ຊຳຊຸງໂຊວພາເນລຈໍໃໝ່ພັບໄດ້ 3 ທົບ ກັບຈໍຂະໜາດໃຫຍ່ 17 ນິ້ວພັບໄດ້

  Samsung Display ໄດ້ອອກມາໂຊວພາເນລຈໍໃໝ່ຜ່ານງານ display Week 2021 ຊຶ່ງເປັນ Prototype ຂອງໜ້າຈໍທີ່ຈະຖືກນຳມາໃຊ້ໃນອະນາຄົດເປັນໜ້າຈໍ OLED ແບບ Foldable ຫຼື ໜ້າຈໍທີ່ສາມາດພັບໄດ້ເຖິງ 3 ພັບດ້ວຍກັນ ຊຶ່ງເປັນຂະໜາດຄວາມກວ້າງທີ່ໃຫຍ່ກວ່າ Galaxy Z Fold 2 ອີກມີຂະໜາດໃຫຍ່ປະມານ 7.2 ນິ້ວ.

  ນອກຈາກນີ້ ຍັງໂຊວໜ້າຈໍອີກ ແບບທີ່ສາມາດພັບໄດ້ທົບດຽວ ແຕ່ມີຂະໜາດໃຫຍ່ຫຼາຍເຖິງ 17 ນິ້ວພໍໆກັບໜ້າຈໍ Ultrabook ເລີຍ ແລະເມື່ອພັບໄວ້ຈະໄດ້ tablet ອັດ ຕາສວ່ນ 4:3 ທີ່ຂະໜາດນ້ອຍລົງ ມາທັງໆທີ່ເບິ່ງແລ້ວຄ້າຍຄືກັບ Microsoft Surface Neo ທີ່ບໍ່ມີວີ່ແວວວ່າຈະວາງຈຳໜ່າຍເມື່ອໃດ.

  ກ່ອນໜ້ານີ້ເຮົາໄດ້ຍິນຂ່າວລືກ່ຽວກັບ Galaxy Tab Fold ມາກ່ອນນີ້ກໍລັກເປັນການຢືນຢັນໄປອີກແລ້ວທີ່ວ່າ Sasung ກຳລັງພັດທະນາແທັບເລັດທີ່ສາມາດພັບໜ້າຈໍໄດ້ຢູ່ຈິງ.

----

ໜັງສືພິມ ເສດຖະກິດ-ສັງຄົມ