ເຈດີບີ ຊຸກຍູ້ແຂວງຫຼວງພະບາງຕ້ານພະຍາດໂຄວິດ

    ໃນວັນທີ 12 ພຶດສະພາ 2021 ນີ້ ທ່ານ ວິລະສັກ ຊາຍຍະສິດ ຫົວໜ້າສາຂາທະນາຄານຮ່ວມພັດທະນາ (JDB) ແຂວງຫຼວງພະບາງ ພ້ອມຄະນະໄດ້ນໍາເງິນ 100 ລ້ານກີບໄປມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ນະຄອນເພື່ອນໍາໃຊ້ອໍານວຍຄວາມສະດວກໃນການປະຕິບັດວຽກງານຂອງເຈົ້າໜ້າທີ່ສະເພາະກິດຂັ້ນແຂວງ ແລະນະຄອນ.

 ສໍາລັບເງິນຈຳນວນ 100 ລ້ານກີບແມ່ນໄດ້ແບ່ງໃຫ້ນະຄອນຫຼວງພະບາງ ຈຳນວນ 50 ລ້ານກີບ, ໃຫ້ຄະນະສະເພາະກິດຂັ້ນແຂວງ 50 ລ້ານກີບ, ໂດຍການກ່າວຮັບຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຂັ້ນແຂວງ, ມີເຈົ້ານະຄອນຫຼວງພະບາງພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ນອກຈາກນີ້ທາງທະນາຄານ JDB ຍັງໄດ້ມອບຜ້າປິດປາກໃຫ້ກຸ່ມບ້ານທີ່ກຳລັງເຮັດວຽກງານຕ້ານໂຄວິດ-19 ຈຳນວນໜຶ່ງຕື່ມອີກ.

    ໃນວັນດຽວກັນນີ້ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງພະບາງກໍ່ໄດ້ມອບເງິນຈຳນວນ 19 ລ້ານກວ່າກີບ ຊຶ່ງເປັນເງິນທີ່ໄດ້ຈາກໂຄງການ “ຫົວໃຈດຽວກັນ”ຜ່ານ BCEL OneHeart ເງິນຈຳນວນນີ້ແມ່ນໄດ້ດົມທຶນຈາກສັງຄົມ, ໂຄງການດັ່ງກ່າວໄດ້ເປີດແຕ່ວັນທີ 12 ເມສາ 2020-12 ເມສາ 2021 ມີຜູ້ບໍລິຈາກທັງໝົດ 226 ລາຍການ. ນອກນີ້ຍັງມີຮ້ານຂາຍຢາ ນາງ ແສງຄຳ ພັນດາວົງ ຕະ ຫຼາດໂພສີ ກໍ່ໄດ້ນຳເອົາໄຂ່ໄກ່ຈຳ ນວນ 20 ແຕະ, ໝີ່ໄວໆ 12 ແກັດ, ຜ້າອັດປາກ 200 ກັບ, ເຈວລ້າງມື 50 ກ່ອງ ລວມມູນຄ່າທັງໝົດ 10 ລ້ານກີບ, ບໍລິສັດວຽງຈະເລີນຂົນສົ່ງໂດຍສານສາຍໃຕ້ມອບເງິນສົດ 5 ລ້ານກີບ. 

   ພ້ອມນີ້ທ່ານຮອງເຈົ້າແຂວງກໍໄດ້ກ່າວຂອບໃຈນຳທຸກພາກສ່ວນໃຫ້ການສະໜັບສະໜູນຄະນະສະເພາະກິດແຂວງຫຼວງພະບາງ ແລະພ້ອມທີ່ຈະນຳວັດຖຸປັດຕ່າງໆ ທີ່ ໄດ້ມານີ້ໄປນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ຢູ່ແຂວງຫຼວງພະບາງໃຫ້ເກີດຜົນປະໂຫຍດສູງສູດ.

ຂ່າວ: ສີສຸວັນ