ຜົ້ງສາລີ ເຂັ້ມງວດໃນການຄຸ້ມຄອງລາຄາສິນຄ້າ

 ເພື່ອບໍ່ໃຫ້ເປັນການເອົາລັດເອົາປຽບລະຫວ່າງຜູ້ຊື້ ແລະຜູ້ຂາຍ ຫຼືບໍ່ໃຫ້ພໍ່ຄ້າ-ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າ ແລະເປັນການວາງແຜນຮອງຮັບການສະໜອງສິນຄ້າສະບຽງອາຫານ-ທັນຍາຫານໃຫ້ພຽງພໍໃນຊ່ວງໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

   ສະນັ້ນເມື່ອບໍ່ດົນມານີ້ຄະນະສະເພາະກິດຂອງພະແນກອຸດສາຫະກຳ ແລະການຄ້າແຂວງຜົ້ງສາລີໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງຜົ້ງສາລີ ແລະເມືອງບຸນເໜືອເພື່ອລົງຕິດຕາມ, ກວດກາ ແລະຄຸ້ມຄອງສິນຄ້າ ແລະບໍລິການບໍ່ໃຫ້ມີການຂຶ້ນລາຄາຕາມລຳພັງໃຈ ແລະປະຕິບັດຕາມລະບຽການຢ່າງເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ສະບຽງອາຫານປະເພດເຂົ້າກິນ, ປະເພດຊີ້ນ (ໝູ, ງົວ, ຄວາຍ, ໄກ່, ປາ) ແລະພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ ແລະ ບໍລິໂພກ ແລະສິນຄ້າທົ່ວໄປທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ຢູ່ໃນຕະຫຼາດ, ຮ້ານຄ້າຂາຍຍົກ-ຮ້ານຄ້າຂາຍຍ່ອຍ, ຮ້ານມິນິມາເກັດ ແລະຮ້ານສະດວກຊື້, ຮ້ານຂາຍຢາ, ຮ້ານຂາຍອຸປະ ກອນການແພດ, ປໍ້ານໍ້າມັນ, ໂຮງ ງານນໍ້າດື່ມບໍລິສຸດ ແລະອື່ນໆ.

   ໂດຍການລົງກວດກາຕົວຈິງໃນຄັ້ງນີ້ເພື່ອແນະນໍາມາດຕະການທີ່ໄດ້ກໍານົດໄວ້ຢູ່ໃນຄໍາສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19, ແຈ້ງການຂອງຫ້ອງວ່າການ ແຂວງຜົ້ງສາລີ ສະບັບເລກທີ 1131/ຫວຂ.ຜລ, ລົງວັນທີ 22 ເມສາ 2021 ການເພີ່ມທະວີປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານການລະບາດພະຍາດໂຄວິດ-19, ໂດຍໄດ້ເຜີຍແຜ່ໃຫ້ແກ່ຫົວໜ່ວຍທຸລະກິດຮັບຊາບ ແລະໃຫ້ເອົາໃຈໃສ່ປະຕິບັດມາດຕະການຢ່າງເຂັ້ມງວດ,ພ້ອມທັງສ້າງບົດບັນທຶກຮ່ວມກັບເຈົ້າຂອງທຸລະກິດດັ່ງກ່າວໄວ້ເປັນລາຍລັກອັກສອນເພື່ອເປັນບ່ອນອີງໃນການຕິດຕາມ, ຄຸ້ມຄອງຕາມລະບຽບກົດໝາຍໃນແຕ່ລະໄລຍະ.