ໄຟໄໝ້ສວນອ້ອຍເມືອງສິງ

   ຕອນບ່າຍຂອງວັນທີ 18 ພຶດສະພາ 2021 ເວລາ 14 ໂມງ 00 ນາທີ ທາງເຈົ້າໜ້າທີ່ກອງຕໍາຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ໄດ້ຮັບແຈ້ງຈາກປະຊາຊົນວ່າ: ໄດ້ເກີດໄຟໄໝ້ສວນອ້ອຍຢູ່ຂອບເຂດດິນຂອງປະຊາຊົນບ້ານນໍ້າແກ້ວຫຼວງ, ເມືອງສິງເຈົ້າຂອງສວນອ້ອຍຊື່ທ້າວ ເກືອ ແມະ ອາຍຸ 30 ປີ ຢູ່ບ້ານຫ້ວຍນໍ້າແດງ ເມືອງສິງ ແຂວງຫຼວງນໍ້າທາ ແລ້ວຈື່ງໄດ້ຮີບຮ້ອນຈັດກຳລັງ ແລະລົດດັບເພີງ 2 ຄັນລົງໄປກວດກາສະຖານທີ່ໆເກີດເຫດເຫັນວ່າໄຟໄໝ້ສວນອ້ອຍແທ້, ທາງເຈົ້າ ໜ້າທີ່ຂອງພວກເຮົາໄດ້ສົມທົບກັບປະຊາຊົນໜ່ວຍງານກັນສະກັດກັ້ນສີດນໍ້າເພື່ອບໍ່ໃຫ້ໄຟລຸກລ່າມໄປໃສ່ສວນອ້ອຍຂອງປະຊາຊົນທີ່ຢູ່ໃກ້ຄຽງຊຶ່ງໃຊ້ເວລາປະມານ 40

ນາທີຈຶ່ງສາມາດສະກັດກັ້ນ ແລະຄວບຄຸມໄຟໄວ້ໄດ້ສໍາເລັດ, ສ່ວນສາເຫດຂອງໄຟໄໝ້ໃນຄັ້ງນີ້ແມ່ນເກີດມາຈາກທ້າວ ໄມ່ອຸ່ນຕານ ອາຍຸ 32 ປີ ອາຊີບ ປະຊາຊົນຢູ່ບ້ານຫ້ວຍກົດ ເມືອງສິງ ແຂວງຫຼວງນໍ້າທາ ເຊິ່ງເປັນເຈົ້າຂອງລົດທີ່ເຂົ້າມາຕ່າງອ້ອຍເວລານັ້ນລົດແມ່ນໄດ້ຕ່າງອ້ອຍໜັກຫຼາຍໂຕນແລ້ວຈຶ່ງເຮັດໃຫ້ລົດອ້ອຍໄດ້ຄາຢູ່ສວນອ້ອຍອອກໄປບໍ່ໄດ້ຈຶ່ງໄດ້ບືນລົດຫຼາຍຄັ້ງຈຶ່ງເຮັດໃຫ້ທໍ່ຄັວນລົດເກີດມີຄວາມຮ້ອນແລ້ວເກີດມີແປວໄຟ ແລະໄດ້ໄປຕິດໃສ່ໃບອ້ອຍທີ່ຕັດແລ້ວຢູ່ສວນນັ້ນສົມທົບກັບບອາກາດ ຮ້ອນ ແລະມີລົມແຮງຈຶ່ງເຮັດໃຫ້ໄຟໄໝ້ໃສ່ສວນອ້ອຍແລ້ວໄດ້ລຸກລາມມາໃສ່ລົດທີ່ຈອດຢູ່ນັ້ນຈຶ່ງເຮັດໃຫ້ໄຟໄໝ້ເກີດຂຶ້ນຜົນເສຍຫາຍສວນອ້ອຍທີ່ຖືກໄຟໄໝ້ທັງໝົດ

ປະມານ 2 ພັນຕາແມັດ, ມູນຄ່າເສຍຫາຍປະມານ 7 ລ້ານກີບ, ລົດຕ່າງອ້ອຍ 1 ຄັນ ແລະ ເອກະສານເພີ່ມເງິນຈຳນວນໜຶ່ງ 100,7 ລ້ານກີບ ທັງນີ້ກໍ່ຢາກຝາກເຖິງພໍ່-ແມ່ປະຊາຊົນຢູ່ພາຍໃນເມືອງສິງຂອງພວກເຮົາໃຫ້ມີສະຕິໃນການດັງຟືນໄຟຢູ່ພາຍໃນເຮືອນ, ຈູດຂີ້ເຫຍື້ອ, ຈູດສວນອ້ອຍ ແລະຈູດສິ່ງອື່ນໆ ໂດຍສະເພາະແມ່ນໃນລະດູເກັບກ່ຽວຜົນຜະລິດຕັດອ້ອຍຊຶ່ງເປັນຕົ້ນແມ່ນການຈູດ ສວນອ້ອຍໃຫ້ມີສະຕິໃນການຈູດ, ປອດໄພ ແລະຮັບປະກັນທາງດ້ານຊັບສິນຂອງລວມໝູ່ກໍ່ຄືຂອງພໍ່ແມ່ປະຊາຊົນ.

ຂ່າວ: ປກສ ເມືອງສິງ ຮ້ອຍຕີ ຈັນແສງ ຄຳວົງໄຊ