ໂຄວິດ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດເມືອງໂຂງ

 ເມືອງໂຂງ ແຂວງຈຳປາສັກ ແມ່ນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຫຼາຍດ້ານຈາກການລະບາດຂອງພະຍາດໂຄວິດ-19 ບໍ່ວ່າຈະເປັນການລົງທຶນ,ການເກັບລາຍຮັບ,ການທຳມາຫາກິນຂອງປະຊາຊົນ,ຫົວໜ່ວຍທຸລະກິດ,ໂຮງຈັກໂຮງງານ ແລະອື່ນໆ ຊຶ່ງສິ່ງດັ່ງກ່າວໄດ້ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດພາຍໃນເມືອງບໍ່ບັນລຸໄດ້ຕາມແຜນພັດທະນາເສດຖະກິດທີ່ເມືອງໄດ້ວາງໄວ້.

  ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໂຂງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບເຂົ້າງົບປະມານເມືອງໂຂງສາມາດປະຕິບັດໄດ້ 2,76 ຕື້ກີບ, ທຽບໃສ່ແຜນການງວດບັນລຸໄດ້ 72%, ທຽບໃສ່ແຜນການປີປະຕິບັດໄດ້ 36%, ດ້ານ ລາຍຈ່າຍປະຕິບັດໄດ້ 3,97 ຕື້ກີບ ທຽບໃສ່ແຜນລາຍຈ່າຍປະຕິບັດ 27%, ອັດຕາການຂະຫຍາຍຕົວຂອງເສດຖະກິດ ສະເລ່ຍຢູ່ໃນລະດັບ 4,5 %, ໂດຍຄາດໝາຍແຜນການແມ່ນ 5,5%.

   ຊຶ່ງສາເຫດທີ່ເຮັດໃຫ້ການຂະຫຍາຍຕົວທາງດ້ານເສດຖະກິດບໍ່ບັນລຸຕາມແຜນແມ່ນສືບເນື່ອງມາຈາກຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ໃນນັ້ນມີຫົວໜ້າທຸລະກິດໄດ້ຜົນກະທົບທັງໝົດ 192 ຫົວໜ່ວຍໃນນີ້ ມີໂຮງແຮມ 13 ຫົວໜ່ວຍ, ບ້ານພັກ 80 ຫົວໜ່ວຍ, ຮ້ານອາຫານ 67 ຫົວ ໜ່ວຍ, ຮ້ານກິນດື່ມ 11 ຫົວໜ່ວຍ, ຮ້ານຄາຣາໂອເກະ 1 ຫົວໜ່ວຍ, ຮ້ານຂາຍເຄື່ອງທົ່ວໄປ 29 ຫົວໜ່ວຍ ແລະບັນຍາກາດການແລກປ່ຽນຊື້ຂາຍຂອງພໍ່ແມ່ປະຊາຊົນ-ພໍ່ຄ້າຊາວຂາຍກໍງຽບເຫງົາ.

  ທ່ານນາງຄຳພູລິດທີສັກກ່າວຕື່ມວ່າ: ໃນວຽກງານສະກັດກັ້ນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ການສັກຢາວັກແຊງປ້ອງກັນໂຄວິດ-19  ໃຫ້ແກ່ພະນັກງານ-ລັດຖະກອນ, ແພດໝໍ, ທະຫານ, ຕໍາຫຼວດ, ນັກທຸລະກິດ ຜູ້ເຮັດວຽກທີ່ມີຄວາມສ່ຽງຄັ້ງທີ 1 ມີຈຳນວນ 1.800 ໂດສ ບັນລຸໄດ້ 100%; ຄັ້ງທີ 2 ສັກໄດ້ 1.200 ໂດສ ເທົ່າກັບ 66% ຍັງເຫຼືອ 600 ໂດສ; ກວດກັ່ນກອງຄົນເຂົ້າເມືອງ ຈຳນວນ 2.278 ຄົນ ຍິງ 687 ຄົນ, ອອກອະນຸຍາດເດີນທາງໄປຕ່າງເມືອງຈຳນວນ 294 ສະບັບ,ມີ 555 ຄົນ, ຍິງ 166 ຄົນ,ມີແຮງງານເດີນທາງມາຈາກປະເທດທີ່ມີຄວາມສ່ຽງລວມທັງໝົດ 471 ຄົນ, ຍິງ 194 ຄົນ, ກັກ ຕົວຄົບ 14 ວັນມີ 454 ຄົນ, ຍິງ 185 ຄົນ, ຍັງສືບຕໍ່ກັກກັ້ນ 17 ຄົນ, ຍິງ 9 ຄົນ; ປະຊາຊົນມາແຕ່ເຂດສ່ຽງທີ່ໄດ້ນຳມາກັກໂຕຢູ່ສູນຈຳນວນ 24 ຄົນ, ຍິງ 4 ຄົນ, ຍັງສືບຕໍ່ກັກກັ້ນ 9 ຄົນ, ຍິງ 1 ຄົນ; ອັນສຳຄັນການປະກອບສ່ວນປັດໄຈຈາກອົງການຈັດຕັ້ງຕ່າງໆໃນທົ່ວສັງຄົມເຂົ້າໃນວຽກງານສະກັດກັ້ນ,ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງລວມມູນຄ່າທັງໝົດ 157 ລ້ານກວ່າກີບໃນນັ້ນເງິນສົດ 134,4 ລ້ານກີບ.

  ຄຽງຄູ່ກັບການຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ການນຳເມືອງໂຂງກໍໄດ້ສືບຕໍ່ເຮັດວຽກງານການເມືອງແນວຄິດຢ່າງເນື່ອງນິດລຽນຕິດໂດຍມີການຈັດຕັ້ງເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງໃຫ້ແກ່ສະມາຊິກພັກ-ພະນັກງານນຳ ພາຫຼັກແຫຼ່ງຢູ່ຂັ້ນເມືອງ, ກຳລັງ ປກຊ, ປກສ ເມືອງຕະຫຼອດຮອດການຈັດຕັ້ງຂັ້ນຮາກຖານກຸ່ມບ້ານ ແລະບ້ານມີຜູ້ເຂົ້າຮ່ວມທັງໝົດ 1.017 ຄົນ; ຍິງ 154 ຄົນ, ຈັດຕັ້ງໂຄສະນາເຜີຍແຜ່ນິຕິກຳຕ່າງໆຂອງສູນກາງ, ແຂວງ ແລະເມືອງກ່ຽວກັບການສະກັດກັ້ນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ພະນັກງານ-ລັດຖະກອນ, ຫ້ອງການ, ກົມກອງອ້ອມຂ້າງເມືອງ, ຮາກຖານກຸ່ມບ້ານຕະຫຼອດເຖິງພໍ່ແມ່ປະຊາຊົນໃນທົ່ວເມືອງໃຫ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງດ້ວຍການໂຄສະນາຜ່ານສື່ວິທະຍຸກະສຽງຂອງເມືອງ, ໂທລະໂຄ່ງບ້ານ, ນຳໃຊ້ລົດໂຄສະນາແລ່ນຕາມເສັ້ນທາງຫຼັກ ແລະເຂດຊຸມຊົນ, ນຳໃຊ້ເຮືອໂຄສະນາທາງນໍ້າອາທິດໜຶ່ງສອງຄັ້ງ.