ອັດຕະປື-ລັດຕະນະກີລີ ເສີມຂະຫຍາຍການຮ່ວມມື

   ກອງປະຊຸມຮອບວຽນຄັ້ງທີ 5 ລະຫວ່າງແຂວງອັດຕະປື ສປປ ລາວ ແລະ ແຂວງລັດຕະນະກີລີ ແຫ່ງລາດຊະອານາຈັກກໍາປູເຈຍ, ໄດ້ຈັດຂຶ້ນໃນວັນທີ 1 ມີ ນາ 2019 ທີ່ຫ້ອງວ່າການປົກຄອງແຂວງລັດຕະນະກີລີພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ທ່ານ ສາວຸນ ເຈົ້າແຂວງລັດຕະນະກີລີ ພ້ອມດ້ວຍຄະນະຜູ້ແທນທັງສອງແຂວງເຂົ້າຮ່ວມ.

ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະການຮ່ວມມື ກັນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່າທຽມກັນ, ໂດຍກອງປະຊຸມທັງສອງແຂວງຕ່າງກໍ່ໄດ້ລາຍງານສະພາບການ ພັດທະນາເສດຖະກິດ-ສັງຄົມໃຫ້ກັນຊາບແລະໄດ້ລົງເລິກຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນ, ພ້ອມທັງທົບທວນຄືນຜົນການ ຮ່ວມມືໃນໄລຍະທີ່ຜ່ານມາ ໂດຍ ສະເພາະແມ່ນການຈັດຕັ້ງປະຕິບັດ ກ່ຽວກັບຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດເຂດສາມລ່ຽມພັດທະນາ ຫຼື ຊີແອວວີ, ຊຶ່ງເຫັນວ່າຕະຫຼອດໄລຍະທີ່ຜ່ານມາທັງສອງແຂວງອັດຕະປື ໄດ້ມີການພົວພັນຊ່ວຍເຫຼືອເຊິ່ງກັນ ແລະກັນຕະ ຫຼອດມາ.

 ກອງປະຊຸມທັງສອງແຂວງຍັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນໂດຍເນື້ອໃນບົດບັນທຶກໄດ້ລະບຸໄວ້ວ່າ:ທັງສອງແຂວງເຫັນດີໃຫ້ມີການພົບປະແລ ກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສືບຕໍ່ຮ່ວມມືດ້ານການສຶກສາເພື່ອກໍ່ສ້າງຊັບພະຍາກອນມະນຸດ, ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານໃນດ້ານການຄ້າ, ການລົງທືນ, ບັນຫາໂລກລະບາດຕາມບໍລິເວນຊາຍແດນ, ການແລກປ່ຽນດ້ານກີລາ, ສິລະປະວັນນະຄະດີ ແລະການທ່ອງທ່ຽວ, ທັງສອງແຂວງເຫັນດີທີ່ຈະຮ່ວມມືກັນໃນການປົກປັກຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ເພື່ອສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແ ດນເປັນຕົ້ນ: ການລ່ວງລະເມີດຊາຍແດນ, ການຄ້າຂາຍຢາເສບຕິດ ແລະສິ່ງທີ່ຜິດກົດໝາຍອື່ນໆ, ພິເສດທັງສອງແຂວງເຫັນດີນໍາກັນທີ່ຈະສະເໜີລັດຖະ ບານແຕ່ ລະຝ່າຍ,ເພື່ອພິຈາລະນາໃນການ ອະນຸມັດກໍ່ສ້າງເສັ້ນທາງແຕ່ແຂວງ ອັດຕະປື ຫາແຂວງລັດຕະນະກີລີ ຕາມການຮັບຮອງໃນກອງປະຊຸມສຸດຍອດເຂດສາມລ່ຽມພັດທະນາ ຫຼືຊີແອວວີ, ເພື່ອອໍານວຍຄວາມສະ ດວກໃນການໄປມາຫາສູ່ ແລະການ ຊື້ຂາຍແລກປ່ຽນສິນຄ້າ, ການ ທ່ອງທ່ຽວຂອງສອງແຂວງໃຫ້ມີ ທ່າກ້າວຂະຫຍາຍຕົວ.

ຂ່າວ: ຫຼວງອາໄພ