5 ປີໄພພິບັດເກີດ 235 ຄັ້ງ ເສຍຫາຍ 5,5 ພັນຕື້ກີບ

   ບັນຫາຜົນກະທົບຈາກໄພພິບັດຢູ່ລາວແມ່ນໜັກໜ່ວງ ແລະສ້າງຄວາມເສຍຫາຍຫຼາຍຂຶ້ນແຕ່ລະປີ, ສັງລວມແລ້ວໃນໄລຍະ 5 ປີຜ່ານມານີ້ໄພພິບັດເກີດຂຶ້ນທັງໝົດ 235 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 1,88 ລ້ານຄົນ, ເສຍຊີວິດ 121 ຄົນ, ສ້າງຄວາມເສຍຫາຍ ແລະ ສູນເສຍຕໍ່ໂຄງລ່າງພື້ນຖານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມຄິດເປັນມູນຄ່າເສຍຫາຍທັງໝົດປະມານ 5,53 ພັນຕື້ກີບ.

  ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ (ຄພສ) ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພານີ້ ທີ່ກະຊວງປ້ອງກັນປະເທດໂດຍເປັນປະທານຂອງ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດປະທານຄະນະກຳມະການ ຄພສ ຊຶ່ງມີທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ຮອງປະທານຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ), ມີບັນດາຮອງລັດຖະມົນຕີ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ພົອ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນໄດ້ຮັບຟັງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 6 ເດືອນຕົ້ນປີ (ມັງກອນມິຖຸນາ) ແລະທິດທາງແຜນການ 6 ເດືອນທ້າຍປີ (ກໍລະກົດ-ທັນວາ) ປະຈຳປີ 2021, ພ້ອມນີ້ກອງປະຊຸມຍັງຈະໄດ້ຮ່ວມກັນຄົ້ນຄວ້າປະກອບຄໍາເຫັນ ແລະເອກະພາບຕໍ່ກັບຮ່າງຂໍ້ຕົກລົງການແບ່ງຄວາມຮັບຜິດຊອບຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ;ນໍາສະເໜີແລກປ່ຽນຂໍ້ມູນກ່ຽວກັບການກຽມຄວາມພ້ອມຮັບມືກັບໄພພິ ບັດໃນລະດູຝົນປີ 2021 ຂອງບັນດາຂະແໜງການໃນຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງຕາມທີ່ໄດ້ກໍານົດໃນແຜນການກຽມພ້ອມຕອບໂຕ້ໄພພິບັດປະຈໍາປີ 2021 ທີ່ເຊັນຮັບຮອງໄປແລ້ວນັ້ນ,ລວມທັງຮ່ວມກັນປຶກສາຫາລື ແລະເອກະພາບໃນກົນໄກການປະສານງານ ແລະການລາຍງານສະພາບໄພພິບັດ ແລະການຊ່ວຍເຫຼືອໄພພິບັດທັງໄລຍະສຸກເສີນ ແລະການຟື້ນຟູຄືນຫຼັງໄພພິບັດ.

  ຖືວ່າເປັນຄັ້ງທໍາອິດຂອງຄະນະກໍາມະການຄຸ້ມຄອງໄພພິບັດພາຍຫຼັງທີ່ຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ສະບັບເລກທີ 35/ນຍ ລົງວັນທີ 28 ເມສາ 2021, ໄດ້ອະນຸມັດຕາມກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ເລກທີ 71/ສພຊ, ລົງວັນທີ 24 ມິຖຸນາ 2019 ແລະ ດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງໄພພິບັດ ສະບັບເລກທີ 239/ນຍ, ລົງວັນທີ 18 ພຶດສະພາ 2020.

   ທ່ານກ່າວຕື່ມວ່າ: ສະເພາະຢູ່ ສປປ ລາວ ຂອງພວກເຮົາ, ບັນຫາຜົນກະທົບຂອງໄພພິບັດແມ່ນໜັກໜ່ວງ ແລະສ້າງຄວາມເສຍຫາຍຫຼາຍຂຶ້ນແຕ່ລະປີ, ສັງລວມແລ້ວໃນໄລຍະ 5 ປີຜ່ານມານີ້ໄດ້ມີເຫດການໄພພິບັດເກີດຂຶ້ນທັງໝົດ 235 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 1.86 ລ້ານຄົນ, ເສຍຊີວິດ 121 ຄົນ, ສ້າງຄວາມເສຍຫາຍ ແລະສູນເສຍຕໍ່ໂຄງລ່າງພື້ນຖານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມຄິດເປັນມູນຄ່າເສຍຫາຍທັງ ໝົດປະມານ 5,53 ພັນຕື້ກີບ.