ຫີນບູນ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ

 ທ່ານ ໂຮມມາ ສີບຸນເຮືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າ ເມືອງຫີນບູນ ແຂວງຄຳມ່ວນ ໃຫ້ຮູ້ໃນວັນທີ 11 ພຶດສະພາ 2021 ກ່ຽວກັບການຄຸ້ມຄອງລາຄາສິນຄ້າຢູ່ພາຍໃນເມືອງວ່າ: ໂດຍປະຕິບັດຕາມແຈ້ງການຂອງຂັ້ນແຂວງ, ຂັ້ນເມືອງກ່ຽວກັບການເພີ່ມທະວີບັນດາມາດຕະການຄວບຄຸມ, ປ້ອງກັນ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຫ້ອງການອຸດສາຫະກຳ ແລະການຄ້າເມືອງໄດ້ເລັ່ງໃສ່ການລົງເຄື່ອນໄຫວຕິດຕາມລາຄາສິນຄ້າເພື່ອບໍ່ໃຫ້ຜູ້ປະກອບການສວຍໃຊ້ໂອກາດຂຶ້ນລາຄາສິນຄ້າໃນຊ່ວງໄລຍະທີ່ມີການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງໄດ້ແຕ່ງຕັ້ງພະນັກງານ-ວິຊາການລົງຊຸກຍູ້,ຕິດຕາມ ແລະຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດຢ່າງເປັນປົກກະຕິ, ຜ່ານການກວດກາ, ຕິດຕາມແມ່ນເຫັນໄດ້ວ່າສິນຄ້າຢູ່ພາຍໃນເມືອງຫີນບູນແມ່ນຍັງຢູ່ໃນລາຄາທີ່ປົກກະຕິ ອາດຈະມີບາງປະເພດສິນຄ້າທີ່ມີການເໜັງຕີງເລັກໜ້ອຍແຕ່ກໍ່ຍັງຢູ່ໃນສະພາບທີ່ສາມາດຄວບຄຸມໄດ້, ໂດຍສ່ວນໃຫຍ່ແລ້ວສິນຄ້າປະເພດເຄື່ອງບໍລິໂພກພືດ-ຜັກຕ່າງໆແມ່ນພໍ່ແມ່ປະຊາຊົນຢູ່ພາຍໃນເມືອງຫີນບູນເປັນຜູ້ຜະລິດເອງຈຶ່ງເຮັດໃຫ້ລາຄາສິນຄ້າຍັງຢູ່ໃນລາຄາທີ່ປົກກະຕິ.

ທ່ານຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງຫີນບູນກ່າວຕື່ມວ່າ: ຖ້າຫາກພົບເຫັນຜູ້ປະກອບການທຸລະກິດ, ພໍ່ຄ້າຊາວຂາຍທີ່ສວຍໂອກາດຂຶ້ນລາຄາສິນຄ້າເກີນກຳນົດ ແລະລະເມີດຕາມແຈ້ງການຂອງຄະນະສະເພາະກິດວາງອອກແມ່ນຈະໄດ້ດຳເນີນມາດຕະການປັບໄໝຕາມລະບຽບກົດໝາຍ.