ສກຈຮ ສິນຊັບເມືອງເໜືອປະກອບສ່ວນຕ້ານໂຄວິດ

   ເພື່ອເປັນການຊ່ວຍເຫຼືອເພື່ອນມະນຸດຮ່ວມຊາດໂດຍສະເພາະໃນຊ່ວງສັງຄົມກຳລັງປະເຊີນການແຜ່ລະບາດພະຍາດໂຄວິດ-19 ເຮັດໃຫ້ປະຈຸບັນພໍ່ແມ່ປະຊາຊົນພົບບັນຫາຄວາມຫຍຸ້ງຍາກລວມເຖິງການປະຕິບັດຂອງເຈົ້າໜ້າທີ່ຕໍາຫຼວດ, ທະຫານ ແລະ ແພດໝໍພາກສ່ວນທີ່ກ່ຽວຂ້ອງສະນັ້ນເພື່ອເປັນການແບ່ງເບົາຊ່ວຍສັງຄົມທາງສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ (ສກຈຮ) ສິນຊັບເມືອງເໜືອຈຳກັດ.

    ວັນທີ 7 ພຶດສະພາ 2021 ໄດ້ມອບເຄືອງອຸປະໂພກໃຫ້ຄະນະສະເພາະກິດປ້ອງກັນໂຄວິດ-19 ແຂວງບໍ່ແກ້ວໂດຍປະກອບມີ: ໝີ່ຍຳໆ 9 ແກັດ, ປາກະປ໋ອງ 7 ແພັກ, ນໍ້າດື່ມ 20 ແພັກ, ກາເຟ 6ຖົງ, ໂອວັນຕິນ 6 ຖົງ, ຊາ (ຊົງ) 5ຖົງ ແລະ ເຂົ້າໜົມເອວເຊ 2 ແກັດ ລວມມູນຄ່າ 2,2 ລ້ານກີບ ທີ່ຫ້ອງວ່າການແຂວງບໍ່ແກ້ວຕາງໜ້າມອບໂດຍທ່ານ ເຕິ້ນ ລາດສະວົງ ຫົວໜ້າທີມການຕະຫຼາດຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອຈໍາກັດກ່າວຮັບໂດຍທ່ານ ດຣ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງໆ ບໍ່ແກ້ວຫົວໜ້າຄະນະສະເພາະກິດຂັ້ນແຂວງ.

 ວັນທີ 6 ພຶດສະພາ 2021 ໄດ້ມອບນໍ້າດື່ມ 15 ແພັກ, ກາເຟ 5 ຖົງ ແລະເຄື່ອງດື່ມ M-150 ຈຳ ນວນ 1 ແກັດລວມມູນຄ່າ 4,37 ແສນກີບ ທີ່ບ້ານນາວຽງຄຳນະຄອນຫຼວງພະບາງ ແຂວງຫຼວງພະບາງຕາງໜ້າມອບໂດຍທ່ານ ຄຳລ້ານ ວິໄລຈິດ ຫົວໜ້າພະແນກບຸກຄະລາກອນຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອຈໍາກັດໃຫ້ກຽດກ່າວຮັບໂດຍ ທ່ານ ຄຳສິງ ສຸນັນທະລາດ ນາຍບ້ານບ້ານນາວຽງຄຳ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.

  ວັນທີ 5 ພຶດສະພາ 2021 ໄດ້ມອບເງິນສົດສົມທົບກັບທະນາຄານກາງ ຈຳນວນ 2 ລ້ານກີບ ເພື່ອຊ່ວຍເຫຼືອຄະນະສະເພາະກິດປ້ອງກັນ ແລະຄວບຄຸມການແຜ່ລະ ບາດຂອງພະຍາດໂຄວິດ-19 ທີ່ທະນາຄານກາງແຫ່ງ ສປປ ລາວ ສາຂາແຂວງຫຼວງພະບາງຕາງໜ້າມອບໂດຍ ທ່ານ ສັນຕິ ອູ່ສິດທິເດດ ຜູ້ອໍານວຍການຂອງສະຖາບັນ ການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອຈໍາກັດໃຫ້ກຽດກ່າວຮັບໂດຍ ທ່ານ ວິຊະນຸກອນ ພິມມະວົງ ຮອງຫົວໜ້າທະນາຄານກາງແຫ່ງ ສປປ ລາວ ສາຂາແຂວງຫຼວງພະບາງ.

 ວັນທີ 5 ພຶດສະພາ 2021 ໄດ້ມອບນໍ້າດື່ມ 30 ແກັດ, ຈຽວລ້າງ ມື 10 ກອງ, ໝີ່ໄວໆ 10 ແກັດ ແລະຜ້າອັດປາກປກັດໃຫ່ຍ 1 ແກັດ ລວມມູນຄ່າ 2 ລ້ານກວ່າກີບທີ່ຫ້ອງວ່າການເມືອງໄຊຍະບູລີຕາງໜ້າມອບໂດຍ ທ່ານ ໂດໂດ້ ແກ້ວວອນຄຳ ຫົວໜ້າທີມການຕະຫຼາດຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບ ເມືອງເໜືອຈໍາກັດກ່າວຮັບໂດຍທ່ານ ບຸນແທນ ທີແກ້ວ ເຈົ້າເມືອງ ໄຊຍະບູລີ ແຂວງໄຊຍະບູລີ. ວັນທີ 23 ເມສາ 2021 ມອບເຄື່ອງຊ່ວຍເຫຼືອຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19) ແຂວງຫຼວງພະບາງ. ເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີນໍ້າດື່ມຈໍານວນ 100 ແພັກ, ໝີ່ສໍາເລັດຮູບ 30 ແກັດ, ໄຂ່ 20 ແຕະ, ປ໋ອງປາ 2 ແກັດ ແລະກາເຟ 24 ຖົງລວມມູນຄ່າທັງໝົດ 4,77 ລ້ານກີບ ທີ່ພະແນກສາທາລະນະສຸກແຂວງຫຼວງພະບາງມອບໂດຍ ທ່ານ ສັນຕິ ອູ່ສິດທິເດດ ຜູ້ອໍານວຍການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອຈໍາກັດໃຫ້ກຽດກ່າວຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງໆຫຼວງພະບາງ. 

ວັນທີ 30 ເມສາ 2021 ໄດ້ມອບຜ້າອັດປາກ ຈຳນວນ 3 ແກັດ ລວມມູນຄ່າທັງໝົດ 2,49 ລ້ານ ກີບຕາງໜ້າມອບໂດຍທ່ານ ຈິດຕະພອນ ສິດທິເດດ ຮອງປະທານສະພາບໍລິຫານຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສິນຊັບເມືອງເໜືອຈໍາກັດ.