ວັນບໍລິຈາກເລືອດໂລກ ຫຼວງພະບາງຕັ້ງເປົ້າໃຫ້ໄດ້ 4.800 ຖົງ.

   ວັນທີ 14 ມິຖຸນາຂອງທຸກປີແມ່ນວັນຜູ້ບໍລິຈາກເລືອດໂລກຊຶ່ງຢູ່ບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອຊ່ວຍຄົນເຈັບ ແລະຢູ່ ສປປ ລາວ ຕາມສະຖີຕິປີ 2020 ໄດ້ຮັບບໍລິຈາກເລືອດທັງໝົດ 60,358 ຖົງ,ສະເພາະແຂວງຫຼວງພະບາງໄດ້ຮັບເລືອດ 4.587 ຖົງ ແລະແຜນໃນປີ 2021 ນີ້ຄາດໃຫ້ໄດ້ 4.800 ຖົງ.

   ທ່ານ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວແຂວງຫຼວງພະບາງໄດ້ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາໃນວັນທີ 8 ມິຖຸນາ 2021 ນີ້ວ່າ: ສໍາລັບວັນທີ 14 ມິຖຸນາ ແມ່ນວັນບໍລິຈາກເລືອດໂລກ ແລະໃນທຸກໆປີຢູ່ບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອຊ່ວຍຄົນເຈັບຊຶ່ງເປັນຂອງຂວັນທີ່ມີຄ່າທີ່ສຸດຕໍ່ຊີວິດ ແລະສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດເປັນປະຈໍາ ແລະສະໝໍ່າສະເໝີເພາະເລືອດ ແລະຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານ ແລະຢູ່ ສປປ ລາວ ຕາມສະຖີຕິປີ 2020 ໄດ້ຮັບບໍລິຈາກເລືອດທັງໝົດ 60,358 ຖົງ, ສະເພາະແຂວງຫຼວງພະບາງໄດ້ຮັບບໍລິຈາກເລືອດທັງໝົດ 4.587 ຖົງ ໃນນີ້ 90% ຂອງການບໍລິຈາກເລືອດທັງໝົດແມ່ນບໍລິຈາກດ້ວຍຄວາມສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ແລະ10% ແມ່ນມາຈາກການບໍລິຈາກເລືອດແບບພີ່ນ້ອງທົດແທນ.

  ໃນປີ2020 ສູນເລືອດຂອງອົງການກາແດງລາວແຂວງຫຼວງພະບາງໄດ້ຮ່ວມຫຼາຍໜ່ວຍງານເພື່ອປຸກລະດົມໃຫ້ສັງຄົມບໍລິຈາກເລືອດໄດ້ຫຼາຍກວ່າ 197 ຄັ້ງ, ມີຜູ້ເຂົ້າຮ່ວມບໍລິຈາກເລືອດ 12.895 ເທື່ອຄົນ ແລະໄດ້ຮັບເລືອດຕົວຈິງ 4.587 ຖົງ ທຽບໃສ່ແຜນການແມ່ນລື່ນຄາດໝາຍ. ສໍາລັບການບໍລິຈາກເລືອດປີ 2021 ນີ້ຈະໃຫ້ບັນລຸ 4.800 ຖົງ.

 ໃນໂອກາດວັນທີ່ມີຄວາມໝາຍສໍາຄັນ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກທີ່ໄດ້ໝູນວຽນມາອີກຄັ້ງໜຶ່ງອົງການກາແດງລາວແຂວງຫຼວງພະບາງຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງສູງມາຍັງບຸກຄົນກໍຄືອົງການຈັດຕັ້ງຕ່າງໆທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການບໍລິຈາກເລືອດແຕ່ລະປີ.

   ພ້ອມນີ້ທ່ານຫົວໜ້າອົງການກາແດງລາວແຂວງຫຼວງພະບາງຍັງໄດ້ເຊີນຊວນໃຫ້ພະນັກງານ-ລັດຖະກອນ,ທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ,ພໍ່ຄ້າຊາວຂາຍຕະຫຼອດຮອດເຖິງພໍ່ແມ່ປະຊາຊົນທົ່ວແຂວງຫຼວງພະບາງຜູ້ທີ່ມີເງື່ອນໄຂ ອາຍຸ 17-60 ປີ ມີນໍ້າໜັ້ກແຕ່ 45 ກິໂລຂຶ້ນໄປຢູ່ໃນໄລຍະທ່ມີສຸຂະພາບແຂງແຮງດີຂໍເຊີນ ຊວນໄປຮ່ວມບໍລິຈາກເລືອດທີ່ສູນເລືອດແຂວງຫຼວງພະບາງໄດ້ທຸກເວລາ. ສໍາລັບກິດຈະກໍາສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກປີນີ້ເນື່ອງຈາກມີການລະບາດພະຍາດໂຄວິດ-19 ຊຶ່ງທາງສູນເລືອດກາແດງໄດ້ຈັດຮັບບໍລິຈາກເລືອດແບບເປີດກວ້າງໃນ ວັນທີ 14 ມິຖຸນາ 2021 ນີ້ຢູ່ເດີ່ນຫ້ອງການຊາວໜຸ່ມແຂວງຫຼວງພະບາງເລີ່ແຕ່ 8:00 ໂມງ ຈົນເຖິງ 16:00 ໂມງ.

   ສ່ວນແນວຄິດຂອງວັນຜູ້ບໍລິຈາກເລືອດໂລກ ໃນປີ 2021ນີ້ແມ່ນພາຍໃຕ້ຫົວຂໍ້ ”ໃຫ້ເລືອດເພື່ອຕໍ່ລົມຫາຍໃຈໃຫ້ເພື່ອນຮ່ວມໂລກ”.

ຂ່າວ: ສີສຸວັນ