ຫຼວງນໍ້າທາ ຮັບທຶນຊ່ວຍເຫຼືອລ້າ 33,54 ຕື້ກີບ ຈາກເອດີບີ ສ້າງຊົນລະປະທານ

  ວັນທີ 4 ມິຖຸນາ 2021 ທ່ານ ສອນໄຊ ອຸດົມ ຫົວໜ້າຂະແໜງຊົນລະປະທານພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາ, ໄດ້ໃຫ້ສໍາພາດຕໍ່ນັກຂາວວ່າ: ຕໍ່ກັບ ສະພາບການພັດທະນາຊົນລະປະທານໃນປີ 2021 ຢູ່ແຂວງຫຼວງນໍ້າທາ ປີ 2021 ແຂວງຫຼວງນໍ້າທາໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) ຈໍານວນ 4 ສັນຍາ ເພື່ອກໍ່ສ້າງ, ສອ້ມແປງຊົນລະປະທານມູນຄ່າ 33, 54 ຕື້ກີບ.

   ໂຄງການຊົນລະປະທານສາມາດສະໜອງນໍ້າໄດ້ທັງໝົດ 1. 698 ເຮັກຕາ ໃນນີ້ຢູ່ເມືອງຫຼວງນໍ້າທາມີ 2 ໂຄງການຄື: ນໍ້າລື-ນໍ້າຈ້າງມີມູນຄ່າ 11, 55 ຕື້ກີບ, ປະຕິບັດໄດ້ 76 % ສາມາດສະໜອງນໍ້າເຂົ້ານາໄດ້ 475 ເຮັກຕາ ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍເດືອນກໍລະກົດ, ເມືອງລອງມີ 2 ໂຄງການ ນໍ້າສະເມືອງ ລອງ, ມີມູນຄ່າ 6,29 ຕື້ກີບ, ປະຕິບັດໄດ້ 97% ສາມາດສະໜອງນໍ້າເຂົ້ານາໄດ້ 238 ເຮັກຕາ, ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍເດືອນມິຖຸນາ, ຊົນລະປະທານນໍ້າມະ ເມືອງລອງ ມີມູນຄ່າປະມານ 6,7 ຕື້ກີບ ປະຕິບັດໄດ້ 33% ສາມາດສະໜອງນໍ້າເຂົ້ານາໄດ້360 ເຮັກຕາ ຄາດວ່າກາງປີ 2022 ຈຶ່ງຈະສໍາເລັດ, ເມືອງສິງ ນໍ້າຫຍ້າ 2, ມີມຸນຄ່າປະມານ 9 ຕື້ກີບ ປະຕິບັດໄດ້ 26% ສາມາດສະໜອງນໍ້າເຂົ້ານາໄດ້ 625 ເຮັກຕາ, ຄາດວ່າກາງປີ 2022 ຈຶ່ງຈະສໍາເລັດ.

  ພ້ອມນັ້ນທ່ານຍັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດຂອງໂຄງການຍັງມີຄວາມຊັກຊ້າເນື່ອງຈາກວ່າ: ແຕ່ລະສັນຍາມີຫຼາຍໂຄງການຍ່ອຍກະແຈກກະຈາຍ, ການສະໜອງວັດສະດຸຫຍຸ້ງຍາກ ແລະແຮງງານກໍາມະກອນຍັງບໍ່ພຽງພໍ.
ສ່ວນການຈັດຕັ້ງປະຕິບັດການກໍ່ສ້າງຟື້ນຟູຊົນລະປະທານ,ຄອງເໜືອງນໍ້າລື-ນໍ້າຈ້າງ ມີມູນຄ່າ 11, 55 ຕື້ກີບ, ຊຶ່ງໄດ້ເລີ່ມລົງມືການກໍ່ສ້າງແຕ່ວັນທີ່ 4 ຕຸລາ 2020 ຫົວງານນໍ້າລື ເປັນຄອງເໜືອງເບຕົງເສິມເຫຼັກ 1.980 ແມັດ, ກວ້າງ 70 ຊັງຕີແມັດ, ຄອງເໜືອງດິນຍາວ 550 ແມັດ, ໄດ້ກໍ່ສ້າງເປັນຮາງລິນຍາວ 780 ແມັດ, ກວ້າງ 1 ແມັດ, ກໍ່ສ້າງເປັນຂົວຮາງລິນຂ້າມນໍ້າທາຍາວ 80 ແມັດ, ກໍ່ສ້າງເປັນຄອງເບຕົງຍາວ 2.140 ແມັດ, ຊຶ່ງມີ 2 ຫົວງານ, ຫົວງານຝາຍນໍ້າຈ້າງລວມມີ 3 ຫົວງານຍ່ອຍເປັນຄອງເໜືອງເບຕົງ 2.640 ແມັດ, ກວ້າງ 70 ຊັງຕິແມັດ, ຄາດວ່າຈະໃຫ້ສໍາເລັດໃນວັນທີ 30 ກໍລະກົດ 2021.

  ທ່ານ ສອນໄຊ ອຸດົມ ຫົວໜ້າຂະແໜງຊົນລະປະທານພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາ, ໃຫ້ຮູ້ຕື່ມອີກວ່າ: ໃນປີ 2022 ຈະສືບຕໍ່ໃສ່ເລັ່ງຟື້ນຟູຊົນລະ ປະທານ 2 ແຫ່ງ ປະກອບມີຄື: ຊົນລະປະທານນໍ້າທາເມືອງຫຼວງນໍ້າທາ, ຊົນລະປະທານນໍ້າຫຍ້າ 1.3 ເມືອງສິງຊຶ່ງໄດ້ຮັບທຶນຊວ່ຍເຫຼຶອຈາກທະນາຄານພັດທະນາອາຊີ (ADB) ປະມານ 25, 4 ຕື້ກີບ,ຈະສາມາດສະໜອງນໍ້າໄດ້ 1.487 ເຮັກຕາ ແລະທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ທີ່ຊົມໃຊ້ໃຫ້ເອົາໃຈໃສ່ບົວລະບັດ ແລະການປົກປັກຮັກສາເພື່ອເຮັດໃຫ້ການຊົມໃຊ້ຊົນລະປະທານໄດ້ຍາວນານ.

ຂ່າວ: ມຸນຕີ