ຮອງເຈົ້າເມືອງເງິນ ລົງຊຸກຍູ້ພະນັກງານຈຸດກວດກາສົ້ນຂົວຂ້າມນໍ້າຂອງ

  ໃນວັນທີ 7 ພຶດສະພາຜ່ານມານີ້ ທ່ານ ທອງພັນ ສຸກສະຫວັ ຮອງເຈົ້າເມືອງເງິນພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງໄດ້ລົງໄປຊຸກຍູ້ໃຫ້ກຳລັງໃຈ ແລະຕິດຕາມກວດກາວຽກງານການຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ຢູ່ຈຸດກວດກາສົ້ນຂົວຂ້າມນໍ້າຂອງ ເມືອງເງິນ ແຂວງໄຊຍະບູລີ ກັບ ເມືອງປາກແບງ ແຂວງອຸດົມໄຊ.

   ການລົງໄປຕິດຕາມກວດກາວຽກງານການຕ້ານ ແລະສະກັດກັນພະຍາດໂຄວິດ-19 ແລະຕິດຕາມການຂົນສົ່ງສິນຄ້າຢູ່ຈຸດກວດກາສົ້ນຂົວຂ້າມນໍ້າຂອງເມືອ ເງິນ- ປາກແບງໃນຄັ້ງນີ້ໄດ້ຮັບຟັງການລາຍງານການປະຕິບັດໜ້າທີ່ວຽກງານຮອບດ້ານໃນການຕ້ານ ແລະສະກັດກັ້ນພະຍາດ ໂຄວິດ-19 ໂດຍຫຍໍ້ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ຂໍສະເໜີຂອງພະນັກງານປະຈຳຢູ່ດ່ານດັ່ງກ່າວ, ການຈັດຕັ້ງປະຕິບັດແມ່ນປະຕິບັດຄໍາສັ່ງ ເລກທີ 15 ຂອງທ່ານນາຍົກ, ຄຳສັ່ງຂອງທ່ານເຈົ້າແຂວງກໍຄືຄຳສັ່ງຂອງທ່ານເຈົ້າເມືອງຢ່າງເຂັ້ມງວດເປັນຕົ້ນການປິດການເຂົ້າອອກຂອງປະຊາຊົນ, ຍົກເວັ້ນການຂົນສົ່ງສິນຄ້າແມ່ນປະຕິບັດຕາມແຈ້ງການຂອງກະຊວງໂຍທາທິການ ແລະຂົນສົ່ງສະບັບເລກທີ 242/ຍທຂ, ລົງ ວັນທີ 23 ເມສາ 2021 ບົນພື້ນຖານມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດເຊັ່ນ: ການຂົນສົ່ງສິນຄ້າລະຫວ່າງເມືອງຕໍ່ເມືອງແມ່ນຄະນະສະເພາະກິດຂັ້ນເມືອງອະນຸຍາດການຂົນສົ່ງສິນຄ້າໄປຕ່າງແຂວງແມ່ນຄະນະສະເພາະກິດຂັ້ນແຂວງເປັນຜູ້ອະນຸຍາດ, ສຳ ລັບການຂົນສົ່ງສິນຄ້າໄປຕ່າງແຂວງແມ່ນໄປຄ່ຽນຖ່າຍກັນຢູ່ຈຸດກວດກາລະຫວ່າງແຂວງຕໍ່ແຂວງ, ຍົກເວັ້ນນໍ້າມັນເຊື້ອໄຟ. 

 ຈາກນັ້ນ ທ່ານ ທອງພັນ ສຸກສະຫວັດ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງໄດ້ລົງໄປຊຸກຍູ້ ແລະຕິດຕາມບ້ານທີ່ມີຄວາມສ່ຽງສູງເປັນຕົ້ນແມ່ນບ້ານປາກແຄນ, ບ້ານຫ້ວຍເງີຍເພື່ອໄປປຸກລະດົມສຶກສາອົບຮົມໃຫ້ກຳລັງໃຈບັນດາຄະນະສະເພາະກິດຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ຂັ້ນບ້ານໃນການປະຕິບັດໜ້າທີ່ວຽກງານການເຝົ້າລະວັງຢູ່ພາຍໃນບ້ານຂອງຕົນຕະຫຼອດ 24 ຊົ່ວໂມງ. 

 ໃນໂອກາດດຽວກັນກໍໄດ້ໄປຢ້ຽມຢາມຄອບຄົວປະຊາຊົນທີ່ປູກໝາກຫຼິ່ນຈີ່ຢູ່ບ້ານຫ້ວຍເຜິ້ງທີ່ຖືກຜົນກະທົບໃນການຂາຍຜົນລະປູກບໍ່ໄດ້ເນື່ອງຈາກຜົນກະທົບຈາກບັນຫາໂຄວິດ-19 ລະບາດເພື່ອຫາທາງອອກຊ່ວຍປະຊາຊົນບ້ານດັ່ງກ່າວ.

ຂ່າວອິນແປງ ແຫວນຄຳ