ປະຊາຊົນ ຈຳນວນໜຶ່ງຍັງລັກລອບເຂົ້າ-ອອກ ເມືອງຕົ້ນເຜີ້ງ

 ນັບແຕ່ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບນີ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ໄດ້ປະຕິບັດມາດຕະການປິດການເຂົ້າ-ອອກ ເມືອງໂດຍໄດ້ຕັ້ງຈຸດກັ່ນກອງຄົນເຂົ້າ-ອອກຢູ່ຈຸດປະຕູໂຂງທາງເຂົ້າເທສະບານ, ປິດການສັນຈອນເຂົ້າ-ອອກ ລະຫວ່າງບ້ານຕໍ່ບ້ານໂດຍໃຫ້ເຈົ້າໜ້າທີ່ທະຫານ-ຕໍາຫຼວດ, ປກສ ກອງຫຼອນບ້ານຜັດປ່ຽນກັນປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ແລະສ້າງສິ່ງກີດຂວາງໃສ່ເສັ້ນທາງນ້ອຍທີ່ເຊື່ອມຕໍ່ໄປຫາເສັ້ນທາງໃນເທສະບານ.

   ແຕ່ຜ່ານການຈັດຕັ້ງປະຕິບັດມາດຕະການດັ່ງກ່າວປະຈຸບັນຍັງມີປະຊາຊົນຈໍານວນໜຶ່ງໄດ້ຝ່າຝືນລັກລອບເຂົ້າ-ອອກເມືອງຕາມເສັ້ນທາງທີ່ຄະນະສະເພາະກິດບໍ່ອະນຸ ຍາດໃຫ້ຜ່ານເປັນຕົ້ນໄດ້ມີການລັກລອບເຂົ້າ-ອອກຜ່ານເສັ້ນທາງໄປໄຮ່, ນາ, ສວນຂອງປະຊາຊົນ ແລະເສັ້ນທາງນ້ອຍທີ່ເຊື່ອມຕໍ່ຫາເສັ້ນທາງໃນເທສະບານເມືອງຈຸດທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນເວນຍາມ, ຜູ້ລັກລອບບາງຄົນໄດ້ຂຸດກອງດິນທີ່ທາງຄະນະສະເພາະກິດໄດ້ນໍາມາຖອກກັ້ນເສັ້ນທາງໄວ້ເພື່ອໃຫ້ລົດຂອງຕົນລັກລອບຜ່ານໄປໄດ້ນອກຈາກນັ້ນຍັງມີປະຊາຊົນຈໍານວນໜຶ່ງໄດ້ຂັບລົດມາຮັບເອົາຄົນຕ່າງປະເທດຢູ່ຈຸດດັ່ງກ່າວເຂົ້າໄປໃນເທສະບານເມືອງຊຶ່ງປະຊາຊົນຢູ່ໃນເຂດດັ່ງກ່າວໄດ້ເຫັນ ແລະເປັນຫ່ວງຕໍ່ບັນຫາດັ່ງກ່າວຈຶ່ງໄດ້ມາແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງແລ້ວແຕ່ຍັງບໍ່ສາມາດຈັບໄດ້ໄລ່ທັນດັ່ງນັ້ນທາງເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາເພື່ອນຳເອົາຕົວຜູ້ທີ່ຝ່າ ຝືນລັກລອບມາລົງໂທດຕາມລະບຽບກົດໝາຍ.

 ຕໍ່ກັບບັນຫານີ້ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ໄດ້ລັກລອບເຂົ້າ-ອອກ ໃຫ້ເຂົ້າໃຈແລະເຫັນໃຈຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທີ່ຕ້ອງອົດທົນພະຍາຍາມເສຍສະຫຼະພາລະໜ້າທີ່ສ່ວນຕົວ, ຄອບຄົວຜັດປ່ຽນກັນມາປ້ອງກັນເວນຍາມເພື່ອໃຫ້ທຸກຄົນໃນສັງຄົມປອດໄພຈາກພະຍາດໂຄວິດ-19 ແຕ່ຄວາມພະຍາຍາມນັ້ນອາດບໍ່ເກີດປະສິດທິຜົນເທົ່າຄວນເພາະພວກທ່ານຍັງລັກລອບເຂົ້າມາຕາມເສັ້ນທີ່ທາງຄະນະສະເພາະກິດບໍ່ອະນຸຍາດ ແລະບໍ່ໄດ້ຜ່ານການກັ່ງກອງຊຶ່ງຖ້າຫາກພວກທ່ານເປັນກຸ່ມຄົນທີ່ລັກລອບເຂົ້າມາໃນເທສະບານເມືອງນັ້ນເປັນກຸ່ມທີ່ມາຈາກເຂດທີ່ມີຄວາມສ່ຽງ ຫຼືຍິ່ງໄປກວ່ານັ້ນແມ່ນເຂົ້າມາພັກອາໃສຢູ່ຕາມເຮືອນເຊົ່າເຮືອນພັກຫ້ອງແຖວກໍ່ອາດນໍາເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດເປັນວົງກວ້າງໃນຊຸມຊົນພາຍໃນເມືອງໄດ້ ຫຼືຖ້າຫາກທ່ານເຂົ້າມາຍ້ອນມີວຽກຈໍາເປັນເຊັ່ນ: ໄປໂຮງໝໍ, ໄປສັກຢາວັກຊິນການນໍາເອົາສິນຄ້າມາຂ່ຽນຖ່າຍເພື່ອຂົນສົ່ງເຂົ້າໄປໃນເທສະບານເມືອງກໍ່ຂໍຮຽກຮ້ອງໃຫ້ເຂົ້າມາຕາມຈຸດກັ່ນກອງທີ່ທາງຄະນະສະເພາະກິດອະນຸຍາດໃຫ້ເຂົ້າ-ອອກ ຄືຈຸດປະຕູໂຂງ   ທາງເຂົ້າເທສະບານເມືອງເພື່ອຜ່ານການກັ່ນກອງຕາມຂັ້ນຕອນ.

ຂ່າວ: ອຸໄທ ພູມມາ