ຫວຽດນາມ ເລືອກຕັ້ງສະມາຊິກສະພາແຫ່ງຊາດ

  ຊາວ ສສ ຫວຽດນາມໃຊ້ສິດລົງຄະແນນເລືອກຕັ້ງສະມາຊິກສະພາແຫ່ງຊາດຄັ້ງໃໝ່ໃນຂະນະທີ່ບ້ານເມືອງກຳລັງປະເຊີນກັບການແຜ່ລະບາດຂອງເຊື້ອໂຄວິດ-19.
  ຕາມຂ່າວຕ່າງປະເທດລາຍງານວ່າ ຫວຽດນາມຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ໃນວັນທີ 23 ພຶດສະພາທີ່ຜ່ານມາເປັນການຊອກຫາສະມາຊິກໃໝ່ທັງໝົດ 500 ສະຫາຍ ຊຶ່ງຈະມີວາລະການດຳລົງຕຳແໜ່ງ 5 ປີ ຈົນເຖິງປີ 2026, ທັງນີ້ຂໍ້ມູນເບື້ອງຕົ້ນຈາກຄະນະກຳມະການເລືອກຕັ້ງຂອງຫວຽດນາມລະບຸວ່າ ຈຳນວນຜູ້ມີສິດລົງຄະແນນປະມານ 69,2 ລ້ານຄົນ ແລະຈຳນວນຜູ້ສະໝັກທັງໝົດ 866 ສະຫາຍເກືອບທັງໝົດເປັນຕົວແທນຈາກພັກກອມມູນິດຫວຽດນາມ ຄິດເປັນ 92% ຂະນະທີ່ອັດຕາສ່ວນຜູ້ສະໝັກໃນນາມອິດສະຫຼະສຳລັບການເລືອກຕັ້ງຄັ້ງນີ້ມີຈຳນວນໜ້ອຍກວ່າປົກກະຕິຢູ່ທີ່ 8% ເທົ່ານັ້ນໃນການເລືອກຕັ້ງຄັ້ງນີ້ຫຼຸດລົງຈາກ 96 ຄົນ ໃນການເລອກຕັ້ງປີ 2016.
  ສຳລັບການເລືອກຕັ້ງຄັ້ງນີ້ເກີດຂຶ້ນໃນໄລຍະທີ່ຫວຽດນາມກຳລັງປະເຊີນກັບການແຜ່ລະບາດຂອງເຊື້ອໂຄວິດຮອບໃໝ່ທີ່ເພີ່ມຄວາມຮຸນແຮງຫຼາຍຂຶ້ນນັບຕັ້ງແຕ່ເດືອນເມສາທີ່ຜ່ານມາໂດຍປະຈຸບັນຫວຽດນາມມີຜູ້ຕິດເຊື້ອໂຄວິດສະສົມທັງໝົດ 5.086 ຄົນ, ກຳລັງປິ່ນປົວຢູ່ 2.320 ຄົນ ແລະເສຍຊີວິດ 41 ຄົນ.

----

ໜັງສືພິມ ເສດຖະກິດ-ສັງຄົມ