6 ແຂວງພາກເໜືອລາວ ຮັບອຸປະກອນການແພດຈາກແຂວງດຽນບຽນ

   ພິທີມອບ-ຮັບອຸປະກອນການແພດລະຫວ່າງແຂວງດຽນບຽນ ສສ ຫວຽດນາມ ໃຫ້ 6 ແຂວງພາກເໜືອຂອງ ສປປ ລາວ ຄື: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ  ແລະແຂວງບໍ່ແກ້ວ ຊຶ່ງພິທີດັ່ງ ກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາຜ່ານມານີ້ທີ່ຫຼັກໝາຍຊາຍແດນ 113, ດ່ານສາກົນເຕີຍ ຈາງ-ປາງຫົກ ເມືອງໃໝ່ ແຂວງຜົ້ງສາລີ ຝ່າຍແຂວງດຽນບຽນ ສສ ຫວຽດນາມ ນຳໂດຍທ່ານຝາມຢາງນາມກຳມະການພັກແຂວງຫົວໜ້າພະແນກສາທາແຂວງ ດຽນບຽນ, ທ່ານ ວັນຊີຖັງ ຮອງຫົວໜ້າພະແນກການຕ່າງປະເທດ ແລະພະແນກການທີ່ກ່ຽວຂ້ອງຈຳນວນໜຶ່ງ ແລະຕາງໜ້າຝ່າຍລາວແມ່ນມີຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກ, ພະແນກການຕ່າງພະເທດ ແລະພະແນກການທີ່ກ່ຽວຂ້ອງຈາກ 6 ແຂວງພາກເໜືອຂອງລາວເຂົ້າຮ່ວມ.

   ໃນພິທີ ທ່ານ ຝາມຢາງນາມ ກຳມະການພັກແຂວງຫົວໜ້າພະແນກສາທາແຂວງດຽນບຽນກໍ່ໄດ້ກ່າວຈຸດປະສົງ ແລະຄວາມຕັ້ງໃຈຂອງພັກ-ລັດຖະບານ ສສ ຫວຽດ ນາມເວົ້າລວມເວົ້າສະເພາະກໍ່ຄືການນຳແຂວງ ແລະປະຊາຊົນແຂວງດຽນບຽນທີ່ເຫັນໄດ້ຄວາມສຳຄັນລະຫວ່າງສອງປະເທດທີ່ມີສາຍພົວພັນອັນສະໜິດແໜ້ນຊ່ວຍເຫຼືອເຊິ່ງກັນ ແລະກັນໃນຍາມທຸກຍາກເຖິງແມ່ນວ່າ ສສ ຫວຽດນາມ ຈະມີຜູ້ຕິດເຊື້ອພະຍາດໂຄວິດກໍ່ຕາມແຕ່ກໍ່ບໍ່ໄດ້ປະຖິ້ມບັນດາເພື່ອນມິດສະຫາຍທີ່ກຳລັງປະເຊີນກັບສັດ ຕູໂຕດຽວກັນ.  

   ໂອກາດນີ້ຕາງໜ້າຝ່າຍລາວກໍ່ໄດ້ກ່າວຂອບໃຈຕໍ່ກັບນໍ້າໃຈທີ່ການນຳກໍ່ຄືປະຊາຊົນແຂວງດຽນບຽນທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນການແພດໃຫ້ແກ່ບັນດາແຂວງພາກເໜືອຂອງລາວຊຶ່ງມັນໄດ້ສະແດງເຖິງສາຍພົວພັນອັນພິເສດມິດຕະພາບອັນດີງາມທີ່ມອບໃຫ້ແກ່ກັນ ແລະສັນຍາວ່າຈະນຳບັນດາອຸປະກອນເຫຼົ່ານີ້ເຂົ້າໃນວຽກວຽກງານຕ້ານ ແລະແກ້ໄຂພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.  

   ອຸປະກອນທີ່ນຳມາມອບຄັ້ງນີ້ບັນດາ 6 ແຂວງພາກເໜືອແມ່ນຈະໄດ້ເທົ່າໆກັນລວມມີຜ້າອັດປາກ-ດັງ ຈໍານວນ 32 ພັນອັນ, ຊຸດແພດປ້ອງກັນ ແລະຄວບຄຸມພະຍາດລະບາດຈໍານວນ 300 ຊຸດ, ນໍ້າຢາລ້າງມືຂ້າເຊື້ອຈຳນວນ  200 ຂວດ (ຂະໜາດບັນຈຸ 1 ລິດຕໍ່ 1 ຂວດ) ລວມມູນຄ່າອຸປະກອນແຂວງໜຶ່ງປະມານ 99.680.000 ດົງ.

ຂ່າວ: ແສງອາທິດ