ບຸກຄະລາກອນໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ສັກວັກແຊັງປ້ອງກັນໂຄວິດ-19

   ໃນລະຫວ່າງວັນທີ 5-19 ພຶດສະພາ 2021 ໜ່ວຍງານສຸຂະພາບຝ່າຍຄວາມປອດໄພ ສຸຂະພາບອະນາໄມ ສິ່ງແວດລ້ອມ ແລະຄຸນນະພາບຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບຄະນະແພດ ແລະພະຍາບານຂອງ ໂຮງໝໍເມືອງຫົງສາ ແຂວງໄຊຍະບູລີ ຈັດການສັກວັກແຊັງປ້ອງກັນພະຍາດ Covid-19 ໃຫ້ກັບບຸກຄະລາກອນໃນໂຄງການໄຟຟ້າຫົງສາເພື່ອເປັນການສ້າງພູມຄຸ້ມກັນກຸ່ມ ແລະປ້ອງກັນການແຜ່ລະບາດຂອງພະຍາດ Covid-19 ໂດຍບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຮັບການສະໜັບສະໜຸນວັກຊີນ ຈໍານວນ 8.000 ໂດສ ຈາກພະແນກສາທາລະນະສຸກ ແຂວງໄຊຍະບູລີ.


   ຍ້ອນສະພາບການແຜ່ລະບາດຂອງພະຍາດ Covid-19 ໃນປະຈຸບັນບໍລິສັດໄດ້ຈັດຕັ້ງຄະນະກໍາມະການຄວບຄຸມ,ປ້ອງກັນການແຜ່ລະບາດຂອງພະຍາດ Covid-19 ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເພື່ອກໍານົດນະໂຍບາຍ ແລະມາດຕະການໃນການປ້ອງກັນການແຜ່ລະບາດ ແລະເພື່ອເປັນແນວທາປະຕິບັດໃຫ້ສອດຄ່ອງກັບນະໂຍບາຍຈາກພາກລັດຂອງປະເທດລາວ ແລະເຖິງແມ່ນວ່າບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈະໄດ້ຮັບການສະໜັບສະໜຸນວັກຊີນດັ່ງກ່າວມາແລ້ວນັ້ນ, ບໍລິສັດກໍ່ຍັງຄົງເນັ້ນໜັກໃຫ້ພະນັກງານພາຍໃນໂຄງການທຸກຄົນເບີ່ງແຍງຕົວເອງ, ຮ່ວມມືປະຕິບັດຕາມມາດຕະການຕ່າງໆ ຂອງພາກລັດຢ່າງເຂັ້ມງວດ, ໃສ່ໜ້າກາກ, ໝັ່ນລ້າງມື, ຮັກສາໄລຍະຫ່າງ ແລະກວດວັດອຸນຫະພູມຮ່າງກາຍເພາະວັກຊີນທີ່ດີທີ່ສຸດນັ້ນເລີ່ມຈາກການຮັບຜິດຊອບຂອງຕົວເອງ ແລະສັງຄົມ.


   ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຂໍສະແດງຄວາມຂອບໃຈລັດຖະບານ ແຫ່ງ ສປປ ລາວ. ແລະ ພະແນກສາທາລະນະສຸກແຂວງໄຊຍະບູລີທີ່ໃຫ້ການສະໜັບສະໜຸນ ວັກຊີນປ້ອງກັນພະຍາດ Covid-19 ໃນຄັ້ງນີ້ເພື່ອເປັນສ່ວນໜຶ່ງໃນກາສ້າງຄວາມມໝັ້ນຄົງທາງດ້ານພະລັງງານໄຟຟ້າຂອງປະເທດລາວ. ແລະປະເທດໄທຕໍ່ໄປ.