ທ່ອງທ່ຽວມາເລເຊຍໄດ້ຮັບຜົນກະທົບໜັກຈາກໂຄວິດ

  ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ຂະແໜງການທ່ອງທ່ຽວ ແລະໂຮງແຮມມະເລເຊຍປະສົບຄວາມສາຍຫາຍຢ່າງໜັກໜ່ວງ.
ຕາມຂ່າວ Cri ລາຍງານໃນວັນທີ 23 ພຶດສະພາທີ່ຜ່ານມາວ່າ ສະມາຄົມຂະແໜງການໂຮງແຮມມະເລເຊຍໄດ້ອອກຖະແຫຼງການ ໂດຍຮຽກຮ້ອງໃຫ້ລັດຖະບານມາເລເຊຍສ້າງແຜນການຄວບຄຸມພະຍາດໂຄວິດ-19 ໄລຍະຍາວ ແລະສະໜອງການຊ່ວຍເຫຼືອຫຼາຍກວ່າເກົ່າໃຫ້ແກ່ຂະແໜງການທ່ອງທ່ຽວແລະໂຮງແຮມຖະແຫຼງການລະບຸວ່າ, ສາມາດເວົ້າໄດ້ວ່າຂະແໜງການທ່ອງທ່ຽວ ແລະໂຮງແຮມແມ່ນໜຶ່ງໃນຂະແໜງການທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດຍ້ອນການແຜ່ລະບາດຂອງພະຍາດ ໂຄວິດ-19, ຈົນຮອດປະຈຸບັນຍັງບໍ່ມີສັນຍານການຟື້ນຟູເລີຍ ຂະແໜງການທ່ອງທ່ຽວ ແລະໂຮງແຮມ ອາດຈະທົນຕໍ່ໄປບໍ່ໄດ້ອີກ, ເພາະວ່າການຢູ່ລອດຂອງຂະແໜງການດັ່ງກ່າວແມ່ນຂຶ້ນຢູ່ກັບສະພາບການຄວບຄຸມພະຍາດຂອງທ້ອງຖິ່ນໃນລະດັບສູງສົມຄວນ, ກໍ່ຄືຈະຜ່ອນຜັນຂໍ້ຈຳກັດຕໍ່ການທ່ອງທ່ຽວພາຍໃນປະເທດມາເລເຊຍຈົນຮອດການທ່ອງທ່ຽວສາກົນ ຫຼື ບໍ່.
  ສະມາຄົມດັ່ງກ່າວຍັງກ່າວວ່າ, ນັບແຕ່ວັນທີ 18 ມີນາປີ 2020 ເປັນຕົ້ນມາປະລິມານທຸລະກິດໃນ ຂົງເຂດການທ່ອງທ່ຽວແລະໂຮງ ແຮມຂອງມາເລເຊຍໄດ້ຫຼຸດລົງ 80%, ພຽງແຕ່ໃນຂົງເຂດໂຮງແຮມກໍ່ໄດ້ປະສົບຄວາມເສຍຫາຍຫຼາຍກວ່າ6,53 ຕື້ລິງກິດໃນປີ 2020. ນອກນີ້, ສະມາຄົມດັ່ງກ່າວ ຍັງຄາດວ່າຂະແໜງການທ່ອງທ່ຽວແລະໂຮງແຮມຈະຂາດທຶນຫຼາຍກວ່າອີກໃນປີ 2021.

----

ໜັງສືພິມ ເສດຖະກິດ-ສັງຄົມ