ເຊກອງ ກໍານົດ 8 ແຜນງານບູລິມະສິດ ພັດທະນາເສດຖະກິດ

  ການພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ IX ແຂວງເຊກອງໄດ້ກໍານົດ 8 ແຜນງານບູລິມະສິດເພື່ອສາມາດບັນລຸຈຸດໝາຍ ແລະທິດທາງໜ້າທີ່ລວມໂດຍສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍຫຼາຍກວ່າ 5% ຕໍ່ປີ.

  ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ທີ່ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງລາຍງານຕໍ່ກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນວັນທີ 20 ພຶດສະພາ 2021 ວ່າ: ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດເນື້ອໃນ ແລະຄາດໝາຍທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງ ທີ X ຂອງອົງຄະນະພັກແຂວງໃຫ້ມີຜົນສໍາເລັດຢ່າງມີປະສິດທິພາບ ແລະປະສິດທິຜົນສູງ. ແຂວງໄດ້ກໍານົດ 8 ແຜນງານບູລິມະສິດປະກອບມີ: 1). ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ; 2). ພັດທະນາພື້ນຖານໂຄງລ່າງ, ພັດທະນາຕົວເມືອງ ແລະ ແຜນຜັງເມືອງ; 3). ພັດທະນາກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ ແລະຊຸຍູ້ສົ່ງເສີມການຜະລິດ; 4). ພັດທະນາຊັບພະຍາກອນມະນຸດ, ການຮ່ວມມືກັບເພື່ອນມິດຍຸດທະສາດ, ການຈັດຕັ້ງສາກົນ ແລະການປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່; 5). ພັດທະນາການທ່ອງທ່ຽວທໍາມະຊາດ, ປະຫວັດສາດ, ວັດທະນະທໍາບັນດາເຜົ່າ ແລະທ່ອງທ່ຽວກະສິກໍາ; 6). ຍົກສູງຄຸນນະພາບໃນການຄຸ້ມຄອງບໍລິຫານລັດ, ການຄຸ້ມຄອງການເງິນແຫ່ງລັດ, ການພັດທະນາການປົກຄອງທ້ອງຖິ່ນ ແລະ ຫັນເປັນທັນສະໄໝຕາມຍຸກ 4.0; 7). ພັດທະນາດ້ານພະລັງງານ-ບໍ່ແຮ່ ແລະປົກປັກຮັກສາສິ່ງແວດລ້ອມ ແລະ 8). ຈັດສັນທີ່ດິນ, ຟື້ນຟູປ່າໄມ້ ແລະການປ້ອງກັນໄພພິບັດທາງທໍາມະຊາດ.

 ທ່ານຮອງເຈົ້າແຂວງຍັງໄດ້ໃຫ້ຮູ້ອີກວ່າ: ໃນ 5 ປີຕໍ່ໜ້າຕ້ອງປັບປຸງກົນໄກການຄຸ້ມຄອງການເງິນແຫ່ງລັດໃຫ້ເຂັ້ມງວດສັກສິດແນໃສ່ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນຕາມທ່າແຮງຖານລາຍຮັບ, ເລັ່ງເກັບກູ້ໜີ້ສິນລາຍຮັບງົບປະມານທີ່ຄຸມເຄືອແກ່ຍາວດ້ວຍຫຼາຍມາດຕະການຕາມກົດໝາຍ ແລະຄຸ້ມຄອງລາຍຈ່າຍໃຫ້ຮັດກຸມກວ່າເກົ່າເຊິ່ງໃນນີ້ສູ້ຊົນເກັບລາຍຮັບໃຫ້ໄດ້ 480,78 ຕື້ກີບເພີ່ມຂຶ້ນ 31% ທຽບໃສ່ 5 ປີຜ່ານມາ.

   ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍໃນລະດັບຫຼາຍກວ່າ 5% ຕໍ່ປີ ແລະຮອດ ປີ 2025 ລວມມູນຄ່າ GDP ບັນລຸໄດ້ 2.790 ຕື້ກີບ, GDP ຕໍ່ຫົວຄົນໃຫ້ໄດ້ 2.436 ໂດລາສະຫະລັດ, ໃນນັ້ນຂະແໜງກະສິກໍາ-ປ່າໄມ້ຂະຫຍາຍຕົວເພີ່ມຂຶ້ນ 6,4%; ຂະແໜງອຸດສາຫະກໍາເພີ່ມຂຶ້ນ 4,35% ແລະຂະແໜງການບໍລິການເພີ່ມຂຶ້ນ 3,62%.

ຂ່າວ: ແກ້ວໄຊຍະວົງ