ກະຊວງແຜນການໃຊ້ຫຼາຍມາດຕະການອຳນວຍສະດວກລົງທຶນຜ່າວິກິດໂຄວິດ-19

  ກະຊວງແຜນການ ແລະການລົງທຶນໄດ້ນຳໃຊ້ຫຼາຍມາດຕະການລ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນທີ່ສົນໃຈລົງທຶນໃນຂະແໜງການຕ່າງໆ ທັງນີ້ເພື່ອສືບຕໍ່ຊຸກຍູ້ການດໍາເນີນຸລະກິດກໍ່ຄືການອະນຸຍາດການລົງທຶນຢູ່ ສປປ ລາວ ໃຫ້ເປັນປົກກະຕິໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 ຮອບໃໝ່ນີ້. 

  ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຖະແຫຼງຕໍ່ສື່ມວນຊົນບາງຕອນສຳຄັນວ່າ: ທາງກະຊວງແຜນການ ແລະການລົງທຶນ ໄດ້ສຸມໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດຄໍາສັງເລກທີ 15/ນຍ ຂອງນາຍົກລັດຖະມົນຕີເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ກະຊວງແຜນການ ແລະການລົງທຶນໄດ້ສືບຕໍ່ຊຸກຍູ້ໃຫ້ບັດດາວິສາຫະກິດຕ່າງໆໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງ ແລະແຈ້ງການຂອງພາກສ່ວນກ່ຽວຂ້ອງໄດ້ວາງອອກ.

  ພ້ອມທັງຊຸກຍູ້ໃຫ້ບັນດາວິສາຫະກິດຕ່າງໆໃຫ້ສາມາດດໍາເນີນກິດຈະການຂອງຕົນເອງໄດ້ເປັນຕົ້ນແມ່ນໂຄງການໄຟຟ້າ, ໂຄງການບໍ່ແຮ່, ໂຄງການທາງລົດໄຟ, ທາງດ່ວນ, ພ້ອມທັງການອໍານວຍຄວາມສະດວກໃຫ້ນໍາເຂົ້າຊ່ຽວຊານ ແລະແຮງງານຕ່າງປະເທດເຂົ້າມາຮັບໃຊ້ໃນໂຄງການຕ່າງໆຕາມກໍານົດເວລາໂດຍໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດໂຄວິດ-19 ຢ່າງເຂັ້ມງວດ.

   ສໍາລັບວຽກງານການອໍານວຍຄວາມສະດວກໃຫ້ຜູ້ລົງທຶນເປັນຕົ້ນແມ່ນວຽກການບໍລິການໆລົງທຶນໂດຍຜ່ານຫ້ອງການບໍລິການໆ ລົງທຶນປະຕູດຽວພວກເຮົາຍັງສືບຕໍ່ຈັດຕັ້ງປະຕິບັດຕາມປົກກະຕິ, ນັກລົງທຶນສາມາດດາວໂຫຼດເອົາແບບຟອມຢູ່ເວັບໄຊຂອງກົມສົ່ງເສີມການລົງທຶນ ແລະສາມາດຢື່ນແບບຟອມຢູ່ຫ້ອງການປະຕູດຽວຂອງກົມສົ່ງເສີມການລົງທຶນ.

 ໂດຍອີງຕາມຄໍາສັ່ງເລກທີ 15/ ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ19, ກະຊວງແຜນການ ແລະການລົງທຶນໄດ້ມີແຈ້ງການ ແລະອອກຂໍ້ຕົກລົງໃຫ້ພະນັກງານແບ່ງກັນມາປະຈໍາການ, ສ່ວນການຈັດກອງປະຊຸມກັບຂະແໜງການ ແລະທ້ອງຖິ່ນແມ່ນມີທັງຮູບແບບກອງປະຊຸມທາງໄກ (ອອນລາຍ) ແລະຮູບແບບພົບປະກັນຊຶ່ງໜ້າຊຶ່ງຈໍາກັດຈໍານວນຜູ້ເຂົ້າຮ່ວມ ແລະຮັກສາໄລຍະຫ່າງຕາມມາດຕະການປ້ອງກັນພະຍາດ ໂຄວິດ-19. 

  ພ້ອມດຽວກັນນີ້ກໍ່ໄດ້ຈັດຕັ້ງປະຕິບັດວຽກງານປີນອ້ອມດັ່ງນີ້:

1) ຂະບວນການຄົ້ນຄວ້າການຂໍອະນຸຍາດການລົງທຶນ, ເວລາທີ່ພວກເຮົາໄດ້ຮັບເອກະສານຂໍລົງທຶນຕ່າງໆພວກເຮົາກໍ່ໄດ້ສົ່ງຂໍຄໍາເຫັນນໍາຂະແໜງການກ່ຽວຂ້ອງເປັນປົກກະຕິ.

