ຮອງເຈົ້າແຂວງອຸດົມໄຊ ຊຸກຍູ້ການຜະລິດສະບຽງອາຫານ

  ເມື່ອບໍ່ດົນມານີ້ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊພ້ອມດ້ວຍຄະນະມີພະແນກອຸດສາຫະກຳ ແລະການຄ້າ, ພະແນກກະສິກຳ ແລະປ່າໄມ້, ສະພາການຄ້າ ແລະອຸດສາຫະກຳ ແລະຂະແໜງການທີ່ກ່ຽວຂ້ອງຈາກແຂວງ ແລະເມືອງໄຊໄດ້ລົງຕິດຕາມ, ຊຸກຍູ້ຜູ້ປະກອບການຜະລິດສະບຽງອາຫານຢູ່ພາຍໃນເທສະບານແຂວງອຸດົມໄຊ.

  ການລົງເຄື່ອນໄຫວຕິດຕາມ, ຊຸກຍູ້ຂອງທ່ານຮອງເຈົ້າແຂວງພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງແມ່ນເພື່ອເປັນການປະເມີນກຳລັງການຜະລິດແນໃສ່ດຸນດຽງກັບຄວາມຕ້ອງການພາຍໃນ ແລະຈັດສັນໄດ້ຕະຫຼາດຮອງຮັບແກ່ ການຜະລິດໃນຕໍ່ໜ້າ, ໂດຍຮັບປະກັນໄດ້ຄວາມພຽງພໍດ້ານສະບຽງອາຫານໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອແນໃສ່ກະຕຸ້ນໃຫ້ຜູ້ປະກອບການຜະລິດດ້ານສະບຽງອາຫານສົ່ງຕອບສະຫນອງທ່ວງທັນຕາມຄວາມຮຽກ ຮ້ອງຕ້ອງການຂອງຜູ້ບໍລິໂພກກໍຄື ພໍ່ແມ່ປະຊາຊົນຢູ່ພາຍໃນແຂວງອຸດົມໄຊ, ສາມາດເກັບກໍາໄດ້ຕົ້ນທຶນການຜະລິດ ແລະໂຄງສ້າງລາຄາໃນແຕ່ລະຂອດຂອງການຈໍລະຈອນສິນຄ້າ, ເພື່ອເປັນຂໍ້ມູນແກ່ການຄົ້ນຄວ້າຂະຫຍາຍຕະຫຼາດໃຫ້ມີຄວາມແນ່ນອນໃນຕໍ່ໜ້າ.