ຜົ້ງສາລີ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,97ເປິເຊັນ

 ແຂວງຜົ້ງສາລີ ວາງເປົ້າໝາຍການຂະຫຍາຍຕົວຂອງເສດຖະກິດປີນີ້ຢູ່ໃນລະດັບ 6,97% ແລະລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ບັນລຸໄດ້ 973 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ແລະຄາດວ່າຈະສ້າງມູນຄ່າເພີ່ມຕາມລາຄາໃນປີປະມານ 1.578 ຕື້ກີບ, ໃນນັ້ນກະສິກໍາ-ປ່າໄມ້ຈະສູ້ຊົນໃຫ້ຂະຫຍາຍຕົວ 5,15%, ກວມ 47,97% ຂອງ GDP, ອຸດສາຫະກຳ-ຫັດຖະກຳ 8,86%, ກວມ 21,60% ຂອງ GDP, ການບໍລິການ 8,27%, ກວມ 30,43% ຂອງ GDP.

ອີງຕາມຂໍ້ມູນຈາກແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຜົ້ງສາລີໃນປີ 2018 ຂະຫຍາຍຕົວບັນລຸພຽງ ແຕ່ 6,90% ເທົ່ານັ້ນ, (ຈາກ ແຜນການ 7,13%), ສະເລ່ຍ ລາຍຮັບຕໍ່ຫົວຄົນເທົ່າກັບ 936 ໂດລາສະຫະລັດ, ທຽບໃສ່ປີຜ່ານ ມາເພີ່ມຂຶ້ນ 73 ໂດລາສະຫະລັດ; ໃນນັ້ນ: ອັດຕາການຂະຫຍາຍຕົວຂອງຂະແໜງກະສິກຳ-ປ່າໄມ້ເພີ່ມ ຂຶ້ນ 4,04%, ກວມ 48,92% (ແຜນການ  6,69% ກວມ 45,58%) ຂອງ GDP, ອຸດສາຫະ ກໍາ-ຫັດຖະກໍາເພີ່ມຂຶ້ນ 8,09%, ກວມ 21,36% (ແຜນການ 6,50% ກວມ  23,53%) ຂອງ GDP ແລະການບໍລິການເພີ່ມຂຶ້ນ 9,86%, ກວມ 29,73% (ແຜນ ການ 7,92% ກວມ 30,89%) ຂອງ GDP.

 ແນວໃດກໍຕາມເຖິງວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຜົ້ງສາລີໃນປີ 2018 ຈະບໍ່ບັນລຸ ໄດ້ຕາມແຜນການ, ແຕ່ເພື່ອເຮັດໃຫ້ເສດຖະກິດ ໃນປີ 2019 ສືບ ຕໍ່ຂະຫຍາຍຕົວໃນລະດັບ 6,97%, ແຂວງຜົ້ງສາລີ ຈະສຸມໃສ່ສູ້ຊົນຫຼາຍດ້ານໃນນັ້ນສູ້ຊົນເກັບລາຍຮັບໃຫ້ໄດ້ 88,86 ຕື້ກີບ ແລະຄຸ້ມ ຄອງລາຍຈ່າຍໃຫ້ຢູ່ໃນລະດັບ 478,45 ຕື້ກີບ, ສູ້ຊົນລະດົມເງິນ ຝາກໃຫ້ໄດ້ 540,70 ຕື້ກີບ ແລະ ປ່ອຍສິນເຊື່ອໃຫ້ໄດ້ 399,26 ຕື້ ກີບ; ສູ້ຊົນຜະລິດເຂົ້າໃຫ້ໄດ້ 58,10 ພັນໂຕນ; ສູ້ຊົນມູນຄ່າການຜະລິດ, ມູນຄ່າຈໍາໜ່າຍອຸດສາຫະກຳປຸງ ແຕ່ງ  ແລະຫັດຖະກຳໃຫ້ບັນລຸ 344,74 ຕື້ກີບ; ສູ້ຊົນມູນຄ່າຈາ ລະຈອນການຄ້າພາຍໃນໃຫ້ສາ ມາດບັນລຸໄດ້ 1.085 ຕື້ກີບ (ມູນ ຄ່າຊື້ເຂົ້າ 450,14 ຕື້ກີບ, ມູນຄ່າ ຂາຍອອກ 577,47 ຕື້ກີບ ແລະ ມູນຄ່າເກັບຊື້ຜະລິດຕະພັນພາຍໃນ 57,70 ຕື້ກີບ); ສູ້ຊົນມູນຄ່າຈາລະຈອນການຄ້າຕ່າງປະເທດໃຫ້ສາມາດບັນລຸໄດ້ 407,34 ຕື້ກີບ (ມູນຄ່າສົ່ງອອກໃຫ້ໄດ້ 161,67 ຕື້ກີບ ແລະມູນຄ່າການນຳເຂົ້າ 245,67 ຕື້ກີບ) ຊຶ່ງຄາດຄະເນປີ 2019 ນີ້ຈະຂາດດຸນການນໍາເຂົ້າ ແລະສົ່ງອອກ ປະມານ 84 ຕື້ກີບ, ເທົ່າກັບ 5,32% ຂອງ GDP.

