ວັກແຊງໄຟເຊີ-ໂມເດີນາ ຕ້ານໂຄວິດສາຍພັນອິນເດຍ

  ຜູ້ຊ່ຽວຊານລະບຸວ່າ ວັກແຊງໄຟເຊີ ແລະໂມເດີນາມີປະສິດທິພາບໃນການຕ້ານເຊື້ອໂຄວິດ- 19 ກາຍພັນໃນອິນເດຍ.
ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ແອນໂທນີເຟົາຊີ ຫົວໜ້າແພດໝໍຂອງຄະນະປະຕິບັດງານເພື່ອຄວບຄຸມໂຄວິດ-19 ຂອງທຳນຽບຂາວອາເມລິກາເປີດເຜີຍວ່າ: ວັກແຊງປ້ອງກັນໂຄວິດ-19 ຂອງໄຟເຊີ (Pfizer) ແລະໂມເດີນາ (Moderna ) ປ້ອງກັນຕິດເຊື້ອບາງສ່ວນ ແລະຕ້ານທານຕໍ່ຄວາມຮຸນແຮງຂອງໂຄວິດ-19 ສາຍພັນ B.1.617 ທີ່ກວດພົບໃນອິນເດຍໄດ້ຢ່າງມີປະສິດທິພາບໃນ ການສະກັດກັ້ນບໍ່ໃຫ້ເກີດອາການເຈັບຂັ້ນຮຸນແຮງ, ຫຼຸດອັດຕາການປິ່ນປົວໃນໂຮງໝໍລວມເຖິງອັດຕາການເສຍຊີວິດຈາກໂຄວິດ-19 ພາຍຫຼັງໄດ້ເຜີຍແຜ່ໃນບົດຄວາມວິໄຈເທິງເວັບໄຊ bioRxiv.org ແລະຢູ່ລະຫວ່າງການປະເມີນຈາກຜູ້ຊ່ຽວຊານ.
  ທັງນີ້ໂຄວິດສາຍພັນ B.1.617 ທີ່ພົບຄັ້ງທໍາອິດໃນອິນເດຍກໍາລັງລະບາດໜັກໃນຫຼາຍປະເທດ ຊຶ່ງຜູ້ຊ່ຽວຊານກັງວົນວ່າ ອາດສ້າງຄວາມເສຍຫາຍຫຼາຍກວ່າສາຍພັນເດີມທີ່ແຜ່ລະບາດໃນປີ 2020 ເຖິງ 50% ແລະເຊື່ອມຕໍ່ອັດຕາການຕິດເຊື້ອ ແລະຜູ້ເສຍຊີວິດເພີ່ມຫຼາຍຂຶ້ນໃນອິນເດຍລາວເຖິງພື້ນທີ່ໃນເອີຣົບ.

----

ໜັງສືພິມ ເສດຖະກິດ-ສັງຄົມ