ເມືອງໂຂງ ເກັບກ່ຽວເຂົ້ານາແຊງສຳເລັດ 95%

  ຕາມການລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ຂອງທ່ານ ຄຳໃສ ສິມຈະເລີນ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ປະຈຸບັນການເກັບ ກ່ຽວມ້ຽນມັດເຂົ້ານາແຊງຂອງພໍ່ແມ່ປະຊາຊົນຊາວເມືອງໂຂງພວມຂຸ້ນຂ້ຽວຍາດແຍ່ງແຂ່ງຂັນກັບສະພາບຝົນຕົກທັງເປັນການຍາດແຍ່ງໃຫ້ທ່ວງທັນກັບລະດູການຜະລິດເຂົ້ານາປີ; ແຜນການຜະລິດເຂົ້ານາແຊງມີເນື້ອທີ່ 2 ພັນເຮັກຕາ, ປະຕິບັດຕົວຈິງໄດ້ 2.600 ກວ່າເຮັກຕາ ຫຼືເທົ່າກັ 132% ແລະປະຈຸບັນການເກັບກ່ຽວມ້ຽນມັດເຂົ້ານາແຊງປະຕິບັດໄດ້ 95%.

​  ສຳລັບການປູກພືດລະດູແລ້ງທົ່ວເມືອງມີແຜນການພືດສຳຮອງທັງໝົດ 350 ກວ່າເຮັກຕາ,​ ປະຕິບັດຕົວຈິງໄດ້ 360 ເຮັກຕາ; ພືດທີ່ປະຊາຊົນປູກສ່ວນໃຫຍ່ແມ່ນ: ສາລີ, ຢາສູບ, ໝາກໂມ, ໝາຍແຕງ, ໝາກເຜັດ, ເຜືອກ, ມັນ ແລະພືດຜັກຊະນິດຕ່າງໆ, ສຳລັບແຜນການຜິດເຂົ້ານາປີ 2021 ທົ່ວເມືອງມີແຜນປູກເຂົ້າທັງໝົດ 16 ພັນກວ່າເຮັກຕາ, ພືດສຳຮອງເກືອບ 300 ເຮັກຕາ ແລະທີ່ສຳຄັນທາງບໍລິສັດ IDP ໄດ້ມີແຜນສົ່ງເສີມການຜະລິດເຂົ້າເປັນສິນຄ້າໂດຍມີແຜນແຈກຢາຍແນວພັນ ເຂົ້າຈຳນວນ 134 ໂຕນ, ໃນນັ້ນເປັນແນວພັນເຂົ້າຫອມມະລິ, ທ່າດອກຄຳ 8, ທ່າດອກຄຳ 151 ແລະ 149, ທ່າສະໂນ 12, ເຊບັ້ງໄຟ 4, ຫ້ອມດອກຊ້ອນ ແລະເຂົ້າກໍ່າ.

  ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຍັງກ່າວອີກວ່າ: ສຳລັບແຜນການກະກຽມປູກໄມ້ໃນວັນປູກໄມ້ແຫ່ງຊາດທີ່ຈະມາເຖິງນີ້ເມືອງໂຂງສາມາດຜະລິດເບ້ຍໄມ້ໄດ້ທັງໝົດ 7.300 ກວ່າເບ້ຍ, ມີ 8 ຊະນິດໄມ້ເຊັ່ນ: ໄມ້ດູ່, ຂະຍູງ, ແຕ້ຂ່າ, ອິນທະນິນ, ທອງອຸໄລ, ຫວດ, ຍາງ ແລະຈຳປາ, ການກຳນົດຈຸດປູກໄມ້ມີ: ຈຸດທາງ ເຂົ້າບ້ານຫາດ, ຈຸດຫົວຂົວບ້ານຫ້ວຍ, ຈຸດວັດກາງໂຂງ, ຈຸດທາງເຂົ້າບ້ານນາກະສັງ ແລະຈຸດທາງເຂົ້າບ້ານພຽງດີ. 

ຂ່າວ: ພຸດທະສິນ ວົງວິໄລທອງ