2) ກອງປະຊຸມວິຊາການເພື່ອຄົ້ນຄວ້າສະເໜີຂໍອະນຸມັດໂຄງການແມ່ນໄດ້ຈັດເປັນປົກກະຕິທັງໃນຮູບແບບເຊີນຂະແໜງການເຂົ້າຮ່ວມແບບຊ່ອງໜ້າ, ແບບອອນລາຍກັບຂະແໜງ ແລະທ້ອງຖີ່ນ.

3) ໃນດ້ານນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍການນໍາເຂົ້າວັດຖຸດີບ, ວັດຖຸປະກອນ ແລະກົນຈັກແມ່ນສືບຕໍ່ໃຫ້ນະໂຍບາຍສົ່ງເສີມຕາມປົກກະຕິ, ຜູ້ລົງທຶນສາມາດມາຍື່ນສະເໜີແຜນນໍາເຂົ້າປະຈໍາປີເພື່ອມາດໍາເນີນການຜະລິດທຸລະກິດຂອງຕົນເອງໄດ້ຕະຫຼອດເວລາວັນລັດຖະການ, ແຕ່ຮູບແບບການຈັດກອງປະຊຸມກັບຂະແໜງການແມ່ນເຊັນດຽວກັນກັບກອງປະຊຸມຄົ້ນຄວ້າໂຄງການຂໍລົງທຶນ.

4) ນອກຈາກນີ້, ຍັງໄດ້ອໍານວຍຄວາມສະດວກໃນການຄົ້ນຄວ້າ ແລະພິຈາລະນາອະນຸມັດອອກໜັງສືອະນຸຍາດການຄໍ້າປະກັນເອົາສິນຄ້າອອກຈາກດ່ານກ່ອນ (IM8), ໜັງສືອະນຸຍາດລົບລ້າງປ້າຍພາຫະນະທີ່ໄດ້ຮັບນະໂຍບາຍ, ໜັງສືອະນຸຍາດນໍາອອກຄືນສຳລັບວັດຖຸປະກອນ ແລະພາຫະນະ, ໜັງສືຕໍ່ອາຍຸການນໍາເຂົ້າຊົ່ວຄາວສຳລັບວັດຖຸປະກອນ ແລະພາຫະນະໃຫ້ແກ່ບັນດາວິສາຫະກິດກໍານົດເວລາພາຍໃນ 5 ວັນລັດຖະການ.

5) ວຽກງານການໃຫ້ບໍລິການອໍານວຍຄວາມສະດວກເຂົ້າອອກ, ວີຊາ (visa) ຂອງນັກທຸລະກິດຕ່າງປະເທດ, ພວກເຮົາກໍ່ຍັງສືບຕໍ່ໃຫ້ການບໍລິການຕາມກົນໄກແບບປົກກະຕິພຽງແຕ່ຕ້ອງໄດ້ຜ່ານຄະນະສະເພາະກິດສະກັດກັ້ນ ແລະຄອບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ອະນຸມັດສາກ່ອນການເຂົ້າມາຂອງນັກລົງທຶນຕ້ອງໄດ້ເຂົ້າດ່ານທີ່ກໍານົດໃຫ້ສະເພາະ ແລະພາຍຫຼັງເຂົ້າມາ ສປປ ລາວ ແລ້ວແມ່ນຕ້ອງໄດ້ກັກໂຕໃຫ້ຄົບຕາມກໍານົດເວລາທີ່ຄະນະສະເພາະກິດວາງອອກສາກອນຈຶ່ງຈະສາ ມາດເຂົ້າມາເຮັດວຽກໄດ້ຕາມປົກກະຕິ.

6) ວຽກງານຕິດຕາມຄຸ້ມຄອງການຈັດຕັ້ງປະຕິບັດຊຸກຍູ້ທຸລະກິດໃນໂຄງການຕ່າງໆແມ່ນບັນດາຂະແໜງການ ແລະທ້ອງຖິ່ງເປັນຜູ້ຈັດຕັ້ງປະຕິບັດ ແລະຕິດຕາມ, ຖ້າ ມີບັນຫາແມ່ນໃຫ້ລາຍງານສູນກາງເພື່ອຮັບຊາບ ແລະຈັດກອງປະຊຸມທາງໄກເພື່ອແກ້ໄຂໃຫ້ທັນເວລາ.