ຈັບ 2 ຄົນຈູດປ້ອມຕຳຫຼວດຢູ່ສະຫວັນ

   ເຊົ້າຂອງວັນທີ 14 ພຶດສະພາ 2021 ໜ່ວຍງານຄະດີອາຍາພະແນກຕຳຫຼວດກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງນຳເອົາຕົວຜູ້ຖືກຫາຈຳນວນ 2 ຄົນ ລົງໄປເຮັດແຜນປະກອບຄະດີທີ່ຄົນຮ້າຍຈູດປ້ອມຍາມຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນທີ່ຕັ້ງຢູ່ບ້ານໄຊອຸດົມ ເມືອງອຸທຸມພອນ.

 ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເວລາປະມານ 21:00 ໂມງ ຂອງວັນທີ 28 ກຸມພາ 2021 ໄດ້ຮັບແຈ້ງວ່າປ້ອມຍາມຈະລາຈອນທີ່ຕັ້ງຢູ່ບ້ານໄຊອຸດົມ ເມືອງອຸທຸມພອນ ຖືກໄຟໄໝ້ຈາກນັ້ນທາງວິຊາສະເພາະຄະດີອາຍາກໍໄດ້ລົງກວດກາສະຖານທີ່ເກີດເຫດຈຶ່ງສາມາດສະຫຼຸບເບື້ອງຕົ້ນໄດ້ວ່າອາດຈະເກີດຈາກການຈູດຂອງຄົນຮ້າຍ.

   ຕໍ່ມາກໍ່ໄດ້ມີການຂຶ້ນບັນຊີຕິດຕາມເປົ້າໝາຍທີ່ກໍ່ເວລາ 20 ໂມງຂອງວັນທີ 29 ມີນາ 2021 ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ຖືກຫາໄດ້ 2 ຄົນຄື: ທ້າວ ລາຊັນ (ໃໝ່) ອາຍຸ 17 ປີ ແລະທ້າວ ດາວພະສຸກ (ກະຢ່ອງ) ອາຍຸ 20 ປີ ທັງ 2 ອາຊີບກໍາມະກອນຢູ່ບ້ານໄຊອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

   ຜ່ານການສືບສວນ-ສອບສວນພວກກ່ຽວທັງສອງໄດ້ໃຫ້ການວ່າ: ໃນວັນທີ 28 ກຸມພາ 2021 ພວກກ່ຽວໄດ້ພາກັນໄປນັ່ງດື່ມເບຍຢູ່ຮ້ານແຫ່ງໜຶ່ງເຂດບ້ານໄຊອຸດົມ ຍ້ອນມີແນວຄິດຄຽດແຄ້ນໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນເພາະເຄີຍໄດ້ກັກລົດ ແລະປັບໃໝພວກກ່ຽວຕໍ່ມາພວກກ່ຽວກໍ່ໄດ້ຊວນກັນຍ່າງໄປເອົານໍ້າມັນແອັດຊັງປະມານ 1 ລິດ ທີ່ທ້າວ ລາຊັນ ເປັນຜູ້ຊື້ມາປະໄວ້ຢູ່ເຮືອນຂອງທ້າວ ສວຍ ໝູ່ຂອງພວກກ່ຽວ. ຈາກນັ້ນ ທ້າວ ລາຊັນ ແລະທ້າວ ດາວພະສຸກ ກໍ່ໄດ້ນຳເອົານໍ້າມັນດັ່ງກ່າວຍ່າງລັດປ່າເພື່ອໄປຈູດປ້ອມດັ່ງກ່າວເມື່ອເຫັນວ່າໄຟລຸກໄໝ້ພວກກ່ຽວກໍ່ຟ້າວແລ່ນເມືອເຮືອນຂອງທ້າວ ດາວພະສຸກ.

  ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ຕັ້ງຂໍ້ຫາກັບເຫດການດັ່ງກ່າວເຫັນວ່າ ທ້າວ ລາຊັນ ແລະທ້າວ ດາວພະສຸກ ແມ່ນຜິດໃນສະຖານການທຳລາຍ ແລະການເຮັດໃຫ້ຊັບເປ້ເພໂດຍເຈດຕະນາຈຶ່ງໄດ້ດຳເນີນຄະດີສົ່ງໃຫ້ໄອຍະການຕໍ່ໄປ.