ; ຍົກຍ້າຍທ່ານ ດຣ ບຸນເລື່ອນ ບົວໄລ ກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການພ້ອມທັງແຕ່ງຕັ້ງຂຶ້ນເປັນກໍາມະການປະຈໍາພັກເມືອງ ແລະເປັນຮອງເຈົ້າເມືອງ ແລະແຕ່ງຕັ້ງທ່ານ ທອງພັນ ສຸກສະຫວັດ ເປັນຮອງເຈົ້າເມືອງຈາກນັ້ນກໍ່ໄດ້ມີການລົງນາມໃສ່ບົດບັນທຶກ ແລະມອບຮັບໜ້າທີ່ຢ່າງເປັນທາງການລະຫວ່າງເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ແລະວ່າການເລຂາພັກເມືອງ, ວ່າການເຈົ້າເມືອງຜູ້ໃໝ່ໂດຍຊ່ອງໜ້າຜູ້ເຂົ້າຮ່ວມ.

  ໂອກາດດຽວກັນທ່ານເຈົ້າ ແຂວງໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ຖືກຍົກຍ້າຍ ແລະບົ່ງຕົວແຕ່ງຄັ້ງນີ້ຈົ່ງມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ, ືບຕໍ່ຊີ້ນໍາໆພາວຽກງານຮອບ ດ້ານທີ່ໄດ້ຮັບການມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດສືບຕໍ່ປັບປຸງແບບແຜນການນໍາພາ-ການເຮັດວຽກພ້ອມກັນສ້າງສາພັດທະນາເມືອງເງິນໃຫ້ກ້າວໄປສູ່ຄວາມຮຸ່ງເຮືອງສີວິໄລເທື່ອລະກ້າວ.

ຂ່າວອຸ່ນເຮືອນ ໂພທິລັກ