ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ໃຫ້ການຊ່ວຍເຫຼືອໜ້າກາກອະນາໄມໃຫ້ແກ່ກະຊວງການຕ່າງປະເທດ ແລະ 4 ແຂວງພາກເໜືອຂອງ ສປປ ລາວ

   ໃນວັນທີ 10 ພຶດສະພາ 2021, ທີ່ ກະຊວງການຕ່າງປະເທດໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເປັນໜ້າກາກອະນາໄມ (ຜ້າອັດປາກ) ຈໍານວນ 1,000,000 ອັນຈາກຫ້ອງການພົວພັນຕ່າງປະເທດແຂວງຢຸນນານ, ສປ ຈີນ ມອບໃຫ້ແກ່ກະຊວງການຕ່າງປະເທດ ແລະ 4 ແຂວງພາກເໜືອຂອງ ສປປ ລາວ ຄື:

ແຂວງຫຼວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະຫຼວງພະບາງ ແຂວງລະ 100,000 ອັນ ແລະມອບໃຫ້ກະຊວງການຕ່າງປະເທດ 600,000 ອັນ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ. ໃຫ້ກຽດຕາງໜ້າກ່າວມອບໂດຍ ສະຫາຍ ຊຽງ ຟ່າງ ສຽງ, ທີ່ປຶກສາສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະຕາງໜ້າກ່າວຮັບໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


  ໃນໂອກາດດັ່ງກ່າວ, ສະຫາຍ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປ ຈີນ ກໍຄືຫ້ອງການພົວພັນຕ່າງປະເທດແຂວງຢຸນນານທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃນຄັ້ງນີ້, ອັນເປັນການສະແດງໃຫ້ເຫັນເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງບ້ານໃກ້ເຮືອນຄຽງທີ່ດີກໍ່ຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ. ພ້ອມທັງກ່າວຕື່ມອີກວ່າຈະນໍາໃຊ້ໜ້າກາກອະນາໄມທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ເຂົ້າໃນວຽກງານປ້ອງກັນ ແລະຕ້ານກັບການລະບາດຂອງພະຍາດ ໂຄວິດ-19 ທີ່ພວມລະບາດຢ່າງຮ້າຍແຮງຮອບໃໝ່ນີ້ໃຫ້ໄດ້ຮັບຜົນປະໂຫຍດສູງສຸດຊຶ່ງກະຊວງການຕ່າງປະເທດ ສປປ ລາວ ແລະຫ້ອງການພົວພັນຕ່າງປະເທດແຂວງຢູນນານມີກົນໄປການປະສານງານນຳກັນຢ່າງໄກຊີດ ແລະຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກແຂວງຢຸນນານອີກໃນກໍລະນີຈໍາເປັນໃນຕໍ່ໜ້າ.


ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