ເຢຍລະມັນ ສົ່ງເຄື່ອງຊ່ວຍຫາຍໃຈໃຫ້ອິນເດຍ

  ເຢຍລະມັນ ສົ່ງເຄື່ອງຊ່ວຍຫາຍໃຈ 100 ເຄື່ອງມາຍັງນະຄອນຫຼວງ ນີວແດນລີ ເພື່ອຊ່ວຍໃຫ້ອິນເດຍຮັບມືກັບໂຄວິດ-19 ທີ່ ພວມແຜ່ລະບາດຢ່າງໜັກ.

   ຕາມຂ່າວ ຕ່າງປະເທດລາຍງານວ່າວັນທີ 2 ພຶດສະພານີ້ເຢຍລະມັນສົ່ງເຄື່ອງຊ່ວຍຫາຍໃຈ 100 ເຄື່ອງມາຍັງນະຄອນຫຼວງນີວແດນລີເພື່ອຊ່ວຍໃຫ້ອິນເດຍຮັບມືກັບໂຄວິດ-19 ທີ່ພວມແຜ່ລະບາດຢ່າງໜັກເຮັດໃຫ້ເກີດຄວາມຂາດແຄນດ້ານອຸປະກອນການແພດນອກຈາກນີ້ເຢຍລະມັນຍັງຈະສົ່ງອຸປະກອນຜະລິດອົກຊີເຈນເຄື່ອນທີ່ມາຊ່ວຍອິນເດຍເພີ່ມຕື່ມອີກໃນອາທິດໜ້ານັບເປັນປະເທດຫຼ້າສຸດທີ່ສົ່ງຄວາມຊ່ວຍເຫຼືອໃຫ້ກັບອິນເດຍເພື່ອຕໍ່ສູ້ກັບ ໂຄວິດ-19 ຕໍ່ຈາກຝຣັ່ງ, ຣັດເຊຍ ແລະອີກຫຼາຍປະ ເທດທົ່ວໂລກໃນວັນດຽວກັນຣັດເຊຍໄດ້ສົ່ງວັກແຊງປ້ອງກັນໂຄວິດ19 ຂອງສະປຸດນິກ-ວີ ໃຫ້ອິນເດຍ 150.000 ໂດສ .

  ຂະນະທີ່ອິນເດຍມີຜູ້ຕິດໂຄວິດ-19 ລາຍວັນ ເກືອບ 400.000 ຄົນ ເຮັດໃຫ້ຍອດຕິດເຊື້ອສະສົມເພີ່ມເປັນ 19.549.656 ແລະ ວັນດຽວເສຍຊີວິດ 3.000 ກວ່າຄົນ ເຮັດໃຫ້ຍອດຜູ້ເສຍຊີວິດຢູ່ທີ່ 215.523 ຄົນ.