ຈີນ ສັກວັກແຊງແຄນຊີໂນ ຊະນິດໂດສດຽວປ້ອງກັນໂຄວິດ

  ສປ ຈີນເລີ່ມສັກວັກແຊງໂຄ ວິດ-19 ຂອງແຄນຊີໂນຊະນິດສັກເຂັມດຽວໃນນະຄອນຊຽງໄຮ້ຊຶ່ງມີປະສິດທິພາບດີ ແລະໄດ້ຮັບອະນຸມັດວາງຈຳໜ່າຍໃນຕະຫຼາດແບບບໍ່ມີເງື່ອນໄຂ.
  ຕາມຂ່າວຊິນຮວາລາຍງານວ່າສູນປ້ອງກັນແລະຄວບຄຸມພະຍາດປະຈຳນະຄອນຊຽງໄຮ້ທາງຕາເວັນອອກຂອງຈີນເປີດເຜີຍວ່າ: ຈີນເລີ່ມສັກວັກແຊງປ້ອງກັນໂຄ ວິດ-19 ສາຍພັນໃໝ່ຂອງແຄນຊີໂນຊະນິດໂດສດຽວໃນນະຄອນຊຽງໄຮ້ຫຼັງຈາກຜົນການທົດລອງມີປະສິດທິພາບໃນເກນດີ ແລະໄດ້ຮັບອະນຸມັດວ່າງຈຳໜ່າຍໃນຕະ ຫຼາດແບບບໍ່ມີເງື່ອນໄຂທີ່ພັດທະນາ ໂດຍແຄນນີໂນ ໄບໂອໂລຈິກສ ອິງ (CanSino Biologics Inc.) ເປັນບໍລິສັດການຢາຂອງຈີນປະຈຸບັນໄດ້ສັກໃຫ້ປະຊາຊົນ 23.154 ຄົນ ໃນ 9 ເຂດຂອງນະຄອນຊຽງ ໄຮ້.
  ວັກແຊງຊະນິດດັ່ງກ່າວໃຊ້ອະດີໂນໄວຣັດສຊະນິດ 5 ເປັນຕົວນຳພາ (adenovirus type 5 vector) ມີເຕັກນິກການຜະລິດແຕກຕ່າງຈາກວັກແຊງຊະນິດເຊື້ອຕາຍ 3 ຕົວທີ່ນະຄອນຊຽງໄຮ້ໃຊ້ງານກ່ອນໜ້ານີ້ສົ່ງຜົນໃຫ້ຈຳນວນໂດສ ທີ່ສັກແຕກຕ່າງກັນ.

----

ໜັງສືພິມ ເສດຖະກິດ-ສັງຄົມ