ເຊກອງ ພ້ອມຮອບດ້ານຕ້ານໂຄວິດ

   ປະຈຸບັນແຂວງເຊກອງໄດ້ມີການກຽມຄວາມພ້ອມຮອບດ້ານເພື່ອຮັບມື ແລະຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນບຸກຄະລາກອນການແພດ, ການຕິດຕາມຈໍານວນຄົນເຂົ້າອອກແຂວງ, ສະຖານທີ່ຈໍາກັດບໍລິເວນ, ການກະກຽມສະຖານທີ່ປິ່ນປົວ, ການກັ່ນຕອງຜູ້ທີ່ຕິດໂຄວິດ-19 (ຖ້າມີກໍລະນີຕິດເຊື້ອ) ແລະອື່ນໆ.

  ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງໆເຊກອງ, ປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງໃຫ້ສໍາພາດຕໍ່ນັກຂ່າວວ່າ: ພາຍຫຼັງໄດ້ຮັບຄໍາສັ່ງ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ຄະນະພັກ-ອົງການປົກຄອງແຂວງກໍໄດ້ພ້ອມກັນສຸມໃສ່ປະຕິບັດຢ່າງເປັນເຈົ້າການໃນນັ້ນໄດ້ອອກຄໍາສັ່ງໃນນາມຄະນະປະຈໍາພັກແຂວງ, ອອກແຈ້ງການເພີ່ມເຕີມຂອງທ່ານເຈົ້າແຂວງເພື່ອແນໃສ່ໃຫ້ບັນດາອົງການຈັດຕັ້ງພາກລັດ-ເອກະຊົນ,ຫົວໜ່ວຍທຸລະກິດ ແລະປະຊາຊົນໃນທົ່ວແຂວງເຂົ້າຮ່ວມໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດເປັນຕົ້ນໃຫ້ປິດຊົ່ວຄາວສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ; ຫ້າມຈັດງານລ້ຽງ, ງານພົບປະສ້າງສັນທີ່ເຕົ້າໂຮມຄົນຈໍານວນຫຼາຍ; ການຮັກສາໄລຍະຫ່າງທາງສັງຄົມ; ຖ້າອອກນອກເຮືອນ-ນອກບ້ານແມ່ນໃຫ້ໃສ່ຜ້າອັດປາກ-ອັດດັງ; ລ້າງມືໃສ່ສະບູ ຫຼືເຈວລ້າງມືທຸກຄັ້ງ.

   ພ້ອມນີ້ກໍໄດ້ຕັ້ງຈຸດກວດ, ຕິດຕາມຄົນເຂົ້າ-ອອກພາຍໃນແຂວງ, ເມືອງທີ່ມີຄວາມສ່ຽງ ແລະຜູ້ທີ່ເດີນທາງມາແຕ່ຕ່າງປະເທດ; ເດີນທາງມາແຕ່ຕ່າງແຂວງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ຕ້ອງໄດ້ກັກບໍລິເວນຕົນເອງ 14 ມື້ໃຫ້ຢູ່ພາຍໃນບ້ານ ຫຼືສູນກັກກັນທີ່ຄະນະສະເພາະຂັ້ນແຂວງກໍານົດໄວ້;ຖ້າມີບຸກຄົນໃດຫາກຈົງໃຈຝ່າຝືນ ຫຼືບໍ່ໃຫ້ການຮ່ວມມືຈະໄດ້ປະຕິບັດຕາມຂັ້ນຕອນຂອງກົດໝາຍ.

   ທ່ານຮອງເຈົ້າແຂວງໆເຊກອງຍັງໃຫ້ຮູ້ຕື່ມວ່າ: ນອກຈາກການປະຕິບັດມາດຕະການປ້ອງກັນແຂວງກໍໄດ້ມີການກຽມຄວາມພ້ອມດ້ານບຸກຄະລາກອນການແພດ; ກໍານົດຈຸດປິ່ນປົວຜູ້ຕິດເຊື້ອໂຄວິດ-19 (ຖ້າມີກໍລະນີຕິດເຊື້ອ) ລວມມີ 3 ຈຸດຄື: ຈຸດໂຮງໝໍແຂວງຫຼັງເກົ່າມີ 15 ຕຽງ; ຈຸດໂຮງໝໍແຂວງຫຼັງໃໝ່ມີ 80 ຕຽງ ແລະ ຈຸດສະໜາມກິລາໃນຮົ່ມຂອງແຂວງ (ໂຮງໝໍພາກສະໜາມ); ພ້ອມນັ້ນກໍໄດ້ກໍານົດຈຸດກັກບໍລິເວນບຸກຄົນທີ່ເດີນທາງມາຈາກຕ່າງປະເທດກໍຄືຕ່າງແຂວງທີ່ມີການລະບາດຂອງພະຍາດໂຄວິດ-19 ຈໍານວນ 6 ຈຸດຄື: ຂັ້ນແຂວງ 3 ຈຸດ ແລະຂັ້ນເມືອງອີກ 3 ຈຸດ ໂດຍປະຈຸບັນມີຜູ້ຖືກຈໍາກັດບໍລິເວນທັງໝົດເກືອບ 300 ຄົນ.

   ໂອກາດນີ້, ທ່ານ ຄໍາສອນ ກອນເຍີ ກໍໄດ້ຮຽກຮ້ອງມາຍັງປະຊາຊົນໃນທົ່ວແຂວງເຊກອງໃຫ້ມີສະຕິ,ບໍ່ໃຫ້ແຕກຕື່ນຂ່າວລື ແລະບໍ່ສ້າງຂ່າວປອມ ຫຼືປັ່ນປວນສັງຄົມ,ໃຫ້ລໍຖ້າຟັງການຖະແຫຼງຂ່າວຈາກຄະນະສະເພາະກິດຂັ້ນສູນກາງ;ສິ່ງສໍາຄັນແມ່ນໃຫ້ປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະກິດຂັ້ນສູນກາງ,ຂັ້ນແຂວງ ແລະເມືອງວາງອອກຢ່າງເຄັ່ງຄັດ; ພ້ອມນີ້ກໍປ້ອງກັນຕົນ ເອງດ້ວຍການຮັກສາໄລຍະຫ່າງ, ໃສຜ້າປິດປາກດັງເວລາອອກໄປຂ້າງນອກ, ລາງມືດ້ວຍ ເຫຼົ້າ 70 ອົງສາ ຫຼືເຈວລ້າງມື, ບໍ່ຄວນເດີນທາງໄປສະຖານທີ່ທີ່ມີການລະບາດ ແລະມີຄົນແອອັດ.

(ຂ່າວ: ສັນຍາ; ພາບ: ແວວຕາ)