ຫົງສາ ເອົາໃຈໃສ່ແກ້ປາກົດການຫຍໍ້ທໍ້

   ປາກົດການຫຍໍ້ທໍ້ທາງສັງຄົມພວມເປັນສິ່ງທ້າທາຍ ແລະສົ່ງຜົນສະທ້ອນທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ການຫຼິ້ນກິນຟຸ່ມເຟືອຍ ແລະອື່ນໆຕະຫຼອດໄລຍະຜ່ານມາລັດຖະບານໄດ້ຖືສໍາຄັນໃນການເອົາໃຈໃສ່ຕ້ານ ແລະສະກັດກັ້ນບັນຫາດັ່ງກ່າວຢ່າງສຸດຂີດ ເວົ້າລວມເວົ້າສະເພາະ ເມືອງຫົງສາ ແຂວງໄຊຍະບູລີໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະແກ້ໄຂ​ປາກົດ​ການ​ຫຍໍ້​ທໍ້ໃນ​ສັງຄົມ, ຮັກສາໄດ້ຄວາມສະຫງົບປອດໄພ, ສາມາດກໍາແໜ້ນສະພາບຢູ່ພື້ນທີ່ ແລະບັນດາເປົ້າໝາຍທີ່ມີຄວາມສ່ຽງໃນການກໍ່ຄວາມບໍ່ສະຫງົບ, ເປັນເຈົ້າການທັບມ້າງການເຄື່ອນໄຫວຂອງພວກຄົນບໍ່ດີ.

      ທ່ານ ພັນໂທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງຫົງສາ ຄັ້ງທີ 5 ສະໄໝທີ VIII ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 1 ປີຜ່ານມາສາມາດແກ້ໄຂຄະດີໄດ້ 72 ລາຍ,ກັກຕົວຜູ້ຕ້ອງຫາ104 ຄົນ ຍິງ 19 ຄົນ ໃນນີ້ຫຼາຍກວ່າໝູ່ແມ່ນຄະດີມີຢາເສບຕິດ, ແກ້ໄຂການຈັດຕັ້ງບ້ານມີການພົວພັນສິ່ງເສບຕິດ, ອຸບັດຕິເຫດທີ່ເກີດຂຶ້ນ 44 ຄັ້ງ, ມີພາຫະນະເປ່ເພ 69 ຄັນ, ມີຄົນໄດ້ຮັບບາດເຈັບ 62 ຄົນ, ເສຍຊີວິດ 2 ຄົນ, ເລີກຮື້ພາກສ່ວນຢາເສບຕິດຈໍານວນ 184 ຄົນ ຍິງ 7 ຄົນ, ກວດກາພາຫະນະຕາມທ້ອງຖະໜົນ 36 ຄັ້ງ, ໄດ້ສຶກສາອົບຮົມແກ້ໄຂພາກສ່ວນລະເມີດກົດລະບຽບການສັນຈອນ ຈຳນວນ 876 ຄົນ ຍິງ 170 ຄົນ, ສົມ​ທົບ​ກັບ​ຄະ​ນະ​ສະ​ເພາະ​ກິດຂອງ​ເມືອງລົງໂຄສະນາ, ສຶກສາອົບຮົມປະຊາຊົນ ແລະຜູ້ກັກກັນຕົນໃຫ້ປ້ອງກັນພະຍາດໂຄວິດ-19, ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ແລະຜົນຮ້າຍຂອງຢາເສບຕິດຫຼາຍ​ຄັ້ງ, ມີຜູ້ເຂົ້າຮ່ວມ 3.235 ຄົນ ຍິງ 1.293 ຄົນ, ເອົາໃຈໃສ່ຄຸ້ມຄອງສໍາມະໂນຄົວ ແລະພົນລະເມືອງຕາມກົດໝາຍ ປະຈຸບັນມີ 32 ບ້ານ, 6.129 ຄອບຄົວ, ພົນລະເມືອງ 30.672  ຄົນ ຍິງ 15.110 ຄົນ,  ໄດ້ອອກໃບຢັ້ງຢືນຮັບພົນລະເມືອງ47 ຊຸດ, ມີ 85 ຄົນ ຍິງ 36 ຄົນ, ໄດ້ອອກໃບຍົກຍ້າຍພົນລະເມືອງ 20 ຊຸດ, ມີ 50 ຄົນ ຍິງ 24 ຄົນ, ປັບ​ປຸງ ປກ​ສ ບ້ານພ້ອມ​ທັງ​ບຳ​ລຸງ​ພາລະບົດ​ບາດສຳ​ເລັດ​ໃນ​ທົ່ວເມືອງ, ສ້າງ​ບ້ານ​ປອດ​ຢາ​ເສບ​ຕິດ​ຕາມ​ມາດ​ຕະ​ຖານ​ໄດ້ 27 ບ້ານ ແລະສ້າງ​ບ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ດີ​ໄດ້ 100%.

ຂ່າວ: ກິດຕິສັກ ບົວໄລ