 ສໍາລັບດ້ານພະລັງງານ ແລະ ບໍ່ແຮ່ສູ້ຊົນຜະລິດກະແສໄຟຟ້າໃຫ້ໄດ້ 3.062 ລ້ານກິໂລວັດໂມງ; ສູ້ຊົນຜະລິດແຮ່ທາດໃຫ້ໄດ້ 82  ພັນໂຕນ; ສູ້ຊົນດຶງດູດນັກທ່ອງທ່ຽວພາຍໃນ  ແລະຕ່າງປະເທດເຂົ້າມາທ່ຽວໃຫ້ໄດ້ 1,66 ແສນ ເທື່ອຄົນໃນນັ້ນນັກທ່ອງທ່ຽວສາ ກົນ 27.168 ເທື່ອຄົນ ແລະນັກທ່ອງທ່ຽວຊາຍແດນ 1,39 ແສນ ເທື່ອຄົນ,ພ້ອມທັງສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 24,68 ລ້ານໂດລາສະຫະລັດ. ສືບຕໍ່ສໍາຫຼວດຊົນລະປະທານຄືນໃໝ່ໃນເມືອງເປົ້າໝ າຍຄື: ເມືອງຍອດອູ,ບຸນໃຕ້; ສູ້ຊົນຈຳນວນບ້ານໃຫ້ມີເສັ້ນທາງເຂົ້າເຖິງ 512 ບ້ານ, ກວມ 98,84% ຂອງຈຳນວນບ້ານໃນທົ່ວແຂວງໃນນັ້ນຈຳນວນບ້ານທີ່ມີເສັ້ນທາງລົດສາມາດທຽວໄດ້ 2 ລະດູໃຫ້ໄດ້ 315 ບ້ານ, ກວມ  61,52%,  ຂອງຈໍານວນບ້ານທີ່ມີເສັ້ນທາງເຂົ້າເຖິງ ແລະ ຈຳນວນບ້ານມີເສັ້ນທາງລົດສາມາດທຽວໄດ້ລະດູດຽວ197 ບ້ານ, ເທົ່າກັບ38,48% ຂອງຈໍານວນບ້ານທີ່ມີເສັ້ນທາງເຂົ້າເຖິງ.

 ສ່ວນວຽກງານວັດທະນະທໍາ-ສັງຄົມແມ່ນສຸມໃສ່ຂະຫຍາຍການ ຮຽນ-ການສອນລົງສູ່ເຂດຫ່າງໄກສອກຫຼິກໃຫ້ທົ່ວເຖິງເພື່ອເປີດໂອກາດໃຫ້ແກ່ນັກຮຽນທີ່ດ້ອ ຍໂອກາດໃນການເຂົ້າໂຮງຮຽນໃນເຂດ ຊົນນະບົດໃຫ້ໄດ້ຮັບສຶກສາ ແລະ ເຂົ້າຮຽນຢ່າງເປັນລະບົບ-ຕໍ່ເນື່ອງ; ຮັບປະກັນອັດຕາການຕາຍຂອງເດັກໃນລຸ່ມ 1 ປີ, 5 ປີ ແລະແມ່ໃຫ້ ນັບມື້ຫຼຸດລົງເທື່ອລະໜ້ອຍ ແລະສືບຕໍ່ພັດທະນາສີມືແຮງງານໃຫ້ຊາວກະສິກອນນັບມື້ໃຫ້ມີພື້ນຖານດ້ານເຕັກນິກຫຼາຍຂຶ້ນ.

ໂດຍ: ກິ່ງລັດຕະນະ